17/07/2026 ~ 17/07/2026
ໃນຕອນເຊົ້າຂອງວັນທີ 16 ກໍລະກົດ 2026, ສູນບໍລິຫານລັດດິຈິຕອນ, ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ເປີດຝຶກອົບຮົມການຄຸ້ມຄອງລະບົບສື່ສານພາກລັດ (G-Chat.V2 + LaoAI) ຂັ້ນຜູ້ຄຸ້ມຄອງລະບົບ(Admin) ຂັ້ນແຂວງ/ນະຄອນຫຼວງທົ່ວປະເທດ. ໂດຍການເປັນປະທານຂອງ ທ່ານ ຄໍາຜາຍ ອິນທະຣາ ຮອງຫົວໜ້າສູນບໍລິຫານລັດດິຈິຕອນ ໂດຍຈັດໃນຮູບແບບກອງປະຊຸມທາງໄກ (Video Conference) ໃຫ້ບັນດາພະແນກ ຕສ ແຂວງທົ່ວປະເທດ.
ຈຸດປະສົງສຳຄັນຂອງການຈັດຝຶກອົບຮົມໃນຄັ້ງນີ້, ແມ່ນເພື່ອ ພັດທະນາຄວາມຮູ້ ແລະ ທັກສະໃນການຄຸ້ມຄອງບັນຊີຜູ້ໃຊ້, ການຈັດການຂໍ້ມູນ, ການກຳນົດສິດການນຳໃຊ້ ແລະ ການແກ້ໄຂບັນຫາເບື້ອງຕົ້ນຂອງລະບົບ. ພ້ອມກັນນັ້ນ, ຍັງເປັນການສ້າງຄວາມເຂັ້ມແຂງໃຫ້ແກ່ບຸກຄະລາກອນພາກລັດຢູ່ຂັ້ນນະຄອນຫຼວງ/ແຂວງ ໃຫ້ສາມາດຄຸ້ມຄອງລະບົບສື່ສານພາກລັດ (G-Chat) ໄດ້ດ້ວຍຕົນເອງ, ຊຶ່ງເປັນການນຳເອົາລະບົບດິຈິຕອນ ມານຳໃຊ້ໃນວຽກງານປະຈຳວັນ ເພື່ອເພີ່ມປະສິດທິພາບການສື່ສານ ແລະ ການປະສານງານລະຫວ່າງອົງກອນພາກລັດດ້ວຍກັນ. ການຈັດຝຶກອົບຮົມດັ່ງກ່າວ ຖືເປັນອີກໜຶ່ງກ້າວສຳຄັນໃນການພັດທະນາ ທັກສະດິຈິຕອນ ຂອງບຸກຄະລາກອນພາກລັດ ແລະ ສົ່ງເສີມການຫັນເປັນລັດຖະບານດິຈິຕອນ ຂອງ ສປປ ລາວ ໃຫ້ມີຄວາມຄືບໜ້າຢ່າງເປັນຮູບປະທຳ ໂດຍມີລະບົບ G-Chat ເປັນໜຶ່ງໃນເຄື່ອງມືສຳຄັນທີ່ຊ່ວຍເຊື່ອມໂຍງການສື່ສານຂອງພາກລັດ ໃຫ້ມີປະສິດທິພາບ ແລະ ມີຄວາມປອດໄພສູງ.
ໃນພິທີເປີດຝຶກອົບຮົມ ທ່ານ ຄໍາຜາຍ ອິນທະຣາ ຮອງຫົວໜ້າສູນບໍລິຫານລັດດິຈິຕອນ (ສລດ) ໄດ້ເນັ້ນໃຫ້ເຫັນຄວາມສຳຄັນ ແລະ ຄວາມຈຳເປັນໃນການຫັນເປັນທັນສະໄໝ ຂອງທຸກຂະແໜງການ ຕາມແຜນການຫັນເປັນດິຈິຕອນ ຂອງລັດຖະບານ ສປປ ລາວ. ຊຶ່ງການຫັນເປັນລັດຖະບານດິຈິຕອນ ແມ່ນໜຶ່ງໃນວຽກງານທີ່ສໍາຄັນນອນໃນສາມເສົາຄໍ້າ ຄື: ລັດຖະບານດິຈິຕອນ, ເສດຖະກິດດິຈິຕອນ ແລະ ສັງຄົມດິຈິຕອນ. ສະນັ້ນ, ຕ້ອງໄດ້ຫັນການບໍລິຫານ ແລະ ບໍລິການຂອງພາກລັດເປັນດິຈິຕອນ ເພື່ອສ້າງຄວາມອາດສາມາດໃນການຄຸ້ມຄອງ ແລະ ໃຫ້ບໍລິການພາກລັດ ໃຫ້ມີຄວາມຫຼາກຫຼາຍ, ມີຄວາມສະດວກ, ວ່ອງໄວ ແລະ ຮັບປະກັນຄວາມປອດໄພດ້ານຂໍ້ມູນ, ພ້ອມຍັງເປັນການເຊື່ອມໂຍງການສື່ສານພາກລັດກັບລະບົບປັນຍາປະດິດລາວ (Lao AI) ເຊີ່ງນອກຈາກອໍານວຍຄວາມສະດວກໃຫ້ການບໍລິຫານຈັດການຂອງພາກລັດເອງແລ້ວ ຍັງເປັນເງື່ອນໄຂ ທີ່ສໍາຄັນກ້າວໄປສູ່ບໍລິການພາກລັດໄປສູ່ປະຊາຊົນ ໄດ້ວ່ອງໄວມີຄວາມສະດວກຂື້ນກວ່າເກົ່າ.

