ແຂວງໄຊຍະບູລີ ຈັດຕັ້ງການເຮັດທົດລອງການຝຶກອົບຮົມວຽກງານການຫັນເປັນດິຈິຕອນ.

04/08/2026 ~ 04/08/2026

ແຂວງໄຊຍະບູລີ ຈັດຕັ້ງການເຮັດທົດລອງການຝຶກອົບຮົມວຽກງານການຫັນເປັນດິຈິຕອນ.

ໃນຕອນເຊົ້າວັນທີ 04 ສິງຫາ 2026 ຢູ່ທີ່ພະແນກເຕັກໂນໂລຊີ ແລະການສື່ສານແຂວງ ໄຊຍະບູລີ ໄດ້ເປີດພິທີການດໍາເນີນການເຮັດທົດລອງການຜັນຂະຫຍາຍການຈັດຕັ້ງປະຕິບັດການຫັນເປັນດິຈິຕອນ ໂດຍການໃຫ້ກຽດ ເຂົ້າຮ່ວມເປັນປະທານ ຂອງທ່ານ ບຸດສະກອນ ອິນທະລັງສີ ຄະນະປະຈໍາພັກແຂວງ, ຮອງປະທານປົກຄອງແຂວງ, ຮອງປະທານຄະນະຊີ້ນໍາການຄຸ້ມຄອງສື່ສັງຄົມອອນລາຍ ເພື່ອການຫັນເປັນດິຈິຕອນຂັ້ນແຂວງ; ໃຫ້ກຽດເຂົ້າຮ່ວມ.

ໃນພິທີ ທ່ານ ສອນສະຫວັນ ຈັນທະວົງ ຫົວໜ້າພະແນກເຕັກໂນໂລຊີ ແລະ ການສື່ສານແຂວງ, ທັງເປັນຮອງປະທານຜູ້ປະຈໍາການຄະນະຄຸ້ມຄອງສື່ສັງຄົມອອນລາຍ ແລະ ການຫັນເປັນດິຈິຕອນຂັ້ນແຂວງ ໄດ້ຂຶ້ນກ່າວລາຍງານວ່າ ການເຮັດທົດລອງການຈັດຊຸດຝຶກອົບຮົມເນື້ອແທ້ແມ່ນການຫັນການຈັດຕັ້ງປະຕິບັດວຽກງານຫັນເປັນດິຈິຕອນ ເຂົ້າສູ່ບັນດາພະແນກການອ້ອມຂ້າງແຂວງ ໃຫ້ເປັນພາກການຈັດຕັ້ງປະຕິບັດຕົວຈິງ ທັງເປັນການຜັນຂະຫຍາຍແຜນຍຸດທະສາດການຫັນເປັນດິຈິຕອນແຫ່ງຊາດ, ຜັນຂະຫຍາຍແຈ້ງການຂອງຫ້ອງວ່າການສໍານັກງານນາຍົກເລກທີ 884; ສິ່ງສໍາຄັນແມ່ນການຜັນຂະຫຍາຍແຜນພັດທະນາວຽກງານເຕັກໂນໂລຊີ ແລະ ການສື່ສານແຂວງ 05 ປີ (2026-2030) ໃຫ້ເປັນອັນລະອຽດ ແລະ ເປັນຮູບປະທໍາ; ຊຶ່ງການດໍາເນີນການຫັນວຽກງານເປັນທັນສະໄໝ, ຫັນເປັນດິຈິຕອນ ຢູ່ ແຂວງໄຊຍະບູລີ ຈະໄດ້ດໍາເນີນການທົດລອງຕາມ 05 ບາດກ້າວ ຄື: ການກະກຽມຊຶ່ງໄດ້ລິເລີ່ມມາແຕ່ເດືອນ ມີຖຸນາ ຫາເດືອນກໍລະກົດ 2026; ກ້າວເຂົ້າສູ່ບາດກ້າວທີ 02 ການດໍາເນີນການເຮັດທົດລອງຢູ່ ພະແນກ ເຕັກໂນໂລຊີ ແລະ ການສື່ສານແຂວງ ໄຊຍະບູລີ ຊຶ່ງມີຢູ່ 05 ວຽກຕ້ອງດໍາເນີນຄື: 1). ຈັດພິທີເປີດຊຸດຝຶກອົບຮົມ; 2). ດໍາເນີນການຝຶກອົບຮົມໃນພາກທິດສະດີການຫັນເປັນດິຈິຕອນ 18 ຫົວຂໍ້; 3). ຝຶກການຕິດຕັ້ງ ແລະນໍາໃຊ້ໂປຣແກຣມພາກລັດທັງໝົດ 32 ໂປຣແກຣມ; 4). ຈັດພິທີປິດ ແລະ ມອບໃບຢັ້ງຢືນ; 5). ກອງປະຊູມສະຫລຸບຖອດຖອນບົດຮຽນ; ຫລັງຈາກສໍາເລັດຈະໄດ້ນໍາເອົາເນື້ອໃນຂອງການເຮັດທົດລອງ ເຂົ້າລາຍງານເພື່ອຂໍທິດຊີ້ນໍາເອກະພາບຈາກຄະນະຫັນເປັນດິຈິຕອນຂັ້ນແຂວງ ແລະ ເອົາເຂົ້າຜ່ານໃນກອງປະຊູມອົງການປົກຄອງແຂວງ; ພາຍຫຼັງສ້າງຄວາມເປັນເອກະພາບ ຈະໄດ້ສືບຕໍ່ຜັນຂະຫຍາຍໄປສູ່ບັນດາພະແນກການ ຕາມ 05 ວິທີການປະຕິບັດທົດລອງຢູ່ພະແນກເຕັກໂນໂລຊີ ແລະ ການສື່ສານແຂວງ ໄຊຍະບູລີ ແລະ ກ້າວເຂົ້າສູ່ຂັ້ນຕອນການ ປະເມີນຜົນພາຍຫຼັງຝຶກອົບຮົມ, ການນໍາໃຊ້ໂປຣແກຣມພາກລັດຄົບ 06 ເດືອນ, ຮອບ 01 ປີ; ຖ້າຫາກຜ່ານຕາມາດຖານ ຈະໄດ້ສືບຕໍ່ ມອບໃບຢັ້ງຢືນ ການສ້າງພະແນກດັ່ງກ່າວ ເປັນພະແນກທີ່ນໍາໃຊ້ ໂປຣແກຣມພາກລັດຕາມທິດຫັນເປັນດິຈິຕອນ.

