ພະແນກ ເຕັກໂນໂລຊີ ແລະ ການສື່ສານ ແຂວງ ມີສິດ ດັ່ງນີ້:

 

1. ສະເໜີພາກສ່ວນທີ່ກ່ຽວຂ້ອງໃນການປັບປຸງ, ສ້າງຕັ້ງ ຫຼື ລົບລ້າງ ກົງຈັກການຈັດຕັ້ງ ແລະ ຕໍາແໜງ ງານທີ່ຂຶ້ນກັບສິດຄຸ້ມຄອງຂອງ ພະແນກ ເຕັກໂນໂລຊີ ແລະ ການສື່ສານ ໃນເມື່ອເຫັນວ່າບໍ່ສອດຄ່ອງ;

2. ສະເໜີປັບປຸງກົດໝາຍ, ລະບຽບການ, ຂໍ້ກໍານົດ, ມະຕິ, ຄໍາສັ່ງ, ຂໍ້ຕົກລົງ, ແຈ້ງການ ແລະ ອື່ນໆ ທາງດ້ານວຽກງານເຕັກໂນໂລຊີ ແລະ ການສື່ສານ ທີ່ບໍ່ສອດຄ່ອງກັບຄວາມຮຽກຮ້ອງຕ້ອງການຕົວຈິງຂອງແຂວງ ໃນແຕ່ລະໄລຍະ;

3. ເຈລະຈາ, ພົວພັນ ແລະ ເຊັນສັນຍາ, ອະນຸສັນຍາ ຫຼື ຂໍ້ຜູກພັນອື່ນໆ ກັບພາກສ່ວນຕ່າງໆ ທັງພາຍໃນ ແລະ ຕ່າງ ປະເທດ ກ່ຽວກັບວຽກງານດ້ານເຕັກໂນໂລຊີ ແລະ ການສື່ສານ ຢູ່ພາຍໃນຄວາມຮັບຜິດຊອບຂອງຕົນ ຕາມການເຫັນດີຂອງແຂວງ ແລະ ກະຊວງ;

4. ອອກແຈ້ງການ, ຂໍ້ຕົກລົງ, ຄໍາແນະນໍາ ແລະ ລະບຽບການອື່ນໆ ທີ່ບໍ່ຂັດກັບກົດໝາຍ, ລະບຽບການຂອງກະຊວງວາງອອກ, ເຖິງບັນດາຫົວໜ່ວຍທຸລະກິດທີ່ຂຶ້ນກັບຄວາມຮັບຜິດຊອບຂອງຕົນ ແລະ ຂະ ແໜງການອື່ນ ອ້ອມຂ້າງແຂວງ;

5. ເກັບຄ່າທໍານຽມ, ຄ່າບໍລິການ ດ້ານເຕັກໂນໂລຊີ ແລະ ການສື່ສານ ຕາມຂອບເຂດຄວາມຮັບຜິດຊອບຂອງຕົນ ແລະ ຕາມລະບຽບກົດໝາຍກໍານົດ;

6. ສະເໜີແຕ່ງຕັ້ງ, ຍົກຍ້າຍ, ເລື່ອນຊັ້ນ-ຂັ້ນເງິນເດືອນ, ຍ້ອງຍໍ, ປະຕິບັດນະໂຍບາຍ ແລະ ວິໄນຕໍ່ພະນັກງານທີ່ຂຶ້ນກັບຄວາມຮັບຜິດຊອບຂອງຕົນ;

7. ຈັດສັນ, ອະນຸມັດການຕິດຕັ້ງ ແລະ ວາງເຄືອຂ່າຍ ໂຄງລ່າງທາງດ້ານເຕັກໂນໂລຊີ ແລະ ການສື່ສານພາຍໃນແຂວງ ຕາມການມອບໝາຍຂອງ ກະຊວງ ເຕັກໂນໂລຊີ ແລະ ການສື່ສານ;

8. ຮຽກປະຊຸມກັບພາກສ່ວນທີ່ກ່ຽວຂ້ອງ ເພື່ອຄົ້ນຄ້ວາ ແລະ ປຶກສາຫາລືກ່ຽວກັບວຽກງານ ເຕັກໂນໂລຊີ ແລະ ການສື່ສານ; ເຂົ້າຮ່ວມກອງປະຊຸມຕ່າງໆ ດ້ານວິຊາການ ຢູ່ພາຍໃນ ແລະ ຕ່າງປະເທດ ຕາມການເຫັນດີຂອງ ກະຊວງ ແລະ ແຂວງ;

9. ປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ເພື່ອໄກ່ເກ່ຍ ແລະ ແກ້ໄຂຂໍ້ຂັດແຍ່ງ ໃນເມື່ອມີການສະເໜີ ຫຼື ຮ້ອງຟ້ອງ;

10. ພົວພັນຮ່ວມມືດ້ານວຽກງານເຕັກໂນໂລຊີ ແລະ ການສື່ສານ ແລະ ຄວາມປອດໄພໄຊເບີ ກັບຕ່າງປະເທດ ຕາມການຕົກລົງເຫັນດີຂອງກະຊວງ ແລະ ອົງການປົກຄອງແຂວງ;

11. ພົວພັນ ແລະ ປະສານສົມທົບກັບ ຂະແໜງການອື່ນໆທີ່ກ່ຽວຂ້ອງ ໃນການຈັດຕັ້ງປະຕິບັດວຽກງານຂອງ ພະແນກ ແລະ ປະກອບຄໍາເຫັນ, ໃຫ້ຄໍາປຶກສາ, ແກ້ໄຂບັນຫາ ທາງດ້ານເຕັກໂນໂລຊີ ແລະ ການສືສານ ເພື່ອໃຫ້ສອດຄ່ອງກັບການພັດທະນາເສດຖະກິດ-ສັງຄົມ ຂອງແຂວງ;

12. ເລືອກເຟັ້ນເອົາຜົນສໍາເລັດດ້ານ ເຕັກໂນໂລຊີ ແລະ ການສື່ສານ ທີ່ເໝາະສົມຈາກຂົງເຂດຕ່າງໆ ຢູ່ພາຍໃນ ແລະ ຕ່າງປະເທດ ເພື່ອສະເໜີພິຈາລະນານໍາໃຊ້ ພາຍໃນແຂວງ;

13. ຄຸ້ມຄອງ, ນໍາໃຊ້ຊັບສິນ ແລະ ງົບປະມານ ຂອງພະແນກເຕັກໂນໂລຊີ ແລະ ການສື່ສານ ຕາມການອະນຸມັດຂອງ ແຂວງ; 

     14. ປະຕິບັດສິດອື່ນໆ ຕາມການມອບໝາຍຂອງກະຊວງ ແລະ ອົງການປົກຄອງແຂວງ. 

 

ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາ ວຽກງານເຕັກໂນໂລຊີ ແລະ ການສື່ສານ ແຂວງໄຊຍະບູລີ