ກອງປະຊຸມສະຫຼຸບ ການກໍ່ສ້າງໝ່ວຍພັກປອດໃສ, ເຂັ້ມແຂງ, ໝັກແໝ້ນ ຄະນະພັກຮາກຖານ ພະແນກເຕັກໂນໂລຊີ ແລະ ການສື່ສານ ແຂວງໄຊຍະບູລີ ປະຈໍາປີ 2025

06/05/2026 ~ 06/05/2026

ກອງປະຊຸມສະຫຼຸບ ການກໍ່ສ້າງໝ່ວຍພັກປອດໃສ, ເຂັ້ມແຂງ, ໝັກແໝ້ນ ຄະນະພັກຮາກຖານ  ພະແນກເຕັກໂນໂລຊີ ແລະ ການສື່ສານ ແຂວງໄຊຍະບູລີ ປະຈໍາປີ 2025

         ກອງປະຊຸມສະຫຼຸບການກໍ່ສ້າງໝ່ວຍພັກປອດໃສ, ເຂັ້ມແຂງ, ໝັກແໝ້ນ ຄະນະພັກຮາກຖານ ພະແນກເຕັກໂນໂລຊີ ແລະ ການສື່ສານ ແຂວງໄຊຍະບູລີ ປະຈໍາປີ 2025 ໄດ້ຈັດຂື້ນໃນຕອນແລງຂອງວັນທີ 04 ພຶດສະພາ 2026 ທີ່ຫ້ອງປະຊຸມຫ້ອງວ່າການແຂວງ ພາຍໃຕ້ການເປັນປະທານຂອງ ສະຫາຍ ​ສອນສະຫວັນ ຈັນທະວົງ ເລຂາຄະນະພັກຮາກຖານ, ຫົວໜ້າພະແນກ ເຕັກໂນໂລຊີ ແລະ ການສື່ສານແຂວງ, ເປັນກຽດເຂົ້າຮ່ວມຂອງສະຫາຍ ບຸດສະກອນ ອິນທະລັງສີ ຄະນະປະຈຳພັກແຂວງ, ຮອງປະທານຄະນະກຳມະການປົກຄອງແຂວງ, ມີຄະນະພັກຮາກຖານ, ຄະນະໜ່ວຍພັກ, ຄະນະທີມງານຂອງແຂວງ, ສະມາຊິກພັກ ພາຍໃນຄະນະພັກຮາກຖານເຂົ້າຮ່ວມ.

         ສະຫາຍ ສອນສະຫວັນ ຈັນທະວົງ ເລຂາຄະນະພັກຮາກຖານ ຫົວໜ້າພະແນກເຕັກໂນໂລຊີ ແລະ ການສື່ສານ ໄດ້ຂື້ນຜ່ານບົດສະຫຼຸບການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈໍາປີ 2025 ແລະ ທິດທາງແຜນການ ປະຈໍາປີ 2026, ເຊິ່ງສະຫາຍໄດ້ຍົກໃຫ້ເຫັນຜົນງານດ້ານດີ, ດ້ານອ່ອນ, ຂໍ້ຄົງຄ້າງ ແລະບົດຮຽນທີ່ຖອດຖອນໄດ້ຕະຫຼອດໄລຍະ 1 ປີທີຜ່ານມາ ຄະນະພັກຮາກຖານແມ່ນໄດ້ສຶກສາອົບຮົມ ກໍ່ສ້າງສະມາຊິກພັກ, ພະນັກງານ-ລັດຖະກອນ ໃຫ້ມີຄຸນທາດການເມືອງໝັກແໝ້ນ, ມີຄຸນສົມບັດສິນທໍາປະຕິວັດ, ມີນໍ້າໃຈເສຍສະຫຼະໃນພາລະກິດປ່ຽນແປງໃໜ່ຂອງພັກ. ຂອບເຂດການນໍາພາລວມຂອງຄະນະພັກຮາກຖານ ແມ່ນປະກອບມີ 04 ໜ່ວຍພັກ; ໜ່ວຍພັກພະແນກເຕັກໂນໂລຊີ ແລະ ການສື່ສານແຂວງ, ໜ່ວຍພັກບໍລິສັດລາວໂທລະຄົມມະນາຄົມ ມະຫາຊົນ, ໜ່ວຍພັກບໍລິສັດ ອີທີແອລ ຈໍາກັດ, ໜ່ວຍພັກບໍລິສັດ ໄປສະນີລາວ ຈໍາກັດ, ມີພະນັກງານ-ລັດຖະກອນ ທັງໝົດ 95 ສະຫາຍ, ຍິງ 45 ສະຫາຍ ໃນນັ້ນມີສະມາຊິກພັກທັງໝົດ 65 ສະຫາຍ, ຍິງ 29 ສະຫາຍ, ສະມາຊິກພັກສໍາຮອງ 6 ສະຫາຍ, ຍິງ 3 ສະຫາຍ,  ປະຈຸບັນມີຄະນະພັກຮາກຖານ 5 ສະຫາຍ; ມີຄະນະໜ່ວຍພັກທັງໝົດ 12 ສະຫາຍ, ຍິງ 03 ສະຫາຍ; ດ້ານການນໍາພາດ້ານວິຊາສະເພາະ ຄະນະພັກຮາກຖານພະແນກເຕັກໂນໂລຊີ ແລະ ການສື່ສານແຂວງ ເປັນຄະນະພັກຮາກຖານໜຶ່ງ ທີ່ມີໜ້າທີ່ການເມືອງໃນການຜັນຂະຫຍາຍແນວທາງນະໂຍບາຍຂອງພັກເວົ້າລວມ, ເວົ້າສະເພາະແມ່ນການຜັນຂະຫຍາຍແນວທາງນະໂຍບາຍຂອງອົງຄະນະພັກແຂວງ ກ່ຽວກັບການຫັນເປັນທັນສະໄໝໃນວຽກງານໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ ໄປຕາມທິດຫັນເປັນດິຈິຕອນໃນ 3 ເສົາຄໍ້າຄື: ລັດດິຈິຕອນ, ເສດຖະກິດດິຈິຕອນ ແລະສັງຄົມດິຈິຕອນ ຊຶ່ງໄລຍະ 1 ປີຜ່ານມາ ການນໍາພາ-ຊີ້ນໍາຂອງຄະນະພັກຮາກຖານ ສາມາດຍາດໄດ້ຜົນງານອັນພົ້ນເດັ່ນໂດຍຫຍໍ້ບາງວຽກງານງານ ດັ່ງນີ້:

