ຫ້ອງການກອງເລຂາກອງທຶນພັດທະນາໂທລະຄົມ ແລະ ການຫັນເປັນດິຈິຕອນ ປະຊຸມປຶກສາຫາລື ຮ່ວມກັບ ພະແນກເຕັກໂນໂລຊີ ແລະ ການສື່ສານ ແຂວງໄຊຍະບູລີ

15/07/2026 ~ 15/07/2026

 ຫ້ອງການກອງເລຂາກອງທຶນພັດທະນາໂທລະຄົມ ແລະ ການຫັນເປັນດິຈິຕອນ ປະຊຸມປຶກສາຫາລື ຮ່ວມກັບ ພະແນກເຕັກໂນໂລຊີ ແລະ ການສື່ສານ ແຂວງໄຊຍະບູລີ

ໃນວັນທີ 14 ກໍລະກົດ 2026, ທີ່ຫ້ອງປະຊຸມ ພະແນກເຕັກໂນໂລຊີ ແລະ ການສື່ສານ ແຂວງໄຊຍະບູລີ, ໄດ້ຈັດກອງປະຊຸມປຶກສາຫາລືຮ່ວມລະຫວ່າງ ຫ້ອງການກອງເລຂາກອງທຶນພັດທະນາໂທລະຄົມ ແລະ ການຫັນເປັນດິຈິຕອນ ກັບ ພະແນກເຕັກໂນໂລຊີ ແລະ ການສື່ສານ ແຂວງໄຊຍະບູລີ, ໃຫ້ກຽດເຂົ້າຮ່ວມເປັນປະທານກອງປະຊຸມໂດຍ ທ່ານ ນາງ ດວງໄພວອນ ສີບຸບຜາ, ຮອງຫົວໜ້າພະແນກ ເປັນປະທານ, ມີພະນັກງານ-ລັດຖະກອນ ຈາກ ຂະແໜງປະໄປສະນີ ແລະ ການສື່ສານ ແລະ ຂະແໜງບໍລິຫານລັດດິຈິຕອນ ແລະ ຄວາມປອດໄພໄຊເບີ ຂອງພະແນກ ເຂົ້າຮ່ວມຢ່າງພ້ອມພຽງ.

ໃນກອງປະຊຸມຄັ້ງນີ້ ໄດ້ມີການປຶກສາຫາລື ແລະ ແລກປ່ຽນຄວາມຄິດເຫັນກ່ຽວກັບ ການຄຸ້ມຄອງ, ການອອກອະນຸຍາດໃຫ້ບັນດາຫົວໜ່ວຍທຸລະກິດໂທລະຄົມມະນາຄົມ ແລະ ອິນເຕີເນັດ, ຫົວໜ່ວຍທຸລະກິດໄປສະນີ ແລະ ຫົວໜ່ວຍທຸລະກິດດິຈິຕອນ ຢູ່ພາຍໃນແຂວງ; ກົນໄກການປະສານງານລະຫວ່າງຂັ້ນກະຊວງ ຫາແຂວງ, ຂັ້ນແຂວງຫາບັນດາເມືອງ, ສຸມໃສ່ການເກັບລາຍຮັບ ຄ່າທໍານຽມ-ຄ່າບໍລິການ ໃຫ້ຖືກຕ້ອງຕາມລະບຽບ ກົດໝາຍ ແລະ ບັນລຸຕາມແຜນການ, ພ້ອມທັງສະຫຼຸບຂໍ້ມູນສະຖິຕິ ລາຍງານໃຫ້ກະຊວງຢ່າງເປັນປົກກະຕິ.

ກອງປະຊຸມດຳເນີນໄປດ້ວຍບັນຍາກາດທີ່ເປັນກັນເອງ ແລະ ສ້າງສັນ, ໂດຍທຸກຝ່າຍໄດ້ຮ່ວມສະເໜີຄວາມຄິດເຫັນ ແລະ ກຳນົດແນວທາງການປະສານງານໃນໄລຍະຕໍ່ໄປ ເພື່ອຍົກລະດັບວຽກງານດ້ານເຕັກໂນໂລຊີ, ການສື່ສານ ແລະ ການຫັນເປັນດິຈິຕອນ ໃຫ້ສອດຄ່ອງກັບນະໂຍບາຍຂອງພັກ ແລະ ລັດ.

 

ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາ ວຽກງານເຕັກໂນໂລຊີ ແລະ ການສື່ສານ ແຂວງໄຊຍະບູລີ