ໃນຕອນທ້າຍຂອງກອງປະຊູມທ່ານ ຮອງປະທານປົກຄອງແຂວງ ຍັງໄດ້ມີຄໍາເຫັນຊີ້ນໍາຕໍ່ກັບພິທີເປີດກອງປະຊູມເຮັດທົດລອງໃນການຫັນເປັນດິຈິຕອນໃນຄັ້ງນີ້, ຊຶ່ງກ່ອນອື່ນທ່ານໄດ້ຍ້ອງຍໍຊົມເຊີຍພະແນກເຕັກໂນໂລຊີ ແລະ ການສື່ສານແຂວງ ທີ່ມີຫົວຄິດປະດິດສ້າງໃນການສ້າງປັດໃຈໃໝ່ ຕໍ່ກັບການຜັນຂະຫຍາຍແຜນພັດທະນາ 05 ປີ ຂອງຕົນ, ທັງເປັນການປະກອບສ່ວນໃຫ້ການຫັນເປັນດິຈິຕອນຢູ່ ແຂວງໄຊຍະບູລີ ໃຫ້ໄດ້ຮັບຜົນດີ ແລະ ຮຽກຮ້ອງໃຫ້ຄູຝຶກ ແລະ ນັກສໍາມະນາກອນ ເພີ້ມທະວີຄວາມຮັບຜິດຊອບໃນການຄົ້ນຄວ້າຫຼັກສູດ ແລະ ເຂົ້າຮ່ວມຝຶກອົບຮົມໃຫ້ໄດ້ຕາມຄາດໝາຍ.

ບົດຂ່າວ: ພະແນກເຕັກໂນໂລຊີ ແລະ ການສື່ສານ ແຂວງໄຊຍະບູລີ

 

ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາ ວຽກງານເຕັກໂນໂລຊີ ແລະ ການສື່ສານ ແຂວງໄຊຍະບູລີ