ກອງປະຊຸມປຶກສາຫາລື ກ່ຽວກັບວຽກງານການຂື້ນທະບຽນໝາຍເລກໂທລະສັບ ຢູ່ພາຍໃນແຂວງໄຊຍະບູລີ

17/06/2026 ~ 17/06/2026

ກອງປະຊຸມປຶກສາຫາລື ກ່ຽວກັບວຽກງານການຂື້ນທະບຽນໝາຍເລກໂທລະສັບ ຢູ່ພາຍໃນແຂວງໄຊຍະບູລີ

ໃນຕອນເຊົ້າຂອງວັນທີ 16 ມິຖຸນາ 2026 ນີ້ ພະແນກ ເຕັກໂນໂລຊີ ແລະ ການສື່ສານ ແຂວງໄຊຍະບູລີ ໄດ້ຈັດກອງປະຊຸມປຶກສາຫາລື ກ່ຽວກັບວຽກງານການຂື້ນທະບຽນໝາຍເລກໂທລະສັບ ພາຍໃຕ້ການເປັນປະທານຂອງ ທ່ານ ນາງ ດວງໄພວອນ ສີບຸບຜາ ຮອງຫົວໜ້າພະແນກ, ມີບັນດາບໍລິສັດໂທລະຄົມມະນາຄົມ ເຂົ້າຮ່ວມ.

          ໃນກອງປະຊຸມ ໄດ້ຮັບຟັງການຜ່ານຂໍ້ຕົກລົງ ຂອງກະຊວງເຕັກໂນໂລຊີ ແລະ ການສື່ສານ ສະບັບເລກທີ 978/ກຕສ ວ່າດ້ວຍການຂື້ນທະບຽນໝາຍເລກໂທລະສັບ ແລະ ແຈ້ງການ ຂອງຫ້ອງການກະຊວງ ຕສ ສະບັບເລກທີ 717/ຫກ.ອດທ ການເປີດນໍາໃຊ້ລະບົບຂື້ນທະບຽນເລກໝາຍໂທລະສັບ Version 2.0 ແລະ ລາຍງານສະຫຼຸບຜົນຂອງການລົງຈັດຕັ້ງປະຕິບັດວຽກງານການຂື້ນທະບຽນເລກໝາຍໂທລະສັບ ໃນໄລຍະຜ່ານມາ ແລະ ຮ່ວມກັນຄົ້ນຄວ້າ ປືກສາຫາລື ແລະ ແລກປ່ຽນວິທີການຈັດຕັ້ງປະຕິບັດໃນຕໍ່ໜ້າ ເພື່ອໃຫ້ການຂື້ນທະບຽນມີຜົນສໍາເລັດ; ເຊີ່ງຈຸດປະສົງ ແມ່ນເຮັດໃຫ້ຜູ້ເຂົ້າຮ່ວມກອງປະຊຸມກຳແໜ້ນດ້ານຫຼັກການ, ລະບຽບການ, ມາດຕະການ ແລະ ວິທີການ ກ່ຽວກັບການຂຶ້ນທະບຽນເລກໝາຍໂທລະສັບ ຂອງຜູ້ໃຫ້ ແລະ ຜູ້ໃຊ້ ບໍລິການໂທລະຄົມມະນາຄົມ ແລະ ອິນເຕີເນັດ ເພື່ອເກັບກໍາຂໍ້ມູນ ຂອງຜູ້ໃຊ້ເລກໝາຍໂທລະສັບ. ກ່ອນການເປີດນໍາໃຊ້ບໍລິການໂທລະຄົມມະນາຄົມ ແລະ ອິນເຕີເນັດ ເຂົ້າໃນລະບົບຖານຂໍ້ມູນ ໃຫ້ມີຄວາມຖືກຕ້ອງ, ຄົບຖ້ວນ ແລະ ຊັດເຈນ. ແນ່ໃສ່ໃຫ້ເປັນຂໍ້ມູນພື້ນຖານໃນການສ້າງເລກລະຫັດດິຈິຕອນ ຮອງຮັບການນໍາໃຊ້ເລກໝາຍໂທລະສັບ ເຂົ້າໃນລະບົບເຕັກໂນໂລຊີດິຈິຕອນ, ຮັບປະກັນໄດ້ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ ແລະ ຄວາມປອດໄພຂອງສັງຄົມ.

ໂດຍ: ນາງ ສຸນິດາ ສົມສີ

 

ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາ ວຽກງານເຕັກໂນໂລຊີ ແລະ ການສື່ສານ ແຂວງໄຊຍະບູລີ