07/05/2026 ~ 07/05/2026
ເນື່ອງໃນໂອກາດວັນກໍາມະກອນສາກົນ ຄົບຮອບ 140 ປີ (1 ພຶດສະພາ 1886 – 1 ພຶດສະພາ 2026) ສະຫະພັນກຳມະບານພະແນກເຕັກໂນໂລຊີ ແລະ ການສື່ສານ ແຂວງໄຊຍະບູລີ ຈັດພິທີປາຖະກະຖາຂຶ້ນ ໃນຕອນບ່າຍຂອງວັນທີ 06 ພຶດສະພາ 2026 ນີ້ ທີ່ຫໍປະຊຸມ ພະແນກເຕັກໂນໂລຊີ ແລະ ການສື່ສານ ໂດຍໃຫ້ກຽດເຂົ້າຮ່ວມເປັນປະທານ ແລະ ປາຖະກະຖາຂອງສະຫາຍ ສອນສະຫວັນ ຈັນທະວົງ ເລຂາຄະນະພັກຮາກຖານ, ມີບັນດາສະຫາຍຄະນະບໍລິຫານງານສະຫະພັນກໍາມະບານ ພະແນກເຕັກໂນໂລຊີ ແລະ ການສື່ສານ ພ້ອມດ້ວຍສະມາຊິກກໍາມະບານ ສະຫະພັນເຂົ້າຮ່ວມຮັບຟັງ.
ໃນພິທີອັນມີຄວາມໝາຍ ຄວາມສໍາຄັນນີ້ ສະຫາຍ ສອນສະຫວັນ ຈັນທະວົງ ເລຂາຄະນະພັກຮາກຖານ, ໄດ້ໃຫ້ກຽດຂຶ້ນປາຖະກະຖາຫວນຄືນມູນເຊື້ອປະຫວັດຄວາມເປັນມາຂອງ ວັນກໍາມະກອນສາກົນ ວັນທີ 01 ພຶດສະພາ, ໂດຍໄດ້ຍົກໃຫ້ເຫັນ ສະພາບແວດລ້ອມທີ່ພາໃຫ້ກໍາເນີດວັນກໍາມະກອນສາກົນບັນດາອົງການຈັດຕັ້ງ ສົນທິສັນຍາ ຖະແຫຼງການ ແລະ ກອງປະຊຸມຕ່າງໆກ່ຽວກັບກໍາມະກອນ ແລະ ຜູ້ອອກແຮງງານໃນພາກພື້ນ ແລະ ສາກົນ ການປະກອບສ່ວນໃນພາລະກິດ ປະຕິວັດຂອງກໍາມະກອນລາວແຕ່ລະໄລຍະ. ເຊິ່ງໃນຕະຫຼອດໄລຍະ 140 ປີ ພາຍໃຕ້ການນໍາພາຂອງບັນພະບູລຸດ ຜູ້ອົງອາດກ້າຫານໃນແຕ່ລະຍຸກແຕ່ລະສະໄໝ. ກໍ່ຄືພາຍໃຕ້ ການນໍາພາຂອງພັກປະຊາຊົນປະຕິວັດລາວ ໃນປະຈຸບັນຊົນຊັ້ນກໍາມະກອນລາວ ກໍ່ໄດ້ປະກອບສ່ວນ ແລະ ສະໜັບສະໜູນໃນຂະບວນການຕໍ່ສູ້ຂອງກໍາມະກອນສາກົນ ເພື່ອທວງສິດ ແລະ ຜົນປະໂຫຍດອັນຊອບທໍາໃນການອອກແຮງງານຂອງກໍາມະກອນ. ມາຮອດປະຈຸບັນ ກໍາມະກອນລາວໄດ້ມີຕົວແທນໃນການປົກປ້ອງສິດ ແລະ ຜົນປະໂຫຍດ ອັນຊອບທໍາຂອງຕົນນັ້ນກໍ່ຄືອົງການກໍາມະບານລາວ ກໍ່ໄດ້ກໍານົດວຽກງານມະຫາຊົນຂອງພັກໃນໄລຍະໃໝ່ ຢ່າງຈະແຈ້ງ ວ່າສະຫະພັນກໍາມະບານ ຕ້ອງຍົກສູງຄວາມສາມາດ ໃນການຈັດຕັ້ງນໍາພາ ແລະ ການເປັນແບບຢ່າງຂອງກໍາມະບານແຕ່ລະຂັ້ນ ຂະຫຍາຍການຈັດຕັ້ງ ກໍາມະບານຢູ່ຕາມຮາກຖານ ເພື່ອເພິ່ມກໍາລັງແຮງຂອງອົງການຈັດຕັ້ງກໍາມະບານໃຫ້ຮັບປະກັນທາງດ້ານປະລິມານ ແລະ ຄຸນນະພາບ ສາມາດເປັນຕົວແທນໃນການປົກປ້ອງສິດຜົນປະໂຫຍດອັນຊອບທໍາຂອງສະມາຊິກກໍາມະບານ ກໍາມະກອນ ແລະ ຜູ້ອອກແຮງງານໃຫ້ໄປສູ່ຄຸນນະພາບໃໝ່ ຮັບປະກັນຄວາມສະເໝີພາບ ແລະ ຄວາມຍຸຕິທໍາ ໃນການຊົມໃຊ້ໝາກຜົນຂອງການອອກແຮງງານ. ດັ່ງນັ້ນ ພາລະກໍາປະຫວັດສາດຂອງຊົນຊັ້ນກໍາມະກອນໄດ້ຊີ້ໃຫ້ພວກເຮົາເຫັນຢ່າງຈະແຈ້ງວ່າ ຊົນຊັ້ນກໍາມະກອນນໍາໜ້າຂອງຍຸກສະໄໝຕິດພັນກັບພື້ນຖານການຜະລິດ ມີລະບຽບວິໄນ, ເປັນຜູ້ມີຫົວຄິດປະດິດສ້າງ ມີຄວາມສາມາດພຽງພໍໃນການສ້າງສັງຄົມໃໝ່ທີ່ກ້າວໜ້າສີວິໄລ ແລະ ຍຸຕິທໍາ ພາຍໃຕ້ການນໍາພາຂອງພັກ.
