ພະແນກເຕັກໂນໂລຊີ ແລະ ການສື່ສານ ແຂວງໄຊຍະບູລີ ຈັດກອງປະຊຸມສະຫຼຸບວຽກງານປະຈຳເດືອນກໍລະກົດ ແລະ ວາງທິດທາງແຜນການເດືອນສິງຫາ ປີ 2026

04/08/2026 ~ 04/08/2026

ພະແນກເຕັກໂນໂລຊີ ແລະ ການສື່ສານ ແຂວງໄຊຍະບູລີ ຈັດກອງປະຊຸມສະຫຼຸບວຽກງານປະຈຳເດືອນກໍລະກົດ ແລະ ວາງທິດທາງແຜນການເດືອນສິງຫາ ປີ 2026

ໃນວັນທີ 30 ກໍລະກົດ 2026  ພະແນກເຕັກໂນໂລຊີ ແລະ ການສື່ສານແຂວງ ໄດ້ຈັດກອງປະຊຸມສະຫຼຸບວຽກງານປະຈຳເດືອນກໍລະກົດ ແລະ ວາງທິດທາງແຜນການປະຈຳເດືອນສິງຫາ ປີ 2026 ຢ່າງເປັນທາງການ. ກອງປະຊຸມດັ່ງກ່າວ ໂດຍການໃຫ້ກຽດ ເຂົ້າຮ່ວມເປັນປະທານ ຂອງທ່ານ ສອນສະຫວັນ ຈັນທະວົງ, ຫົວໜ້າພະແນກເຕັກໂນໂລຊີ ແລະ ການສື່ສານແຂວງ; ມີຮອງຫົວໜ້າພະແນກ, ຫົວໜ້າ-ຮອງຫົວໜ້າຂະແໜງ ພ້ອມດ້ວຍພະນັກງານວິຊາການທີ່ກ່ຽວຂ້ອງເຂົ້າຮ່ວມຢ່າງພ້ອມພຽງ.

ກອງປະຊຸມ ໄດ້ຕີລາຄາຄືນເຖິງຜົນງານການຈັດຕັ້ງປະຕິບັດວຽກງານໃນໄລຍະ 01 ເດືອນຜ່ານມາ ເຊິ່ງບັນດາຂະແໜງການສາມາດຍາດໄດ້ຜົນງານອັນພົ້ນເດັ່ນໃນຫຼາຍດ້ານ, ພ້ອມທັງໄດ້ຍົກໃຫ້ເຫັນບາງຂໍ້ຄົງຄ້າງທີ່ຕ້ອງໄດ້ສຸມໃສ່ແກ້ໄຂ. ບົນຈິດໃຈສ້າງສັນ, ຜູ້ເຂົ້າຮ່ວມກອງປະຊຸມ ໄດ້ພ້ອມກັນປຶກສາຫາລື ແລະ ເປັນເອກະພາບຕໍ່ທິດທາງແຜນການຈຸດສຸມໃນເດືອນສິງຫາ 2026, ເນັ້ນໃສ່ກະກຽມເປີດກອງປະຊຸມການເຮັດທົດລອງຈັດຊຸດຝຶກອົບຮົມວຽກງານການຫັນເປັນດິຈິຕອນ ຢູ່ພາຍໃນແຂວງໄຊຍະບູລີ ເພື່ອເປັນຕົ້ນແບບ ແລະ ນຳເອົາບົດຮຽນໄປຈັດຕັ້ງຜັນຂະຫຍາຍອອກສູ່ບັນດາພະແນກການ, ອົງການອ້ອມຂ້າງແຂວງ ແລະ ບັນດາເມືອງ ຮັບປະກັນການບໍລິຫານ ແລະ ບໍລິການລັດດິຈິຕອນ ເຮັດໃຫ້ວຽກງານມີຄວາມຄ່ອງຕົວ, ທັນສະໄໝ ແລະ ຕອບສະໜອງກັບຄວາມຮຽກຮ້ອງຕ້ອງການຂອງວຽກງານໃນໄລຍະໃໝ່.

ໃນໂອກາດນີ້, ທ່ານ ສອນສະຫວັນ ຈັນທະວົງ ໄດ້ໃຫ້ກຽດໂອ້ລົມ ແລະ ຊີ້ນຳຕໍ່ກອງປະຊຸມ ໂດຍເນັ້ນໜັກໃຫ້ຄະນະນຳແຕ່ລະຂະແໜງການ ສືບຕໍ່ເອົາໃຈໃສ່ຍົກສູງຄວາມຮັບຜິດຊອບ, ຖືເອົາວຽກງານວິຊາສະເພາະເປັນຫຼັກ ແລະ ປະສານສົມທົບກັນຢ່າງແໜ້ນແຟ້ນ ເພື່ອຈັດຕັ້ງປະຕິບັດບັນດາຄາດໝາຍທີ່ວາງໄວ້ໃຫ້ປະກົດຜົນເປັນຈິງ. ພ້ອມທັງ ຮຽກຮ້ອງໃຫ້ພະນັກງານ-ລັດຖະກອນທຸກສະຫາຍ ສືບຕໍ່ຝຶກຝົນຫຼໍ່ຫຼອມຕົນເອງ, ຍົກລະດັບຄວາມຮູ້-ຄວາມສາມາດດ້ານເຕັກໂນໂລຊີດິຈິຕອນໃຫ້ສູງຂື້ນ ເພື່ອປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນພາລະກິດພັດທະນາເສດຖະກິດ-ສັງຄົມຂອງແຂວງ ໃຫ້ມີການຫັນປ່ຽນຢ່າງແຂງແຮງ.

ບົດຂ່າວໂດຍ: ຂະແໜງບໍລິຫານລັດດິຈິຕອນ ແລະ ຄວາມປອດໄພໄຊເບີ

 

ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາ ວຽກງານເຕັກໂນໂລຊີ ແລະ ການສື່ສານ ແຂວງໄຊຍະບູລີ