08/05/2026 ~ 08/05/2026
ໃນວັນທີ 07 ພຶດສະພາ 2026 ທ່ານນິລັນດອນ ຈິດຕະກອນ ຮອງຫົວໜ້າພະແນກ ໄດ້ນໍາພາພະນັງງານວິຊາການ ຂອງພະແນກ ເຕັກໂນໂລຊີ ແລະ ການສື່ສານ ແຂວງໄຊຍະບູລີ ເຂົ້າຮ່ວມກອງປະຊຸມເປີດກ້ວາງປະກອບຄຳເຫັນ ຕໍ່ຮ່າງດຳລັດ ວ່າດ້ວຍ ສູນຂໍ້ມູນ ຜ່ານລະບົບກອງປະຊຸມທາງໄກ ພາຍໃຕ້ການເປັນປະທານຂອງທ່ານ ໄຊຊະນະ ສິດທິພອນ ຮອງລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ, ມີບັນດາກະຊວງ/ອົງການທຽບເທົ່າອ້ອມຂ້າງ, ບັນດາບໍລິສັດ ແລະ ບັນດາພະແນກ ເຕັກໂນໂລຊີ ແລະ ການສື່ສານແຂວງ ທົ່ວປະເທດເຂົ້າຮ່ວມ.
ພາຍໃນກອງປະຊຸມ ທ່ານ ພູທອງ ສີສະຫວັດ ຫົວໜ້າສູນຂໍ້ມູນແຫ່ງຊາດ ໄດ້ນຳສະເໜີດຳລັດສະບັບນີ້ ກຳນົດຫຼັກການ, ລະບຽບການ ແລະ ມາດຕະການ ໃນການສ້າງ, ນໍາໃຊ້, ບຳລຸງຮັກສາ, ພັດທະນາ, ຄຸ້ມຄອງ, ໃຫ້ບໍລິການ ລະບົບຖານຂໍ້ມູນ ແລະ ສູນຂໍ້ມູນ ເພື່ອຄຸ້ມຄອງການພັດທະນາວຽກງານດັ່ງກ່າວ ຢ່າງເປັນລະບົບ, ມີປະສິດທິພາບ, ປະສິດທິຜົນ, ປະຢັດ, ທັນສະໄໝ ແລະ ເຊື່ອມຕໍ່ກັນໄດ້ ແນໃສ່ປະກອບສ່ວນເຂົ້າ ໃນການຫັນເປັນດິຈິຕອນ ແລະ ການພັດທະນາເສດຖະກິດ-ສັງຄົມ. ຜ່ານການນຳສະເໜີເນື້ອໃນຜູ້ແທນກອງປະຊຸມ ໄດ້ມີການປະກອບຄໍາເຫັນ ແລະ ສະເໜີປັບປຸງເນື້ອໃນ ຈາກບັນດາກະຊວງ/ອົງການທຽບເທົ່າອ້ອມຂ້າງ, ພະແນກເຕັກໂນໂລຊີ ແລະ ການສື່ສານແຂວງທົ່ວປະເທດ, ບັນດາບໍລິສັດ ແລະ ຄະນະຮັບຜິດຊອບ ຢ່າງກົງໄປກົງມາ ໃນຕອນທ້າຍກອງປະຊຸມກອງເລຂາຄະນະຮັບຜິດຊອບໄດ້ຂື້ນສັງລວມ ແລະ ຜ່ານເນື້ອໃນທີ່ໄດ້ປັບປຸງ ຈາກການປະກອບຄໍາຄິດເຫັນຂອງຜູ້ເຂົ້າຮ່ວມກອງປະຊຸມ

ຂ່າວ+ພາບໂດຍ: ນາງ ສຸນິດາ ສົມສີ

