11/06/2026 ~ 11/06/2026

ໂດຍປະຕິບັດຕາມໜັງສືແຈ້ງການຂອງກະຊວງການຕ່າງປະເທດ ແລະ ການມອບໝາຍຂອງອົງການປົກຄອງແຂວງ ໄຊຍະບູລີ ໃນລະຫວ່າງວັນທີ 21 ພຶດສະພາ ຫາ 5 ມີຖຸນາ 2026 ນີ້ ທ່ານ ສອນສະຫວັນ ຈັນທະວົງ ຫົວໜ້າພະແນກເຕັກໂນໂລຊີ ແລະການສື່ສານແຂວງ ໄຊຍະບູລີ ໄດ້ເດີນທາງເຂົ້າຮ່ວມກອງປະຊຸມສໍາມະນາ ທີ່ນະຄອນປັກກິ່ງ, ສປ ຈີນ, ພາຍໃຕ້ຫົວຂໍ້ການສ້າງຄວາມເຂັ້ມແຂງດ້ານການຫັນເປັນດິຈິຕອນໃນຂະບວນການວາງແຜນພັດທະນາ, ການເງີນຫັນເປັນທັນສະໄໝ ແລະດິຈິຕອນ ສໍາລັບບັນດາປະເທດອາຊຽນ ແລະອັບຟະລິກາ;

ໃນກອງປະຊຸມສໍາມະນາຄັ້ງນີ້ ນັກສໍາມະນາກອນທີ່ມາຈາກ 3 ປະເທດໃນກຸ່ມອາຊຽນ ແລະ 6 ປະເທດໃນທະວີບອັບຟະລິກາ ມີຜູ່ເຂົ້າຮ່ວມ 65 ທ່ານ, ຍິງ 23 ທ່ານ ໂດຍການສະໜັບສະໜູນ ແລະຈັດຂຶ້ນໂດຍສະຖາບັນພັດທະນາ ແລະ ການສຶກສາ ຂອງອົງການບໍລິຫານໄຊເບີ ສປ ຈີນ; ໃນກອງປະຊຸມສໍາມະນາໃນຄັ້ງນີ້ນັກສໍາມະນາກອນທີ່ ມາຈາກ 9 ປະເທດ ໄດ້ຮຽນຮູ້ພາກທິດສະດີກ່ຽວກັບແນວຄວາມຄິດຂອງປະທານ ສີ ຈິນຜິງ ໃນການສ້າງປະຊາຄົມທີ່ມີອະນາຄົດຮ່ວມກັນ; ຮຽນຮູ້ຮູບແບບການວາງແຜນພັດທະນາເສດຖະກິດ-ການເງີນທາງດ້ານຍຸດທະສາດ, ສິ່ງທ້າທາຍ ແລະຜົນກະທົບຕໍ່ໂລກຕາມແນວທາງຂອງ ສປ ຈີນ; ລົງເລິກຮຽນຮູ້ການວິເຄາະການພັດທະນາເສດຖະກິດດິຈິຕອນ, ການສ້າງລັດຖະບານດິຈິຕອນ ແລະສັງຄົມດິຈິຕອນ ຂອງ ສປ ຈີນ; ຮຽນຮູ້ແນວທາງການພັດທະນາໂຄງລ່າງພື້ນຖານດິຈິຕອນ ແລະ ການເຊື່ອມໂຍງຂອງ ສປ ຈີນ; ຮຽນຮູ້ກົນໄກການວາງແຜນພັດທະນາບັນດານິຕິກໍາເພື່ອຄຸ້ມຄອງດ້ານໄຊເບີຂອງ ສປ ຈີນ; ຮຽນຮູ້ການພັດທະນາ ແລະ ການບໍລິຫານຈັດການປັນຍາປະດິດ (AI), ຫຸ່ນຍົນ ແລະ ແນວທາງການແກ້ໄຂໄພຂົ່ມຂູ່ຕົ້ນຕໍ ແລະ ແນວທາງການແກ້ໄຂດ້ານຄວາມປອດໄພທາງໄຊເບີ; ຈາກພາກທິດສະດີ ນັກສໍາມະນາກອນຍັງໄດ້ແລກປ່ຽນພຶດຕິກໍາ ໂດຍການພັດປ່ຽນກັນຂຶ້ນບັນຍາຍບົດຮຽນປະສົບການຂອງ 9 ປະເທດໃນການດໍາເນີນນະໂຍບາຍ ການສ້າງໜຶ່ງແລວ-ໜຶ່ງເສັ້ນທາງຕາມແນວຄິດຂອງປະທານປະເທດ ສີ ຈິນຜິງ ທີ່ປະຕິບັດຢູ່ຂົງເຂດອາຊີ ແລະອັບຟະລິກາກໍ່ຄືປະເທດຂອງຕົນ; ສົນທະນາກົນໄກການຮ່ວມມືການແກ້ໄຂບັນຫາໄພຄຸກຄາມດ້ານໄຊເບີຮ່ວມກັນ; ສົນທະນາແລກປ່ຽນບົດຮຽນຂໍ້ຈໍາກັດ ແລະສິ່ງທ້າທາຍໃນການຫັນເປັນດິຈິຕອນຢູ່ບັນດາປະເທດອາຊຽນ ແລະອາຟະລິກາ; ສ່ວນການລົງ ທັດສະນະສຶກສາ ເບິ່ງການປະຕິບັດພາກຕົວຈິງ ທາງຝ່າຍ ສປ ຈີນ ໄດ້ນໍາພາໄປຮຽນຮູ້ການປະຕິບັດວຽກຕົວຈິງຢູ່ ນະຄອນປັກກິ່ງ ແລະແຂວງ ເສສວນ ເພື່ອເຂົ້າຢ້ຽມຢາມໂຮງງານຜະລິດຮຸ່ນຍົນຂອງບໍລິສັດ AGIBOT Robotics, ເຂົ້າຢ້ຽມຊົມສວນອຸດທິຍານສໍາລັບການອານຸລັກໝີແພນດ້າຕິດພັນກັບການອານຸລັກປ່າໄມ້; ຢ້ຽມຊົມສວນອຸດທິຍານການຮັກສາໄມ້ສົນອາຍຸກວ່າ 2,000 ດ້ວຍລະບົບດິຈິຕອນ ຕາມແນວຄິດການວາງແຜນພັດທະນາແບບຍືນຍົງ ຕາມທິດສະດີ ພູເຂົານໍ້າໃສແມ່ນບໍ່ຄໍາຂຽວທີ່ບໍ່ບົກແຫ້ງ; ຢ້ຽມຢາມໝູບ້ານຕາແສງ ຊາງກີ ທີ່ໄດ້ມີການວາງແຜນພັດທະນາຕາມແນວຄວາມຄິດການຫັນເປັນດິຈິຕອນດ້ານການບໍລິຫານຈັດການໝູ່ບ້ານໃນຮູບແບບ Smart City; ຢ້ຽມຊົມບັນດາບໍລິສິສັດຜະລິດເຄື່ອງບິນ, ຢ້ຽມຊົມໂຮງງານຜະລິດໂຊລາເຊວ, ໂຮງງານຜະລິດເຄື່ອງໃຊ້ໄຟຟ້າ, ເຄື່ອງເອເລັກໂຕຼນິກ ໂດຍການຄຸ້ມຄອງໂຮງງານແບບຮຸ່ນຍົນ, ຄຸ້ມຄອງໂຮງງານແບບດິຈີຕອນອັດສະລິຍະ;

