15/07/2026 ~ 15/07/2026

ໃນຕອນເຊົ້າຂອງວັນທີ 15 ກໍລະກົດ 2026, ທີ່ຫ້ອງປະຊຸມພະແນກເຕັກໂນໂລຊີ ແລະ ການສື່ສານ ແຂວງໄຊຍະບູລີ, ໄດ້ຈັດກອງປະຊຸມປຶກສາຫາລື ແລະ ເກັບກຳຂໍ້ມູນສຶກສາຄວາມເປັນໄປໄດ້ໃນການພັດທະນາ “ລະບົບລວມສູນການບໍລິການລັດດິຈິຕອນ” ຢ່າງເປັນທາງການ ໂດຍຜ່ານລະບົບອອນລາຍ ແລະ ເຊີ່ງໜ້າ.

ໃຫ້ກຽດເຂົ້າຮ່ວມເປັນປະທານກອງປະຊຸມໂດຍ ທ່ານ ນິລັນດອນ ຈິດຕະກອນ, ຮອງຫົວໜ້າພະແນກເຕັກໂນໂລຊີ ແລະ ການສື່ສານ ແຂວງໄຊຍະບູລີ, ມີບັນດາ ຮອງຫົວໜ້າພະແນກການ, ກົມກອງອ້ອມຂ້າງແຂວງ, ຫ້ອງວ່າການເມືອງໄຊຍະບູລີ, ຫ້ອງວ່າການ ເມືອງຫົງສາ, ທີມງານຄະນະຮັບຜິດຊອບເກັບກໍາຂໍ້ມູນ ຂອງສູນບໍລິຫານລັດດິຈິຕອນ ແລະ ພະນັກງານ ຮັບຜິດຊອບ ຂອງພະແນກ ເຕັກໂນໂລຊີ ແລະ ການສື່ສານແຂວງ ເຂົ້າຮ່ວມທັງໝົດ 23 ທ່ານ;
ໃນກອງປະຊຸມຄະນະຮັບຜິດຊອບ ຂອງສູນບໍລິຫານລັດດິຈິຕອນ ກະຊວງເຕັກໂນໂລຊີ ແລະ ການສື່ສານ ໄດ້ອະທິບາຍບັນດາເນື້ອໃນແບບຟອມເກັບກໍາຂໍ້ມູນ ການສຶກສາຄວາມເປັນໄປໄດ້ ການພັດທະນາລະບົບລວມສູນການບລິການລັດດິຈິຕອນ ວິທີການປ້ອນຂໍ້ມູນຕາມແບບຟອມ ແລະ ຕາງໜ້າບໍລິສັດທີ່ປຶກສາການພັດທະນາລະບົບລວມສູນການບໍລິການລັດດິຈິຕອນ ໄດ້ສະຫຼຸບໂດຍຫຍໍ້ຄວາມຄືບໜ້າໃນການພັດທະນາລະບົບລວມສູນການບໍລິການລັດດິຈິຕອນ;
ຫຼັງຈາກນັ້ນຜູ້ເຂົ້າຮ່ວມກອງປະຊຸມໄດ້ປະກອບຄໍາຄິດເຫັນຢ່າງກົງໄປກົງມາ ຕໍ່ກັບການເກັບກຳຂໍ້ມູນ ແລະ ເພື່ອຮັບປະກັນໃຫ້ແກ່ການປະກອບຂໍ້ມູນເຂົ້າຕາມແບບຟອມຖືກຕ້ອງ, ຄົບຖ້ວນ ແລະ ສົ່ງຂໍ້ມູນໃຫ້ທາງກະຊວງທັນຕາມກໍານົດເວລາ.

ຂ່າວ ແລະ ພາບໂດຍ: ນາງ ສຸນິດາ ສົມສີ

