ພະແນກເຕັກໂນໂລຊີ ແລະ ການສື່ສານ ແຂວງ ມີໜ້າທີ່ ດັ່ງນີ້:

 

1. ຄົ້ນຄວ້າ, ຜັນຂະຫຍາຍແນວທາງນະໂຍບາຍຂອງພັກ, ກົດໝາຍ, ລະບຽບການຂອງລັດ ລະບຽບການ ຂອງ ກະຊວງເຕັກໂນໂລຊີ ແລະ ການສື່ສານ ແລະ ລະບຽບການຂອງແຂວງ ກ່ຽວກັບ ວຽກງານເຕັກໂນໂລຊີ ແລະ ການສືສານ ມາເປັນແຜນງານ, ແຜນການ ແລະ ໂຄງການ ພ້ອມທັງຈັດຕັ້ງ ປະຕິບັດໃຫ້ມີປະສິດທິພາບ ແລະ ປະສິດທິຜົນ;

2. ສ້າງແຜນຍຸດທະສາດ, ນະໂຍບາຍ ແລະ ລະບຽບການ ກ່ຽວກັບວຽກງານເຕັກໂນໂລຊີ ແລະ ການສື່ສານຂອງ ແຂວງ ທີ່ຂຶ້ນກັບຄວາມຮັບຜິດຊອບຂອງຕົນ ໃນແຕ່ລະໄລຍະ ເພື່ອສະເໜີເຈົ້າແຂວງ ພິຈາລະນາ;

3. ເຜີຍແຜ່ກົດໝາຍ, ລະບຽບການ, ຍຸດທະສາດ, ແຜນພັດທະນາ ກ່ຽວກັບວຽກງານເຕັກໂນໂລຊີ ແລະ ການສືສານ ໃຫ້ບັນດາພະແນກການ ແລະ ພາກສ່ວນທີ່ກ່ຽວຂ້ອງພາຍໃນແຂວງ ພ້ອມທັງ ຊຸກຍູ້, ແນະນໍາ ໃນການຈັດຕັ້ງປະຕິບັດ;

4. ຄົ້ນຄວ້າການອອກອະນຸຍາດ, ສືບຕໍ່, ໂຈະ, ຖອນ ແລະ ຍົກເລີກ ໃບອະນຸຍາດດໍາເນີນທຸລະກິດດ້ານ ເຕັກໂນໂລຊີ ແລະ ການສື່ສານ, ການນໍາໃຊ້ຄື້ນຄວາມຖີ່ວິທະຍຸສື່ສານລະບົບໂຟນີ ແລະ ເຄື່ອງບິນບໍ່ມີຄົນຂັບ (Drone) ທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນ ຕາມການມອບໝາຍຂອງກະຊວງ ເຕັກໂນໂລຊີ ແລະ ການສືສານ ໃນແຕ່ລະໄລຍະ;

5. ຄຸ້ມຄອງ, ຕິດຕາມ, ກວດກາ ແລະ ອອກອະນຸຍາດ ການນໍາເຂົ້າ, ສົ່ງອອກ ແລະ ການນໍາໃຊ້ອຸປະກອນລະບົບເຕັກໂນໂລຊີ ແລະ ການສື່ສານ ທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນຕາມການມອບໝາຍຂອງກະຊວງ ເຕັກໂນໂລຊີ ແລະ ການສື່ສານ ໃນແຕ່ລະໄລຍະ;

6. ຄຸ້ມຄອງ, ຕິດຕາມ, ກວດກາ ແລະ ກັກຢຶດ ອຸປະກອນ-ຜະລິດຕະພັນດ້ານເຕັກໂນໂລຊີ ແລະ ການສື່ສານທີ່ນໍາເຂົ້າ, ຈໍາຫນ່າຍ, ນໍາໃຊ້ ແລະ ໃຫ້ບໍລິການ ທີ່ບໍ່ຖືກຕ້ອງຕາມລະບຽບກົດໝາຍ ຢູ່ພາຍໃນຂອບເຂດແຂວງ;

7. ຄຸ້ມຄອງ, ຕິດຕາມ, ກວດກາ, ຊຸກຍູ້ ແລະ ສົ່ງເສີມ ໃນການນໍາເຂົ້າ ແລະ ສົ່ງອອກ ສັນຍານອິນເຕີເນັດ, ສັນຍານໂທລະສັບ, ສັນຍານຂໍ້ຄວາມສັ້ນ ແລະ ຈຸດເຊື່ອມຕໍ່ ສາຍສົ່ງຕາມຊາຍແດນ ເຂົ້າ-ອອກ ຕ່າງປະເທດ ຕ້ອງປະຕິບັດຕາມນະໂຍບາຍລວມສູນການສື່ສານຜ່ານປະຕູດຽວ ທີ່ກະຊວງ ເຕັກໂນໂລຊີ ແລະ ການສື່ສານ ກໍານົດໄວ້ໃນແຕ່ລະໄລຍະ;