ໃນການເຂົ້າຮ່ວມກອງປະຊຸມໃນຄັ້ງນີ້ ທ່ານ ສອນສະຫວັນ ຈັນທະວົງ ຫົວໜ້າພະແນກເຕັກໂນໂລຊີ ແລະການສື່ສານ ຈາກ ສປປ ລາວ ຍັງໄດ້ຮັບກຽດຕາງໜ້າໃຫ້ແກ່ນັກສໍາມະນາກອນມີຄໍາເຫັນໃນພິທີເປີດ-ປິດ ຮ່ວມກັບທ່ານ Yong Zang ຜູ້ອໍານວຍການ ສະຖາບັນພັດທະນາ ແລະ ການສຶກສາ ຂອງອົງການບໍລິຫານໄຊເບີ ສປ ຈີນ; ຊຶ່ງບາງຕອນທ່ານ ສອນສະຫວັນ ຈັນທະວົງ ໄດ້ກ່າວໃນຕອນທ້າຍວ່າ: ການຈັດກອງປະຊູມສໍາມະນາໃນຄັ້ງນີ້ ເປັນກອງປະຊຸມທີ່ດີ, ມີຄວາມໝາຍອັນສໍາຄັນ ແລະບັນລຸຕາມຈຸດປະສົງຄາດໝາຍທຸກປະການ; ຊຶ່ງມັນແມ່ນສ່ວນໜຶ່ງຂອງການຈັດຕັ້ງຜັນຂະຫຍາຍຂອບຂອງການຮ່ວມມື ພັນທະມິດທາງຍຸດທະສາດໄລຍະຍາວ ທີ່ມີຄວາມໄວ້ເນື້ອເຊື່ອໃຈກັນຢ່າງຮອບດ້ານ ທັງດ້ານການເມືອງ, ເສດຖະກິດ, ຄວາມໝັ້ນຄົງ ແລະ ສັງຄົມ ລະຫວ່າງ ສປ ຈີນ ກັບບັນດາປະເທດອາຊຽນ ແລະອັບຟະລິກາ; ໂດຍສະເພາະແມ່ນການຮ່ວມມືລະຫວ່າງ ສປປ ລາວ ກັບ ສປ ຈີນ ຊຶ່ງເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ, ການພົວພັນຮ່ວມມືຕາມທິດ 4 ດີ ຄື: ເພື່ອນບ້ານໃກ້ຄຽງທີ່ດີ, ເພື່ອນມິດທີ່ດີ, ສະຫາຍທີ່ດີ ແລະຄູ່ຮ່ວມມືທີ່ດີ; ການສ້າງເປັນຄູ່ຮ່ວມຊາຕາກໍາ ລາວ-ຈີນ ໄດ້ກາຍເປັນເຫດການທີ່ມີຄວາມໝາຍຄວາມສໍາຄັນທາງດ້ານປະຫວັດສາດຂອງສອງປະເທດ; ການເຂົ້າຮ່ວມກອງປະຊຸມສໍາມະນາໃນຄັ້ງນີ້ ທີມງານ ສປປ ລາວ ກໍ່ຄືນັກສໍາມະນາກອນທັງໝົດ ຈະໄດ້ນໍາເອົາບົດຮຽນອັນດີຂອງສປ ຈີນ ໄປໜູນໃຊ້ເຂົ້າໃນການປະຕິບັດວຽກງານຕົວຈິງຢູ່ປະເທດຂອງປະເທດຕົນຢ່າງເໝາະສົມ ເພື່ອເປັນສ່ວນໜຶ່ງໃນການປະກອບສ່ວນສືບຕໍ່ເສີມຂະຫຍາຍມູນເຊື້ອການເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ ລາວ-ຈີນ; ຈີນ-ລາວ ຕະຫລອດໄປ.

ຂຽນຂ່າວໂດຍ: ຂະແໜງບໍລິຫານລັດດິຈິຕອນ, ພະແນກ ຕສ ແຂວງ ໄຊຍະບູລີ (ຂັດຫຍໍ້ ແລະ ແປຈາກບົດສະຫລຸບລາຍງານຜົນການຝຶກອົບຮົມປັກກິ່ງ, 2026)

