14/07/2026 ~ 14/07/2026

ຫ້ອງການກອງເລຂາກອງທຶນ ພັດທະນາໂທລະຄົມມະນາຄົມ ແລະ ການຫັນເປັນດີຈິຕອນ ກະຊວງ ເຕັກໂນໂລຊີ ແລະ ການສື່ສານ ຮ່ວມກັບ ພະແນກເຕັກໂນໂລຊີ ແລະ ການສື່ສານ ແຂວງໄຊຍະບູລີໄດ້ຈັດພິທິ ເຜີຍແຜ່ດຳລັດ ວ່າດ້ວຍ ກອງທຶນພັດທະນາໂທລະຄົມມະນາຄົມ ແລະ ການຫັນເປັນດິຈິຕອນ ຂື້ນໃນນຕອນເຊົ້າວັນທີ 13 ກໍລະກົດນີ້ ຢູ່ຫ້ອງປະຊຸມຫ້ອງວ່າການແຂວງໄຊຍະບູລີ ໃຫ້ກຽດເຂົ້າຮ່ວມ ຂອງທ່ານ ບຸດສະກອນ ອິນທະລັງສີ ກຳມະການປະຈຳພັກແຂວງ ຮອງປະທານຄະກຳມະການປົກຄອງແຂວງ, ມີຫົວໜ້າ, ຮອງຫົວໜ້າພະແນກການ, ຄະນະກຳມະການປົກຄອງ 11 ເມືອງ, ຫ້ອງການເຕັກໂນໂລຊີ ແລະ ການສື່ສານ ເມືອງປາກລາຍ, ເມືອງຫົງສາ ແລະເມືອງໄຊຍະບູລີ, ກົມກອງອ້ອມຂ້າງແຂວງ ແລະ ບັນດາທ່ານ, ຮອງປະທານຄະນະກໍາມະການປົກຄອງເມືອງ, ແຂກທີ່ຖືກເຊີນເຂົ້າຮ່ວມ.

ໃນກອງປະຊຸມທ່ານ ສອນສະຫວັນ ຈັນທະວົງ ຫົວໜ້າພະແນກເຕັກໂນໂລຊີ ແລະ ການສື່ສານ ໄດ້ໃຫ້ຮູ້ວ່າ: ໃນທ່າມກາງບັນຍາກາດທີ່ເຕັມໄປດ້ວຍຄວາມໝາຍຄວາມສໍາຄັນ, ພວກເຮົາຖືວ່າປີ 2026 ນີ ເປັນປີທໍາອິດທີລິເລີ່ມການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຂອງສູນກາງພັກ ຄັ້ງທີ XII, ກໍຄືມະຕິກອງປະຊຸມໃຫ່ຍ ຂອງອົງຄະນະພັກແຂວງໄຊຍະບູລີ ຄັ້ງທີ VIII. ແຜນພັດທະນາເຕັກໂນຊີ ແລະ ການສື່ສານ 05 ປີ ຄັ້ງທີ IV (2026-2030) ກ່ຽວກັບການຈັດຕັ້ງຜັນຂະຫຍາຍວຽກງານການຫັນເປັນ 3 ເສົາຄໍ້າດິຈິຕອນ (ລັດດິຈິຕອນ, ເສດຖະກິດດິຈິຕອນ ແລະ ສັງຄົມດິຈິຕອນ) ຢູ່ພາຍໃນ ສປປ ລາວ ກໍ່ຄືແຂວງໄຊຍະບູລີ ຂອງພວກເຮົາ, ເຊີ່ງດໍາລັດ ສະບັບເລກທີ 278/ລບ ສະບັບນີ້ ແມ່ນນິຕິກຳໜື່ງທີ່ມີຄວາມສໍາຄັນທີ່ສຸດ, ທີ່ຈະຊ່ວຍພັກດັນສະໜັບສະໜູນເຮັດໃຫ້ການຫັນເປັນ 3 ເສົາຄ້ຳດິຈິຕອນ ປະສົບຜົນສຳເລັດຕາມແຜນທີ່ພັກ-ລັດຖະບານໄດ້ວາງໄວ້ດຳລັດສະບັບນີ້ ກຳນົດຫຼັກການ ແລະ ລະບຽບການ ກ່ຽວກັບການຄຸ້ມຄອງ, ນໍາໃຊ້ ແລະ ຕິດຕາມ ກວດກາ ກອງທຶນພັດທະນາໂທລະຄົມມະນາຄົມ ແລະ ແນໃສ່ ສະໜອງທຶນໃຫ້ແກ່ການພັດທະນາຄົມມະນາຄົມ ແລະ ການຫັນເປັນດິຈິຕອນ ເພື່ອລະດົມ ແລະ ສະສົມທຶນໃຫ້ມີທຶນພຽງພໍການຫັນເປັນດິຈິຕອນ ຢ່າງຍືນຍົງ, ໂປ່ງໃສ ແລະ ສາມາດກວດສອບ ໄດ້ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງຊາດ ຕາມທິດຫັນເປັນທັນສະໄໝຂອງ ສປປ ລາວ. ແມ່ນກອງທຶນຂອງລັດທີ່ສ້າງຕັ້ງຂື້ນເພື່ອສະສົມ ແລະ ລະດົມທຶນ ຈາກພາຍໃນ ແລະ ຕ່າງປະເທດ ນໍາໃຊ້ເຂົ້າໃນການຫັນເປັນດີຈີຕອນ, ການຂະຫຍາຍ ແລະ ພັດທະນາໂຄ່ງລ່າງພື້ນຖານໂທລະຄົມມະນາຄົມໄປເຖິງຊົນນະບົດເຂດຫ່າງໄກສອກຫຼີກ, ການພັດທະນາຊັບພະຍາກອນມະນຸດ, ຖານດິຈິຕອນ ຄວາມປອດໄພຂອງການນໍາໃຊ້ເຕັກໂນໂລຊີ, ດິຈິຕອນ ອອກໄປສູ່ບັນດາເມືອງ ແລະ ຕາແສງ ໄດ້ຮັບການພັດທະນາຢາງບໍ່ຢຸດຢັ້ງ ແລະ ເພື່ອຮັບປະກັນໃຫ້ກອງປະຊຸມໃນຄັ້ງນີ້ສໍາເລັດຕາມລະດັບຄາດໝາຍທີ່ວາງໄວ້ ສາມາດເຂົ້າໃຈຢ່າງເລິກເຊີງ ໃນແຕ່ລະມາດຕາ ຂອງດໍາລັດໄດ້ຢ່າງຖືກຕ້ອງ ກັບຄວາມເປັນຈິງ ໃຫ້ສາມາດຈັດຕັ້ງປະຕິບັດໄດ້ ແລະ ກາຍເປັນຮູບປະທໍາທີ່ແທ້ຈິງ ເພື່ອປະກອບຄໍາຄິດຄໍາເຫັນມະຕິກອງປະຊຸມແນໃສເຮັດໃຫ້ດຳລັດສະບັບນີ້ໄດ້ຮັບການຈັດຕັ້ງຜັນຂະຫຍາຍຊ່ວຍຂັບເຄື່ອນການພັດທະນາພື້ນຖານໂຄງລ່າງໂທລະຄົມມະນາຄົມ ແລະ ຫັນເປັນດິຈິຕອນ ກໍ່ຄືວຽກງານເຕັກໂນໂລຊີ ແລະ ການສື່ສານ ຢູ່ພາຍແຂວງໄຊຍະບູລີ ຂອງພວກເຮົາ.