8. ຈັດຕັ້ງປະຕິບັດວຽກງານຄຸ້ມຄອງຄວາມປອດໄພໄຊເບີ ທັງຊຸກຍູ້ການນໍາໃຊ້ລະບົບອິນເຕີເນັດໃຫ້ຖືກຕ້ອງ ແລະ ມີຄວາມສະຫງົບປອດໄພ ເເລະ ຮັບແຈ້ງເຫດສຸກເສີນທາງຄອມພິວເຕີ ຈາກພາກສ່ວນຕ່າງໆພາຍ ໃນແຂວງ ເພື່ອລາຍງານຕໍ່ ແຂວງ ແລະ ກະຊວງ ເຕັກໂນໂລຊີ ແລະ ການສືສານ ຮັບຊາບ ໃນແຕ່ລະໄລຍະ;

9. ປະສານງານກັບພາກສ່ວນທີ່ກ່ຽວຂ້ອງ ເພື່ອຕິດຕາມ, ກວດກາແນະນໍາ ແລະ ສົ່ງເສີມຜູ້ໃຫ້ບໍລິການ, ຄຸ້ມຄອງຜູ້ບໍລິໂພກ, ການຮັບຄໍາຮ້ອງທຸກ, ການກ່າວເຕືອນ, ການເຮັດບົດບັນທຶກ, ການນໍາໃຊ້ມາດຕະການ ແລະ ການແກ້ໄຂຂໍ້ຂັດແຍ່ງໃນການດໍາເນີນທຸລະກິດ ດ້ານເຕັກໂນໂລຊີ ແລະ ການສື່ສານ ທີ່ຢູ່ໃນຄວາມ ຮັບຜິດຊອບຂອງຕົນ; 

10. ຄຸ້ມຄອງ ແລະ ຕິດຕາມ ການນໍາໃຊ້ ລະບົບບໍລິຫານ ແລະ ບໍລິການ ຂອງລັດ ເພື່ອຫັນເປັນທັນສະໄໝເທື່ອລະກ້າວ ເປັນຕົ້ນ ລະບົບ ເຄືອຂ່າຍພາກລັດ, ກອງປະຊຸມທາງໄກ, e-Office, Email, G-Chat, G-Share, G-Web ແລະ ອື່ນໆ;

11. ຊຸກຍູ້, ສົ່ງເສີມ, ເຜີຍແຜ່ການໃຫ້ບໍລິການ, ສະໜອງຂໍ້ມູນຂ່າວສານ ແລະ ນໍາພາອົງການຈັດຕັ້ງລັດເອກະຊົນ ແລະ ປະຊາຊົນ ໃຫ້ຮູ້ນໍາໃຊ້ເຕັກໂນໂລຊີ ແລະ ການສື່ສານເຂົ້າໃນວຽກງານ ແລະ ການດໍາລົງຊີວິດ ຢ່າງທົ່ວເຖິງ ໃຫ້ຖືກຕ້ອງຕາມລະບຽບກົດໝາຍ;

12. ຮ່ວມມື ແລະ ປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງໃນການວາງແຜນ, ຈັດສັນ, ພັດທະນາ, ປັບປຸງ ຍົກລະດັບ, ຂະຫຍາຍ ແລະ ເປັນເຈົ້າການຄຸ້ມຄອງໂຄງລ່າງດ້ານ ເຕັກໂນໂລຊີ ແລະ ການສື່ສານ ພາຍໃນແຂວງ, ຄຸ້ມຄອງ, ຕິດຕາມ ແລະ ກວດກາ ການນໍາໃຊ້ຄື້ນຄວາມຖີວິທະຍຸສືສານ;

13. ຄຸ້ມຄອງ, ຊກຍູ້, ສົ່ງເສີມ, ຄົ້ນຄ້ວາພັດທະນາ, ທົດລອງ, ເລືອກເຟັ້ນ ແລະ ນໍາໃຊ້ເຕັກໂນໂລຊີ ແລະ ນະວັດຕະກໍາ ເພື່ອສ້າງເປັນໂຄງການຕົວແບບຂອງແຂວງ;

14. ຄຸ້ມຄອງ, ຊກຍູ້, ຕິດຕາມ ແລະ ກວດກາ ວຽກງານໄປສະນີ ແລະ ການສື່ສານ ທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນ;

15. ປະສານສົມທົບກັບ ບັນດາກົມ/ທຽບເທົ່າທີ່ກ່ຽວຂ້ອງ ຂອງກະຊວງ ເຕັກໂນໂລຊີ ແລະ ການສື່ສານ ລົງຕິດຕາມ, ກວດກາ ການອະນຸຍາດ ແລະ ນໍາໃຊ້ຄື້ນຄວາມຖີ່ວິທະຍຸສື່ສານລະບົບໂຟນີ, ເຄື່ອງບິນບໍ່ມີຄົນຂັບ (Drone) ແລະ ການລັກລອບນໍາໃຊ້ສັນຍານໂທລະຄົມມະນາຄົມ ແລະ ອິນເຕີເນັດຈາກຕ່າງປະເທດ ທີ່ຜິດກົດໝາຍ ທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນ ແຕ່ລະໄລຍະ;

