ແຂວງໄຊຍະບູລີ ຈັດກອງປະຊູມຄົ້ນຄວ້າກົນໄກການຮ່ວມມື ໃນການຕິດຕາມແຜນພັດທະນາເສດຖະກິດ-ສັງຄົມ, ການເງິນ ຫັນເປັນທັນສະໄໝ ແລະ ຫັນໄປສູ່ລະບົບດິຈິຕອນ

08/05/2026 ~ 08/05/2026

ແຂວງໄຊຍະບູລີ ຈັດກອງປະຊູມຄົ້ນຄວ້າກົນໄກການຮ່ວມມື  ໃນການຕິດຕາມແຜນພັດທະນາເສດຖະກິດ-ສັງຄົມ, ການເງິນ ຫັນເປັນທັນສະໄໝ ແລະ ຫັນໄປສູ່ລະບົບດິຈິຕອນ

ໃນຕອນເຊົ້າຂອງວັນທີ 8 ພຶດສະພາ 2026 ນີ້ ຂະແໜງແຜນການ ແລະສະຖິຕິ ພະແນກການເງີນແຂວງ ໄດ້ສົມທົບກັບຂະແໜງລັດດິຈິຕອນ ພະແນກເຕັກໂນໂລຊີ ແລະການສື່ສານ ແຂວງ ໄຊຍະບູລີ ໄດ້ພ້ອມກັນຄົ້ນກົນໄກການຕິດຕາມບັນດາຄາດໝາຍ, ຕົວຊີ້ວັດ ແຜນພັດທະນາເສດຖະກິດ-ສັງຄົມ, ການເງິນ ຫັນໄປສູ່ທັນສະໄໝ ແລະດິຈິຕອນ ໂດຍໃຫ້ກຽດເປັນປະທານຂອງ ທ່ານ ສອນສະຫວັນ ຈັນທະວົງ ຫົວໜ້າພະແນກເຕັກໂນໂລຊີ ແລະການສື່ສານ, ຫົວໜ້າກອງເລຂາຫັນເປັນດິຈິຕອນ ຂັ້ນແຂວງ, ມີບັນດາທ່ານ ຮອງຫົວໜ້າພະແນກ ຕສ ແຂວງ, ຫົວໜ້າຂະແໜງລັດດິຈິຕອນ, ຫົວໜ້າຂະແໜງແຜນການ-ສະຖິຕິ ພະແນກການເງິນແຂວງ ແລະທ່ານຜູ່ອໍານວຍການບໍລິສັດ Unitel ສາຂາແຂວງ ໄຊຍະບູລີ ພ້ອມດ້ວຍວິຊາການຂະແໜງການເຂົ້າຮ່ວມ; ໃນກອງປະຊູມ ຂະແໜງບໍລິຫານລັດດິຈິຕອນ ໄດ້ນໍາສະເໜີ ກ່ຽວກັບກົນໄກການນໍາໃຊ້ໂປຣແກມພາກລັດເປັນຕົ້ນແມ່ນ ລະບົບຫັນໄປສູ່ລະບົບຫ້ອງການທັນສະໄໝ (E-Office), ລະບົບການສື່ສານພາກລັດ (G-Chat), ລະບົບຈັດເກັບຂໍ້ມູນ (G-Share/G-Drive) ແລະລະບົບເຄືອຄ່າຍພາກລັດ (G-Net) ເພື່ອຮອງຮັບໃຫ້ແກ່ການຫັນບັນດາພະແນກການອ້ອມຂ້າງແຂວງ ແລະຂະແໜງການຂັ້ນເມືອງທີ່ມີເງື່ອນໄຂ ໄປສູ່ການປະຕິບັດລະບົບການລົງລາຍເຊັນເອເລັກໂຕນິກ, ການຈໍລະຈອນ, ການຈັດເກັບເອກະສານ, ການຕິດຕາມບັນດາຄາດໝາຍຕົວຊີ້ວັດໃນແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານການເງິນ ໄປສູ່ການຫັນເປັນທັນສະໄໝ ແລະຫັນໄປສູ່ລະບົບດິຈິຕອນ ໃນການຄຸ້ມຄອງບໍລິຫານພາກລັດ ໃຫ້ມີປະສິດທິພາບ;

ຊຶ່ງກອງປະຊູມຄັ້ງນີ້ ໄດ້ພ້ອມກັນຄົ້ນຄວ້າ ປະກອບຄໍາເຫັນ ເດີນເລິກການສ້າງຄວາມເຂັ້ມແຂງໃນການຕິດຕາມບັນດາຄາດໝາຍຕົວຊີ້ວັດຂອງການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານ ໂດຍຜ່ານລະບົບໂປຣມພາກລັດ; ຊຶ່ງໄລຍະຜ່ານມາພະແນກການເງິນແຂວງ ໄດ້ມີຫລາຍໂປຣແກມໃນການຫັນໄປສູ່ທັນສະໄໝໃນການຄຸ້ມຄອງການຈັດເກັບລາຍຮັບ-ຄຸ້ມຄອງລາຍຈ່າຍ ຢ່າງມີປະສິດທິພາບ; ເພື່ອເຮັດໃຫ້ວຽກງານຕິດຕາມຄວາມຄືບໜ້າບັນຄາດໝາຍຕົວຊີ້ບອກຂອງພະແນກການອ້ອມຂ້າງແຂວງ ແລະເມືອງ ໄດ້ຮັບການຈັດຕັ້ງປະຕິບັດ ສອງຂະແໜງແຜນການ ແລະສະຖິຕິ ພະແນກການເງີນແຂວງ ຈະໄດ້ສືບຕໍ່ສົມທົບກັບຂະແໜງລັດດິຈິຕອນ ພະແນກເຕັກໂນໂລຊີ ແລະການສື່ສານ ແຂວງ ໄຊຍະບູລີ ແລະບໍລິສັດ Unitel ສາຂາແຂວງ ໄຊຍະບູລີ ເອກະພາບຮັບຮອງກົນໄກການຮ່ວມມື ເພື່ອສືບຕໍ່ຈັດຝຶກອົບຮົມໃຫ້ບັນດາພະແນກການອ້ອມຂ້າງແຂວງ ແລະບັນດາເມືອງ ໃຫ້ຮັບຮູ້ເຂົ້າໃຈ ແລະສາມາດປະຕິບັດໄດ ເພື່ອເຮັດໃຫ້ການຫັນເປັນທັນສະໄໝ ແລະຫັນເປັນດິຈິຕອນພາຍໃນແຂວງ ໄຊຍະບູລີ ໄດ້ມີໃບໜ້າ ແລະປັດໄຈອັນໃໝ່.

ພາບ-ຂ່າວໂດຍ: ນາງ ສຸນິດາ ສົມສີ

 

ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາ ວຽກງານເຕັກໂນໂລຊີ ແລະ ການສື່ສານ ແຂວງໄຊຍະບູລີ