ພະແນກເຕັກໂນໂລຊີ ແລະ ການສື່ສານ ແຂວງໄຊຍະບູລີ ຈັດກອງປະຊຸມເຜີຍແຜ່ ຂໍ້ຕົກລົງວ່າດ້ວຍ ການແຕ່ງຕັ້ງຄະນະຮັບຜິດຊອບກະກຽມເນື້ອໃນຫຼັກສູດ ການຝຶກອົບຮົມວຽກງານການຫັນເປັນດິຈິຕອນ

17/07/2026 ~ 17/07/2026

ພະແນກເຕັກໂນໂລຊີ ແລະ ການສື່ສານ ແຂວງໄຊຍະບູລີ ຈັດກອງປະຊຸມເຜີຍແຜ່ ຂໍ້ຕົກລົງວ່າດ້ວຍ ການແຕ່ງຕັ້ງຄະນະຮັບຜິດຊອບກະກຽມເນື້ອໃນຫຼັກສູດ  ການຝຶກອົບຮົມວຽກງານການຫັນເປັນດິຈິຕອນ

       ຕອນບ່າຍ ວັນທີ 16 ກໍລະກົດ 2026 ພະແນກເຕັກໂນໂລຊີ ແລະ ການສື່ສານ ແຂວງໄຊຍະບູລີ ໄດ້ຈັດກອງປະຊຸມເຜີຍແຜ່ຂໍ້ຕົກລົງ ວ່າດ້ວຍການແຕ່ງຕັ້ງຄະນະຮັບຜິດຊອບກະກຽມເນື້ອໃນຫຼັກສູດ ການຝຶກອົບຮົມວຽກງານການຫັນເປັນດິຈິຕອນຂຶ້ນ ທີ່ຫ້ອງປະຊຸມຂອງພະແນກ, ໂດຍການໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ທ່ານ ສອນສະຫວັນ ຈັນທະວົງ ຫົວໜ້າພະແນກເຕັກໂນໂລຊີ ແລະ ການສື່ສານ ແຂວງ, ມີບັນດາຮອງຫົວໜ້າພະແນກ, ຫົວໜ້າ, ຮອງຫົວໜ້າຂະແໜງ ພ້ອມດ້ວຍພະນັກງານ-ລັດຖະກອນພາຍໃນພະແນກ ເຂົ້າຮ່ວມຢ່າງພ້ອມພຽງ.

       ກອງປະຊຸມໃນຄັ້ງນີ້, ໄດ້ຮັບຟັງການຜ່ານຂໍ້ຕົກລົງ ວ່າດ້ວຍການແຕ່ງຕັ້ງຄະນະຮັບຜິດຊອບກະກຽມເນື້ອໃນຫຼັກສູດ, ບັນດາຫົວຂໍ້ເນື້ອໃນຫຼັກສູດການຝຶກອົບຮົມກ່ຽວກັບວຽກງານການຫັນເປັນດິຈິຕອນ ແລະ ແຜນການດໍາເນີນງານການຈັດກອງປະຊຸມສໍາມະນາຮັບຮອງຫຼັກສູດ ທີ່ຈະຈັດຂື້ນໃນຕົ້ນເດືອນ ສິງຫາ 2026 ນີ້, ເພື່ອໃຫ້ຜູ້ເຂົ້າຮ່ວມໄດ້ຮັບຊາບ ແລະ ມີຄວາມເຂົ້າໃຈເປັນເອກະພາບກັນ. ພ້ອມດຽວກັນນັ້ນ, ຜູ້ເຂົ້າຮ່ວມກອງປະຊຸມຍັງໄດ້ມີການປະກອບຄຳຄິດຄຳເຫັນ ແລະ ປຶກສາຫາລືຢ່າງກົງໄປກົງມາ ເພື່ອເຮັດໃຫ້ການກະກຽມເນື້ອໃນຫຼັກສູດດັ່ງກ່າວມີຄວາມຄົບຖ້ວນ, ສົມບູນ ແລະ ສາມາດນຳໄປປະຕິບັດໄດ້ ຢ່າງມີປະສິດທິຜົນສູງ ໃນການຂັບເຂື່ອນວຽກງານການຫັນເປັນດິຈິຕອນ ຢູ່ພາຍໃນແຂວງໄຊຍະບູລີ.

        ໃນຕອນທ້າຍຂອງກອງປະຊຸມ, ທ່ານ ສອນສະຫວັນ ຈັນທະວົງ ໄດ້ມີຄຳເຫັນຊີ້ນຳຕໍ່ຄະນະຮັບຜິດຊອບທີມງານຄູຝຶກ ແລະ ພະນັກງານທຸກທ່ານ ໂດຍໄດ້ເນັ້ນໜັກເຖິງຄວາມສຳຄັນຂອງວຽກງານການຫັນເປັນດິຈິຕອນ ເຊິ່ງເປັນວຽກງານບຸລິມະສິດ ໃນໄລຍະໃໝ່. ທ່ານໄດ້ຮຽກຮ້ອງໃຫ້ຄະນະຮັບຜິດຊອບ ເອົາໃຈໃສ່ຄົ້ນຄວ້າ ແລະ ກະກຽມເນື້ອໃນຫຼັກສູດໃຫ້ມີເນື້ອໃນຄົບຖ້ວນ, ມີຄວາມທັນສະໄໝ, ຕິດພັນກັບສະພາບຄວາມເປັນຈິງ ແລະ ສາມາດຍົກລະດັບຄວາມຮູ້, ຄວາມສາມາດດ້ານດິຈິຕອນ ໃຫ້ແກ່ບຸກຄະລາກອນ ພາຍໃນແຂວງຢ່າງແທ້ຈິງ.

 

ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາ ວຽກງານເຕັກໂນໂລຊີ ແລະ ການສື່ສານ ແຂວງໄຊຍະບູລີ