ພາລະບົດບາດ ພະແນກເຕັກໂນໂລຊີ ແລະ ການສື່ສານ ແຂວງໄຊຍະບູລີ
ພະແນກ ເຕັກໂນໂລຊີ ແລະ ການສື່ສານ ແຂວງ ຂຽນເປັນຕົວອັກສອນຫຍໍ້ “ ພຕສ” ແລະ ຂຽນເປັນພາສາອັງກິດວ່າ “ Department of Technology and Communications ” ຂຽນເປັນຕົວ ອັກສອນຫຍໍ້ “ DTC ” ແມ່ນກົງຈັກຫນຶ່ງຂອງອົງການປົກຄອງແຂວງ ມີພາລະບົດບາດ ເປັນເສນາທິການໃຫ້ແກ່ເຈົ້າແຂວງ ແລະ ລັດຖະມົນຕີ ກະຊວງ ເຕັກໂນໂລຊີ ແລະ ການສືສານ ໃນການຄຸ້ມຄອງ ແລະ ພັດທະນາວຽກງານເຕັກໂນໂລຊີ ແລະ ການສື່ສານ ຢູ່ພາຍໃນແຂວງ ພາຍໃຕ້ການຊີ້ນໍາ-ນໍາພາ ແລະ ຄຸ້ມຄອງດ້ານຊີວິດການເມືອງ ຂອງອົງການປົກຄອງແຂວງ ແລະ ການຊີ້ນໍາ-ນໍາພາ ແລະ ກວດກາດ້ານເຕັກນິກວິຊາການຂອງ ກະຊວງເຕັກໂນໂລຊີ ແລະ ການສື່ສານ.

