ຝຶກອົບຮົມການນຳໃຊ້ລະບົບໂປຼແກຼມພາກລັດ ໃຫ້ພະນັກງານ-ລັດຖະກອນ ຂອງຫ້ອງການ ເຕັກໂນໂລຊີ ແລະ ການສື່ສານ ຂັ້ນເມືອງ.

17/06/2026 ~ 17/06/2026

ຝຶກອົບຮົມການນຳໃຊ້ລະບົບໂປຼແກຼມພາກລັດ ໃຫ້ພະນັກງານ-ລັດຖະກອນ  ຂອງຫ້ອງການ ເຕັກໂນໂລຊີ ແລະ ການສື່ສານ ຂັ້ນເມືອງ.

ໃນວັນທີ 16-17 ມິຖຸນາ 2026, ຂະແໜງບໍລິຫານລັດດິຈິຕອນ ແລະ ຄວາມປອດໄພໄຊເບີ, ພະແນກເຕັກໂນໂລຊີ ແລະ ການສື່ສານ ແຂວງໄຊຍະບູລີ ໄດ້ເປີດຊຸດຝຶກອົບຮົມການນຳໃຊ້ລະບົບໂປຼແກຼມພາກລັດ ໃຫ້ແກ່ບັນດາພະນັກງານ-ລັດຖະກອນ ຂອງຫ້ອງການເຕັກໂນໂລຊີ ແລະ ການສື່ສານ ເມືອງຫົງສາ, ເມືອງໄຊຍະບູລີ ແລະ ເມືອງປາກລາຍ ຜ່ານທາງລະບົບອອນລາຍ.

ຈຸດປະສົງຫຼັກໃນການຈັດຝຶກອົບຮົມຄັ້ງນີ້ປະກອບ​ມີ 04 ຫົວຂໍ້​​ ດັ່ງ​ນີ້:

  • ເຕັກນິກການຄຸ້ມຄອງ ແລະ ການນຳໃຊ້ລະບົບກອງປະຊຸມທາງໄກ (Video conference)
  • ການນຳໃຊ້ລະບົບສື່ສານພາກລັດ (G-chat.V2+laoAi)
  • ລະບົບການຈັດເກັບເອກະສານ ແລະ ນໍາໃຊ້ເອກະສານຮ່ວມກັນ (G-Share/G-Drive); ການສ້າງ QR-code ເພື່ອດາວໂຫຼດເອກະສານ
  • ການບໍລິຫານ ແລະ ຄຸ້ມຄອງລະບົບເວັບໄຊພາກລັດ (G-web Platform)

ລະບົບໂປຼແກຼມພາກລັດດັ່ງກ່າວນັ້ນເປັນເຄື່ອງມືດິຈິຕອນທີ່ສຳຄັນ ໃນການເຊື່ອມໂຍງລະບົບການບໍລິຫານ ແລະ ການບໍລິການລັດ ລະຫວ່າງສູນກາງ ແລະ ທ້ອງຖິ່ນ, ເຊິ່ງຊ່ວຍໃຫ້ການຕິດຕໍ່ສື່ສານ, ການແລກປ່ຽນຂໍ້ມູນຂ່າວສານ, ການຕິດຕາມວຽກ ເປັນໄປຢ່າງມີປະສິດທິພາບ, ມີຄວາມໂປ່ງໃສ ແລະ ສະດວກວ່ອງໄວ. ການຝຶກອົບຮົມຄັ້ງນີ້ ແມ່ນມີການບັນຍາຍພາກທິດສະດີ ແລະ ນຳພາການປະຕິບັດຈິງ, ເຮັດໃຫ້ຜູ້ເຂົ້າຮ່ວມຝຶກອົບຮົມສາມາດນຳຄວາມຮູ້ ໄປໝູນໃຊ້ເຂົ້າໃນວຽກງານວິຊາສະເພາະຢູ່ຂັ້ນເມືອງໃນຕໍ່ໜ້າ.

ຂ່າວໂດຍ: ນາງ ສຸນິດາ ສົມສີ

 

ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາ ວຽກງານເຕັກໂນໂລຊີ ແລະ ການສື່ສານ ແຂວງໄຊຍະບູລີ