26/05/2026 ~ 26/05/2026

ໃນວັນທີ 26 ພຶດສະພາ 2026 ຂະແໜງ ບໍລິຫານລັດດິຈິຕອນ ແລະ ຄວາມປອດໄພໄຊເບີ ໄດ້ຈັດກອງປະຊຸມສະຫຼຸບວຽກງານປະຈໍາເດືອນ 5 ແລະ ວາງທິດທາງແຜນການ ປະຈໍາເດືອນ 6 ປີ2026 ຂຶ້ນຢູ່ທີ່ຫ້ອງປະຊຸມ ຂອງພະແນກ ເຕັກໂນໂລຊີ ແລະ ການສື່ສານແຂວງ ໃຫ້ກຽດເຂົ້າຮ່ວມເປັນປະທານກອງປະຊຸມໂດຍ ທ່ານ ນິລັນດອນ ຈິດຕະກອນ ຮອງຫົວໜ້າພະແນກ ພ້ອມດ້ວຍຫົວໜ້າຂະແໜງ, ຮອງຫົວໜ້າຂະແໜງ ແລະ ພະນັກງານວິຊາການ ພາຍໃນຂະແໜງເຂົ້າຮ່ວມ.
ຈຸດປະສົງຂອງກອງປະຊຸມໃນຄັ້ງນີ້ ເພື່ອສະຫລຸບຕີລາຄາຄືນ ຜົນການຈັດຕັ້ງປະຕິບັດວຽກງານໃນໄລຍະໜື່ງເດືອນຜ່ານມາ, ເຊີ່ງເຫັນວ່າວຽກງານສ່ວນໃຫຍ່ສາມາດປະຕິບັດໄດ້ຕາມແຜນທີ່ວາງໄວ້ ພ້ອມທັງໄດ້ຍົກໃຫ້ເຫັນບາງຂໍ້ຫຍຸ້ງຍາກ ແລະ ບັນຫາທີ່ຍັງຄົງຄ້າງ ເພື່ອຮ່ວມກັນຫາແນວທາງປັບປຸງແກ້ໄຂ ເຮັດໃຫ້ວຽກງານໃຫ້ມີປະສິດທິຜົນດີຂຶ້ນ ແລະ ໄດ້ກໍານົດທິດທາງແຜນການເດືອນ 6 ປີ 2026 ເຊີ່ງມີບາງໜ້າວຽກຈຸດສຸມທີ່ສໍາຄັນ ດັ່ງນີ້:
- ສຸມໃສ່ຄົ້ນຄວ້າ ກະກຽມບັນດາເອກະສານ ເປີດກອງປະຊຸມ ຄະນະກຳມະການຄຸ້ມຄອງອິນເຕີເນັດ ແລະ ເພື່ອການຫັນເປັນດິຈິຕອນ ຂັ້ນແຂວງ 06 ເດືອນຕົ້ນປີ ແລະ ທິດທາງແຜນການ 06 ເດືອນທ້າຍປີ 2026;
- ຄົ້ນຄວ້າແບ່ງຄວາມຮັບຜິດຊອບ ໃຫ້ພະນັກງານລັດຖະກອນ ພາຍໃນພະແນກ ຄົ້ນຄວ້າ ຄັດຈ້ອນເປັນບົດຮຽນຕາມເອກະສານຝຶກອົບຮົມຄວາມຮູ້ພື້ນຖານກ່ຽວກັບການຫັນເປັນດິຈິຕອນ ເພື່ອກະກຽມບົດສອນ ຫຼື ບົດຮຽນການຝຶກອົບຮົມ ກ່ຽວກັບວຽກງານການຫັນເປັນດິຈິຕອນ;
- ເປີດຊຸດຝຶກອົບຮົມການນຳໃຊ້ລະບົບໂປຼແກຼມພາກລັດ ໃຫ້ຫ້ອງການ ຕສ ປະຈຳເມືອງ 03 ເມືອງ (ເມືອງຫົງສາ, ໄຊຍະບູລີ ແລະ ປາກລາຍ) ຜ່ານລະບົບກອງປະຊຸມທາງໄກ;
- ສືບຕໍ່ຕິດຕາມໂຄງການຝືກອົບຮົມສ້າງຄວາມເຂັ້ມແຂງໃຫ້ບຸກຄະລາກອນພາກລັດ ຕິດພັນກັບການປັບປຸງສູນຝຶກອົບຮົມດ້ານໄອຊີທີ ແລະ ການສະໜອງອຸປະກອນ ເພື່ອກະກຽມຫັນເປັນທັນສະໄໝ ມາປັບປຸງຄືນໃຫ້ສຳເລັດ ແລະ ສະເໜີຂໍທຶນການລົງທຶນຂອງລັດ ຕາມລະບຽບການ ຂັ້ນຕອນ;
- ຄົ້ນຄວ້ານິຕິກຳໃຕ້ກົດໝາຍ ຮ່າງຂໍ້ຕົົກລົງ ວ່າດ້ວຍ ການຫັນເປັນລັດດິຈິຕອນ.
ໃນໂອກາດນີ້, ທ່ານ ນິລັນດອນ ຈິດຕະກອນ ຮອງຫົວໜ້າພະແນກ ໄດ້ມີຄໍາເຫັນຊີ້ນໍາ ແລະ ເນັ້ນໃຫ້ບັນດາພະນັກງານ-ລັດຖະກອນ ພາຍໃນຂະແໜງ ສືບຕໍ່ເພີ່ມທະວີຄວາມຮັບຜິດຊອບຕາມພາລະບົດບາດ, ປະສານງານຢ່າງໃກ້ຊິດກັບຂະແໜງການທີ່ກ່ຽວຂ້ອງ ແລະ ຕັ້ງໜ້າປະຕິບັດແຜນວຽກໃນເດືອນ 6 ປີ2026 ໃຫ້ບັນລຸຜົນຕາມຈຸດປະສົງ ແລະ ລະດັບຄາດໝາຍຄາດໝາຍ.

ຖ່າຍພາບ ແລະ ຂຽນຂ່າວ ໂດຍ: ສຸທິນ ມູນຖິ່ນໄທ

