28/05/2026 ~ 28/05/2026
ວັນທີ 27 ພຶດສະພາ 2026 ຂະແໜງບໍລິຫານລັດດິຈິຕອນ ແລະ ຄວາມປອດໄພໄຊເບີ ພະແນກເຕັກໂນໂລຊີ ແລະ ການສື່ສານ ແຂວງໄຊຍະບູລີ ໄດ້ຈັດກອງປະຊຸມສຳມະນາ ແລະ ລົງເລິກວິທີການນຳໃຊ້ລະບົບຫ້ອງການທັນສະໄໝ (E-Office.v3) ຂຶ້ນຢ່າງເປັນທາງການ ໂດຍການໃຫ້ກຽດເປັນປະທານຂອງ ທ່ານ ນິລັນດອນ ຈິດຕະກອນ ຮອງຫົວໜ້າພະແນກເຕັກໂນໂລຊີ ແລະ ການສື່ສານ ແຂວງໄຊຍະບູລີ. ກອງປະຊຸມຄັ້ງນີ້ ມີພະນັກງານ-ລັດຖະກອນ ພາຍໃນຂະແໜງບໍລິຫານລັດດິຈິຕອນ ເຂົ້າຮ່ວມຢ່າງພ້ອມພຽງ.
ກອງປະຊຸມດັ່ງກ່າວ ຈັດຂຶ້ນເພື່ອແນໃສ່ຍົກສູງຂີດຄວາມສາມາດ ແລະ ເພີ່ມທະວີຄວາມເຂົ້າໃຈຢ່າງເລິກເຊິ່ງ ໃຫ້ແກ່ພະນັກງານວິຊາການ ກ່ຽວກັບຂັ້ນຕອນ, ວິທີການ ແລະ ເຕັກນິກການນຳໃຊ້ລະບົບຫ້ອງການທັນສະໄໝ (E-Office.v3) ເຂົ້າໃນວຽກງານຕົວຈິງ. ທັງນີ້ ກໍ່ເພື່ອຫັນປ່ຽນການບໍລິຫານເອກະສານ ແລະ ການເຮັດວຽກພາຍໃນຫ້ອງການ ໃຫ້ມີຄວາມວ່ອງໄວ, ໂປ່ງໃສ, ປະຢັດງົບປະມານ ແລະ ສາມາດເຊື່ອມໂຍງກັນໄດ້ຢ່າງມີປະສິດທິພາບ ສອດຄ່ອງກັບແຜນພັດທະນາລັດຖະບານດິຈິຕອນໃນໄລຍະໃໝ່.
ໃນໂອກາດນີ້, ທ່ານ ນິລັນດອນ ຈິດຕະກອນ ຮອງຫົວໜ້າພະແນກ ໄດ້ມີຄຳເຫັນ ແລະ ເນັ້ນໜັກໃຫ້ເຫັນເຖິງຄວາມສຳຄັນຂອງການຫັນເປັນດິຈິຕອນ (Digital Transformation) ໃນຂະແໜງບໍລິຫານລັດ ໂດຍສະເພາະແມ່ນການນຳໃຊ້ລະບົບ E-Office ເຊິ່ງເປັນເຄື່ອງມືຫຼັກໃນການປັບປຸງແບບແຜນວິທີເຮັດວຽກໃຫ້ທັນສະໄໝ. ທ່ານໄດ້ຮຽກຮ້ອງໃຫ້ຜູ້ເຂົ້າຮ່ວມທຸກທ່ານ ຈົ່ງເອົາໃຈໃສ່ຄົ້ນຄວ້າ, ສົນທະນາ ແລະ ປຶກສາຫາລື ຢ່າງກົງໄປກົງມາ ເພື່ອແກ້ໄຂຈຸດຄົງຄ້າງ ແລະ ສ້າງຄວາມຊິນເຄີຍ, ຄວາມຊຳນານໃນການນຳໃຊ້ລະບົບດັ່ງກ່າວ ໃຫ້ເກີດປະໂຫຍດສູງສຸດ, ຜູ້ເຂົ້າຮ່ວມແມ່ນໄດ້ສຸມໃສ່ຮຽນຮູ້ບັນດາເມນູຕ່າງໆເຊັ່ນ:
- ໂຄງສ້າງ ແລະ ຟັງຊັນການເຮັດວຽກຕ່າງໆ ຂອງລະບົບ E-Office.
- ຂັ້ນຕອນການຮັບ-ສົ່ງ, ຮ່າງ ແລະ ອະນຸມັດເອກະສານຕ່າງໆຜ່ານລະບົບອອນລາຍ.
- ການຄຸ້ມຄອງ ແລະຕິດຕາມເອກະສານຂາເຂົ້າ-ຂາອອກ ຢ່າງເປັນລະບົບ.
- ການແກ້ໄຂບັນຫາເຕັກນິກເບື້ອງຕົ້ນໃນການນຳໃຊ້ລະບົບ.
ການສຳມະນາຄັ້ງນີ້ ຖືເປັນບາດກ້າວສຳຄັນໃນການຊຸກຍູ້ການນຳໃຊ້ເຕັກໂນໂລຊີດິຈິຕອນ ເຂົ້າໃນການບໍລິຫານລັດ ຢູ່ພາຍໃນຂະແໜງ ກໍ່ຄືພາຍໃນພະແນກ ຕສ ແຂວງໄຊຍະບູລີ ເພື່ອກ້າວໄປສູ່ການ "ລຸດຜ່ອນການນຳໃຊ້ເຈ້ຍໃນຫ້ອງການ" (Paperless Office) ຢ່າງແທ້ຈິງໃນອະນາຄົດ.

