04/08/2026 ~ 04/08/2026
ກອງປະຊຸມເປີດກວ້າງ ຄະນະພັກຮາກຖານ ພະແນກເຕັກໂນໂລຊີ ແລະ ການສື່ສານແຂວງ ໄດ້ຈັດຂຶ້ນເພື່ອສະຫຼຸບຜົນການຈັດຕັ້ງປະຕິບັດວຽກງານ 06 ເດືອນຕົ້ນປີ ແລະ ວາງທິດທາງແຜນການ 06 ເດືອນທ້າຍ ປີ 2026 ໂດຍການໃຫ້ກຽດ ເຂົ້າຮ່ວມເປັນປະທານ ຂອງສະຫາຍ ນິລັນດອນ ຈິດຕະກອນ ຮອງເລຂາຄະນະພັກຮາກຖານ, ມີສະຫາຍຄະນະພັກຮາກຖານ, ພ້ອມດ້ວຍຄະນະໜ່ວຍພັກ ແລະ ສະມາຊິກພັກເຂົ້າຮ່ວມຢ່າງພ້ອມພຽງ.

ໃນກອງປະຊຸມ ໄດ້ມີການລາຍງານຜົນການຈັດຕັ້ງປະຕິບັດວຽກງານປະຈຳ 06 ເດືອນຜ່ານມາ ໂດຍສຸມໃສ່ຕີລາຄາຜົນສຳເລັດ, ຂໍ້ຄົງຄ້າງ ແລະ ບົດຮຽນທີ່ຖອດຖອນໄດ້ ເພື່ອນຳໄປປັບປຸງໃນໄລຍະຕໍ່ໄປ.

ບັນດາຜູ້ເຂົ້າຮ່ວມກອງປະຊຸມ ໄດ້ປະກອບຄຳຄິດຄຳເຫັນຢ່າງກວ້າງຂວາງ ແລະ ສ້າງສັນ ໂດຍສຸມໃສ່ຫຼາຍບັນຫາສຳຄັນເປັນຕົ້ນ: ວຽກງານການຂຶ້ນທະບຽນໝາຍເລກໂທລະສັບ, ການຂະຫຍາຍພື້ນຖານໂຄງລ່າງດ້ານໂທລະຄົມ ແລະ ດິຈິຕອນ, ການສະໜອງການບໍລິການອິນເຕີເນັດໃຫ້ມີຄຸນນະພາບ ແລະ ຄວບຄຸມຫຼາຍພື້ນທີ່ພາຍໃນແຂວງຂຶ້ນ, ການພັດທະນາ ແລະ ນຳໃຊ້ເຕັກໂນໂລຊີເຂົ້າໃນການບໍລິການໄປສະນີ ເພື່ອຍົກລະດັບຄຸນນະພາບການບໍລິການ, ພ້ອມທັງໄດ້ປຶກສາຫາລືກ່ຽວກັບວຽກງານອົງການຈັດຕັ້ງ ແລະ ວຽກງານວິຊາສະເພາະອື່ນໆ ທີ່ຢູ່ໃນຄວາມຮັບຜິດຊອບຂອງຄະນະພັກຮາກຖານພະແນກ ຕສ ແຂວງ.

ໃນກອງປະຊຸມຄັ້ງນີ້, ສະຫາຍ ນິລັນດອນ ຈິດຕະກອນ ໄດ້ມີຄໍາເຫັນຊີ້ນຳ ມອບໃຫ້ແຕ່ລະໜ່ວຍພັກ, ແຕ່ລະຂະແໜງການ ສືບຕໍ່ປະຕິບັດຕາມສິດ ໜ້າທີ່ ແລະ ພາລະບົດບາດ ຕາມແຜນການທີ່ວາງໄວ້ ໂດຍເນັ້ນໜັກການຍົກສູງຄວາມຮັບຜິດຊອບ, ເສີມສ້າງຄວາມສາມັກຄີ, ພັດທະນາຄຸນນະພາບການບໍລິຫານ ແລະ ການບໍລິການໃຫ້ທັນສະໄໝ, ພ້ອມທັງນຳເອົາເທັກໂນໂລຊີດິຈິຕອນມານຳໃຊ້ໃນການປະຕິບັດວຽກງານໃຫ້ມີປະສິດທິຜົນສູງຂຶ້ນ ມີຜົນສຳເລັດຕາມເປົ້າໝາຍທີ່ວາງໄວ້.
ບົດຂ່າວໂດຍ: ຂະແໜງບໍລິຫານລັດດິຈິຕອນ ແລະ ຄວາມປອດໄພໄຊເບີ