ໃນຕອນທ້າຍສະຫາຍຍັງໄດ້ໃຫ້ສະມາຊິກກຳແໜ້ນເອົາຄຸນລັກສະນະອັນດີເລີດຂອງຊົນຊັ້ນກຳມະກອນສາກົນດັ່ງ 03 ຍຶດໝັ້ນ: 1) ຍຶດໝັ້ນລັກສະນະຊົນຊັ້ນ ຂອງຊົນຊັ້ນກຳມະກອນ; 2) ຍຶດໝັ້ນລັກສະນະຕໍ່ສູ້ ຂອງຊົນຊັ້ນກຳມະກອນ; 3) ຍຶດໝັ້ນລັກສະນະມະຫາຊົນ.
ຊົນຊັ້ນກໍາມະກອນແມ່ນພື້ນຖານແຫ່ງການກໍາເນີດເກີດຂຶ້ນ, ແມ່ນການຄົງຕົວ ແລະ ຂະຫຍາຍຕົວຂອງສັງ ຄົມມະນຸດ, ທັງແມ່ນປັດໃຈພື້ນຖານ ເຊິ່ງສະແດງໃຫ້ເຫັນຄຸນລັກສະນະອັນດີເລີດຄື: 1) ຊົນຊັ້ນກຳມະກອນເປັນຊົນຊັ້ນທີ່ມີນ້ຳໃຈຮັກຊາດຢ່າງແທ້ຈິງ ແລະ ມີນ້ຳໃຈສາກົນກຳມະຊີບອັນຜ່ອງໃສ; 2) ຊົນຊັ້ນກຳມະກອນເປັນຊົນຊັ້ນທີ່ດີເລີດ ແລະ ກ້າວໜ້າກ່ວາໝູ່; 3) ເປັນຊົນຊັ້ນທີ່ມີມານະຈິດປະຕິວັດອັນສູງສົ່ງ, ມີຄວາມຕື່ນຕົວຕໍ່ສູ້ດ້ວຍຄວາມເດັດດ່ຽວ, ກ້າຫານບໍ່ຍອມຈຳນົນ; 4) ມີສະຕິຕໍ່ການຈັດຕັ້ງ ແລະ ມີລະບຽບວິໄນຢ່າງເຂັ້ມງວດໃນການອອກແຮງງານ, ຮັກອາຊີບຂອງຕົນ; 5) ມີຄວາມດຸໝັ່ນຂະຫຍັນພຽນ, ປະຢັດມັດທະຍັດບໍ່ຟູມເຟືອຍ, ບໍ່ສໍ້ໂກງ, ບໍ່ໂລບມາກໂລພາ, ມີແນວຄິດເອື້ອເຟື້ອເພື່ອແຜ່, ມີຄວາມສາມັກຄີປອງດອງຊ່ວຍເຫຼືອເຊິ່ງກັນ ແລະ ກັນ; 6) ມີຫົວຄິດປະດິດສ້າງ, ພັດທະນາຕົນເອງ ທາງດ້ານເຕັກນິກວິທະຍາສາດທີ່ມີການຂະຫຍາຍຕົວ ໃນແຕ່ລະໄລຍະ ແລະ ຕິດພັນກັບການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ; 7) ເປັນເຈົ້າຕົນເອງ, ບໍ່ເອື່ອຍອີງໃສ່ຄົນອື່ນ, ກ້າຄິດ, ກ້າເຮັດ ແລະ ກ້າຮັບຜິດຊອບ.
ຂ່າວ+ພາບໂດຍ: ນາງ ສຸນິດາ ສົມສີ

