15/05/2026 ~ 15/05/2026

ເພື່ອສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບ ອັນເປັນມູນເຊື້ອ ຄວາມສາມັກຄີພິເສດ ແລະການຮ່ວມມືຮອບດ້ານ; ຕອບສະໜອງຕາມການເຊື້ອເຊີນຂອງພະແນກວິທະຍາສາດ ແລະເຕັກໂນໂລຊີ ແຂວງ ເຊີນລາ ສສ ຫວຽດນາມ ໃນລະຫວ່າງວັນທີ 13-15 ພຶດສະພາ 2026 ພະແນກເຕັກໂນໂລຊີ ແລະການສື່ສານແຂວງ ໄຊຍະບູລີ, ແຂວງຫລວງພະບາງ, ແຂວງ ອຸດົມໄຊ ສປປ ລາວ ໄດ້ເດີນທາງໄປຢ້ຽມຢາມ, ເຮັດວຽກ ແລະຈັດກອງປະຊູມຖອດຖອນບົດຮຽນວຽກງານການນໍາໃຊ້ວິທະຍາສາດ, ເຕັກໂນໂລຊີ, ນະວັດຕະກໍາ ແລະການຫັນເປັນດິຈິຕອນຂຶ້ນຢູ່ທີ່ແຂວງ ເຊີນລາ ສສ ຫວຽດນາມ; ຝ່າຍພະແນກວິທະຍາສາດ ແລະເຕັກໂນໂລຊີ ແຂວງ ເຊີນລາ ນໍາພາໂດຍທ່ານ ນາງ ຟາມ ທິ ຢວນ ຫົວໜ້າພະແນກ, ຝ່າຍພະແນກເຕັກໂນໂລຊີ ແລະການສື່ສານແຂວງ ໄຊຍະບູລີ, ແຂວງ ຫລວງພະບາງ, ແຂວງ ອຸດົມໄຊ ນໍາພາໂດຍຫົວໜ້າພະແນກຂອງ 3 ແຂວງ; ສະເພາະແຂວງ ໄຊຍະບູລີ ນໍາພາໂດຍ ທ່ານ ສອນສະຫວັນ ຈັນທະວົງ ພ້ອມດ້ວຍຄະນະພະແນກ, ບັນດາຫົວໜ້າ, ຮອງຫົວໜ້າຂະແໜງ ແລະວິຊາການຈໍານວນໜຶ່ງ ເຂົ້າຮ່ວມ;

ໃນກອງປະຊູມໄດ້ພ້ອມກັນຍົກບັນຫາບາງບົດຮຽນການຜັນຂະຫຍາຍແນວທາງນະໂຍບາຍການຫັນເປັນທັນສະໄໝ ຕາມ 3 ເສົາຄໍ້າດິຈິຕອນຄື: ລັດດິຈິຕອນ, ເສດຖະກິດດິຈິຕອນ ແລະສັງຄົມດິຈິຕອນ;

ຊຶ່ງສອງຝ່າຍລ້ວນແລ້ວແຕ່ຍົກໃຫ້ເຫັນບົດຮຽນດ້ານຕັ້ງໜ້າ, ຂໍ້ຈໍາກັດ ແລະສິ່ງທ້າທາຍ ຂອງການຫັນເປັນດິຈິຕອນໃຫ້ກັນ ແລະກັນຮັບຊາບ, ພ້ອມກັນແລກປ່ຽນບົດຮຽນເພື່ອໃຫ້ການຊຸກຍູ້ການຫັນເປັນດິຈິຕອນຢູ່ຂັ້ນທ້ອງຖິ່ນຂັ້ນແຂວງ, ເມືອງ ແລະຕາແສງໃຫ້ມີການພັດທະນາຢ່າງບໍ່ຢຸດຢັ້ງ;


ພ້ອມດຽວກັນນີ້ ພະແນກວິທະຍາສາດ ແລະເຕັກໂນໂລຊີ ແຂວງ ເຊີນລາ ຍັງໄດ້ນໍາພາທັດສະນາຢ້ຽມຢາມ, ຕິດຕາມການມີສ່ວນຮ່ວມໃນການຫັນເປັນດິຈິຕອນພາຍໃນແຂວງ ເຊີນລາ ຂອງບໍລິສັດ Viettel Son La, ກຸ່ມອຸດສາຫະກໍາ-ໂທລະຄົມທະຫານ Son La, ບໍລິສັດ ໂທລະຄົມ Son La ແລະຢ້ຽມຊົມໂຮງງານປຸງແຕ່ງຊາ ບິນຕວນ ຂອງຕາແສງ ບິນຕວນ; ໃນຕອນທ້າຍຂອງກອງປະຊູມຍັງໄດ້ມີການເຊັນບົດບັນທຶກການເຮັດວຽກຮ່ວມກັນເພື່ອເປັນບ່ອນອີງໃນຂອບການພົວພັນຮ່ວມມືໃນສະເພາະໜ້າ ແລະຍາວນານຕື່ມອີກ.


ພາບ-ຂ່າວໂດຍ: ຂະແໜງລັດດິຈິຕອນ, ພະແນກ ຕສ ແຂວງ ໄຊຍະບູລີ.

