ພິທີມອບ-ຮັບ ບາງໜ້າວຽກຂອງຂະແໜງໄປສະນີ ແລະ ການສື່ສານ, ຂະແໜງບໍລິຫານລັດດິຈິຕອນ ແລະ ຄວາມປອດໄພໄຊເບີ ໃຫ້ຂະແໜງເຕັກໂນໂລຊີ ແລະ ນະວັດຕະກຳ
29/07/2026 ~ 29/07/2026
ໃນຕອນເຊົ້າຂອງວັນທີ 28 ກໍລະກົດ 2026, ຢູ່ທີ່ຫ້ອງປະຊຸມພະແນກເຕັກໂນໂລຊີ ແລະ ການສື່ສານ ແຂວງໄຊຍະບູລີ ໄດ້ຈັດພິທີ ການມອບ-ຮັບບາງໜ້າວຽກ ຂອງຂະແໜງການ ພາຍໃນພະແນກ, ພາຍໃຕ້ການເປັນປະທານຂອງ ທ່ານ ສອນສະຫວັນ ຈັນທະວົງ ຫົວໜ້າພະແນກເຕັກໂນໂລຊີ ແລະ ການສື່ສານ, ມີຮອງຫົວໜ້າແນກ, ພ້ອມດ້ວຍພະນັກງານ-ລັດຖະກອນ ພາຍໃນພະແນກ ຕສ ແຂວງ ເຂົ້າຮ່ວມທັງໜົດ 25 ທ່ານ
ໃນກອງປະຊຸມ ທ່ານ ຄໍາພັນ ສຸວັນນາລີ ຫົວໜ້າຂະແໜງບໍລິຫານ, ຈັດຕັ້ງ ແລະ ກວດກາ ໄດ້ຂື້ນຜ່ານບົດ
- ມອບ-ຮັບ ບາງໜ້າວຽກຂອງຂະແໜງໄປສະນີ ແລະ ການສື່ສານ, ຂະແໜງບໍລິຫານລັດດິຈິຕອນ ແລະ ຄວາມປອດໄພໄຊເບີ ໃຫ້ຂະແໜງເຕັກໂນໂລຊີ ແລະ ນະວັດຕະກຳ ຊ່ວຍຈັດຕັ້ງປະຕິບັດ ໃນໄລຍະທີ່ລໍຖ້າຂໍ້ຕົກລົງ ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວ ຂອງພະແນກ ເຕັກໂນໂລຊີ ແລະ ການສື່ສານແຂວງໄຊຍະບູລີ (ສະບັບປຸງ) ທີ່ຈະອອກມາໃໝ່; ເຊີ່ງມີບາງໜ້າວຽກ ດັ່ງນີ້: ຊ່ວຍຕິດຕາມກວດກາ ຂໍ້ມູນຂອງບຸກຄົນ-ກຸ່ມຄົນ ທີ່ບໍ່ຫວັງດີໃນການເຄື່ອນໄຫວຫຼອກລວງ, ສະແດງຄວາມເຫັນບໍ່ເໝາະສົມ, ໃສ່ຮ້າຍປ້າຍສີ ຜ່ານສື່ສັງຄົມອອນລາຍ, ຕິດຕາມເກັບກຳຫາງສຽງຂອງສັງຄົມ ຜ່ານສື່ສັງຄົມອອນລາຍ ແລະປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງໃນການຕັ້ງໂຕະຖະແຫຼງຕອບໂຕ້ຂ່າວທີ່ບໍ່ມູນຄວາມຈິງ; ເປັນເຈົ້າການໃນການຄົ້ນຄ້ວາ ບັນດານິຕິກຳທີ່ກ່ຽວຂ້ອງ ໃນການສ້າງຕັ້ງສະໂມສອນກິລາອີສະປອດ E-sport, ສະເໜີຄົ້ນຄວ້າ ປຶກສາຫາລື ຊອກຄູຝຶກ, ນັກກິລາ, ວາງແຜນການເຄື່ອນໄຫວຝຶກຊ້ອມ ແລະ ການຈັດງານແຂ່ງຂັນ ເພື່ອຄັດເລືອກນັກກິລາ ແລະ ວາງແຜນສ້າງນັກກິລາລຸ້ນໜຸ່ມ, ເປັນແຕ່ລະລຸ້ນສືບທອດ; ພ້ອມທັງລາຍງານສະພາບການເຄື່ອນໄຫວໃຫ້ປະທານສະມາຄົມຮັບຊາບ ເປັນແຕ່ລະໄລຍະ.
-
ໃນຕອນທ້າຍ ປະທານກອງປະຊຸມ ໄດ້ເນັ້ນໜັກໃຫ້ຂະແໜງການ ທີ່ໄດ້ຮັບການມອບວຽກໃໝ່ ໃຫ້ສຸມໃສ່ຈະປະຕິບັດໜ້າທີ່ດ້ວຍຄວາມຮັບຜິດຊອບສູງ ແນ່ໃສ່ເຮັດໃຫ້ວຽກງານມີປະສິດທິຜົນດີ ຕາມສິດ, ໜ້າທີ່ ແລະ ພາລະບົດບາດ ຕາມການຈັດຕັ້ງມອບໝາຍໃຫ້
-
-
ຂ່າວ+ພາບໂດຍ: ນາງ ສຸນິດາ ສົມສີ

