12/06/2026 ~ 12/06/2026

ໃນຕອນບ່າຍຂອງວັນທີ 10 ມິຖຸນາ 2026 ນີ້, ທີ່ຫ້ອງປະຊຸມພະແນກເຕັກໂນໂລຊີ ແລະ ການສື່ສານ ແຂວງ ໜ່ວຍພັກພະແນກເຕັກໂນໂລຊີ ແລະ ການສື່ສານ ແລະໜ່ວຍພັກບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ ທີ່ຂື້ນກັບຄະນະພັກຮາກຖານ ພະແນກເຕັກໂນໂລຊີ ແລະ ການສື່ສານ ໄດ້ຈັດພິທີຮັບເອົາສະມາຊິກພັກສຳຮອງເລື່ອນຂຶ້ນເປັນສະມາຊິກພັກສົມບູນ ຂອງພັກປະຊາຊົນ ປະຕິວັດລາວ, ໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ສະຫາຍ ສອນສະຫວັນ ຈັນທະວົງ ເລຂາຄະນະພັກ, ຫົວໜ້າພະແນກເຕັກໂນໂລຊີ ແລະ ການສື່ສານ ມີບັນດາສະຫາຍຮອງເລຂາຄະນະພັກຮາກຖານ, ເລຂາໜ່ວຍພັກ, ຮອງເລຂາໜ່ວຍພັກຄະນະພັກໜ່ວຍພັກ ພ້ອມດ້ວຍສະມາຊິກພັກສົມບູນ ເຂົ້າຮ່ວມຈຳນວນ 30 ກວ່າສະຫາຍ.

ໃນພິທີ ສະຫາຍ ນາງ ດວງໄພວອນ ສີບຸບຜາ ຮອງເລຂາໜ່ວຍພັກ ໄດ້ຂຶ້ນຜ່ານມະຕິຕົກລົງຂອງຄະນະປະຈຳພັກແຂວງ ວ່າດ້ວຍການອະນຸມັດເລື່ອນສະມາຊິກພັກສຳຮອງຂື້ນເປັນສະມາຊິກພັກສົມບູນ ຈຳນວນ 06 ສະຫາຍ. ໃນພິທີດັ່ງກ່າວ ສະຫາຍ ຄຳບູ່ ທອງວັນນາ ເລຂາໜ່ວຍພັກ ພະແນກ ຕສ ແລະ ສະຫາຍ ພູສິນ ສິດທິແສງ ເລຂາໜ່ວຍພັກບໍລິສັດ ລລທ ກໍ່ໄດ້ໃຫ້ກຽດຂຶ້ນມອບມະຕິຕົກລົງ ໃຫ້ບັນດາສະຫາຍ ທີ່ໄດ້ເຂົ້າເປັນສະມາຊິກພັກສົມບູນ.

ໃນຕອນທ້າຍພິທີ ສະຫາຍ ສອນສະຫວັນ ຈັນທະວົງ ເລຂາຄະນະພັກຮາກຖານ ກໍ່ໄດ້ໃຫ້ກຽດໂອ້ລົມຕໍ່ພິທີ ຊຶ່ງສະຫາຍໄດ້ສະແດງຄວາມຍ້ອງຍໍຊົມເຊີຍບັນດາສະຫາຍ ທີ່ໄດ້ຮັບເຂົ້າເປັນສະມາຊິກພັກສົມບູນ, ທີ່ໄດ້ມີຄວາມຫ້າວຫັນ ໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານ, ຜ່ານຜ່າບັນດາອຸປະສັກຕ່າງໆ ຈົນສາມາດເຂົ້າເປັນສະມາຊິກພັກສົມບູນໃນຄັ້ງນີ້. ພ້ອມນັ້ນ ສະຫາຍຍັງໄດ້ເນັ້ນໜັກໃຫ້ສະມາຊິກພັກໃໝ່ ແລະ ບັນດາສະມາຊິກພັກທັງໝົດ ຈົ່ງສືບຕໍ່ຝຶກຝົນຫຼໍ່ຫຼອມຕົນເອງ, ຮັກສາມູນເຊື້ອຄຸນສົມບັດສິນທຳປະຕິວັດ, ເອົາໃຈໃສ່ການພັດທະນາຕົນເອງ, ມີແບບແຜນວິທີເຮັດວຽກທີ່ດີ, ຄວາມສາມັກຄີ ແລະ ການຕຳນິຕິຊົມກັນຢ່າງເປັນປົກກະຕິ, ເປັນແບບຢ່າງທີ່ດີໃຫ້ແກ່ມະຫາຊົນ, ສຸມທຸກສະຕິເຫື່ອແຮງເຂົ້າໃນການຈັດຕັ້ງປະຕິບັດວຽກງານທີ່ຂັ້ນເທິງມອບໝາຍໃຫ້ ເວົ້າລວມ, ເວົ້າສະເພາະແມ່ນວຽກງານຂະແໜງການເຕັກໂນໂລຊີ ແລະ ການສື່ສານ ເພື່ອປະກອບສ່ວນເຂົ້າໃນການສ້າງສາພັດທະນາປະເທດຊາດເຮົາ ໃຫ້ນັບມື້ນັບຈະເລີນກ້າວໜ້າຂຶ້ນເລື້ອຍໆ.

ຂ່າວໂດຍ: ນາງ ສຸນິດາ ສົມສີ