16. ສັງລວມ ແລະ ແຈ້ງຂໍ້ມູນການອອກອະນຸຍາດຂະແໜງການເຕັກໂນໂລຊີ ແລະ ການສື່ສານ ໃຫ້ບັນດາກົມທຽບເທົ່າ ທີ່ກ່ຽວຂ້ອງຂອງ ກະຊວງເຕັກໂນໂລຊີ ແລະ ການສື່ສານ ໃນແຕ່ລະໄລຍະ;

17. ຊຸກຍູ້ ແລະ ອໍານວຍຄວາມສະດວກໃຫ້ຫົວໜ່ວຍທຸລະກິດ ທີ່ໃຫ້ບໍລິການດ້ານໄປສະນີ ແລະ ໂທລະຄົມມະນາຄົມ ໃນການຂະຫຍາຍພື້ນຖານໂຄງລ່າງ ແລະ ຕາຫນ່າງການບໍລິການ ອອກສູ່ຊົນນະບົດ, ຈຸດສຸມພັດທະນາ ແລະ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ຂອງແຂວງ;

18. ຄົ້ນຄ້ວາ, ສ້າງແຜນພັດທະນາລະບົບສະຖິຕິ, ເກັບກໍາຂໍ້ມູນວຽກງານຂອງຂະແໜງ ເຕັກໂນໂລຊີ ແລະ ການສື່ສານ ໃນແຂວງຕົນ, ລາຍງານ, ສໍາຫຼວດແບບຕົວແທນ ແລະ ການສໍາຫຼວດສະເພາະໃນລະດັບທ້ອງຖິ່ນຂອງຕົນໃນແຕ່ລະໄລຍະ ເພື່ອສະເໜີຕໍ່ການຈັດຕັ້ງທີ່ກ່ຽວຂ້ອງຂອງແຂວງ ທີ່ຕົນຂຶ້ນກັບ ໂດຍຜ່ານການຢັ້ງຢືນ ແລະ ຮັບຮອງທາງດ້ານວິຊາການສະຖິຕິຈາກສູນສະຖິຕິແຫ່ງຊາດ ປະຈໍາແຂວງ ແລະ ສູນກາງ.

19. ຄຸ້ມຄອງ, ຕິດຕາມ, ກວດກາ, ຊຸກຍູ້ ແລະ ສະຫຼຸບການເຄື່ອນໄຫວວຽກງານຂອງ ບັນດາບໍລິສັດສາຂາຫົວໜ່ວຍທຸລະກິດທີ ໃຫ້ບໍລິການດ້ານ ເຕັກໂນໂລຊີ ແລະ ການສື່ສານ ພ້ອມທັງລາຍງານ ສະພາບການເຄື່ອນໄຫວໃຫ້ແຂວງ ແລະ ກະຊວງ ເຕັກໂນໂລຊີ ແລະ ການສືສານ ຮັບຊາບເປັນແຕ່ລະໄລຍະ;

20. ຊຸກຍູ້, ແນະນໍາ ແລະ ຄົ້ນຄວ້າປະກອບຄໍາເຫັນ ໃຫ້ແກ່ບັນດາພາກສ່ວນກ່ຽວຂ້ອງທີ່ດໍາເນີນກິດຈະການຕ່າງໆທາງດ້ານເຕັກໂນໂລຊີ ແລະ ການສື່ສານພາຍໃນແຂວງ;

21. ຂຶ້ນແຜນຄຸ້ມຄອງ, ບໍາລຸງ, ກໍ່ສ້າງ, ສັບຊ້ອນ ແລະ ສະເໜີປະຕິບັດນະໂຍບາຍ ແລະ ປະຕິບັດວິໄນ ຕໍ່ພະນັກງານ-ລັດຖະກອນ ທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນ ຕາມລະບຽບກົດໝາຍ;

22. ສະຫຼຸບສັງລວມ, ຕີລາຄາປະເມີນການເຄື່ອນໄຫວວຽກງານປະຈໍາເດືອນ, ງວດ, 6 ເດືອນ ແລະ ປີ ເພື່ອລາຍງານໃຫ້ເຈົ້າແຂວງ ແລະ ລັດຖະມົນຕີກະຊວງ ເຕັກໂນໂລຊີ ແລະ ການສື່ສານ ຢ່າງ ເປັນປົກກະຕິ; 

23. ຄຸ້ມຄອງ ແລະ ກວດກາການນໍາໃຊ້ງົບປະມານຂອງພະແນກ ເຕັກໂນໂລຊີ ແລະ ການສື່ສານ ຕາມການອະນຸມັດຂອງແຂວງ;

24. ປະຕິບັດໜ້າທີ່ອື່ນໆ ຕາມການມອບໝາຍຂອງກະຊວງ ແລະ ອົງການປົກຄອງແຂວງ.

 

ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາ ວຽກງານເຕັກໂນໂລຊີ ແລະ ການສື່ສານ ແຂວງໄຊຍະບູລີ