        ເສົາຄໍ້າທີ 1: ການຫັນເປັນລັດດິຈິຕອນ ໄດ້ມີຄວາມພະຍາຍາມຊຸກຍູ້ໃຫ້ບັນດາພະແນກການອ້ອມຂ້າງແຂວງ, ເມືອງໃນການອອກບັນຊີ (User) ນໍາໃຊ້ໃຫ້ພະນັກງານໃນທົ່ວແຂວງ ເພື່ອກະກຽມຫັນມານໍາໃຊ້ລະບົບ (G-Chat) ມາຮອດປະຈຸບັນໄດ້ທັງໝົດ 3.771 ບັນຊີ ກວມເອົາ 41 % ຂອງພະນັກງານທັງໝົດໃນທົ່ວແຂວງ;  ສ້າງລະບົບບັນຊີຫ້ອງການທັນສະໄໝ (E-office) ໄດ້ທັງໝົດ 96 ບັນຊີ ເພື່ອຫັນເປັນລະບົບລາຍເຊັນ ເອເລັກໂຕນິກໃນການສັ່ງຈ່າຍງົບປະມານການເງິນ ແລະການຈໍລະຈອນເອກະສານ, ສ້າງລະບົບການຈັດເກັບ ແລະ ນໍາໃຊ້ເອກະສານຮ່ວມກັນຂອງພາກລັດ (G-Share/G-Drive) ໄດ້ 39 ບັນຊີ, ປະຈຸບັນທົ່ວແຂວງ ມີລະບົບກອງປະຊຸມທາງໄກ (Video Conference) ມີ 27 ພະແນກການກົມກອງ ແລະ ສ້າງບັນຊີຜູ້ນຳໃຊ້ (True Conference) ໄດ້ທັງໝົດ 18 ບັນຊີ, ສ້າງລະບົບເວັບໄຊພາກລັດ (G-Web platform) ສໍາເລັດ 05 ເວັບໄຊ; ພະແນກການທີ່ພົ້ນເດັ່ນໃນການຫັນເປັນລັດດິຈິຕອນປະຈຸບັນມີພະແນກການເງິນແຂວງ ທີ່ພວມຫັນການຈັດເກັບລາຍຮັບ-ຄຸ້ມຄອງລາຍຈ່າຍສູ່ຄວາມທັນສະໄໝ, ນໍາໃຊ້ໂປຣແກມພາກລັດໃນການລົງລາຍເຊັນເອເລັກໂຕຣນິກ; ຂົງເຂດ ປກສ ໄດ້ມີຄວາມພະຍາຍາມ ອອກບັດປະຈໍາຕົວ ແລະ ປື້ມສໍາມະໂນຄົວໄປສູ່ດິຈິຕອນ ນອກຈາກນັ້ນຍັງມີຂະແໜງ ການອື່ນໆ ຕື່ມອີກຈໍານວນໜຶ່ງ;

ເສົາຄໍ້າທີ 2: ການຫັນເປັນເສດຖະກິດດິຈິຕອນ ກ່ອນອື່ນໝົດ ແມ່ນການຮັບປະກັນເຮັດໃຫ້ສັນຍານໂທລະສັບ, ສັນຍານອິນເຕີເນັດ ທົ່ວເຖິງທຸກພື້ນທີ່ ເພື່ອເຮັດໃຫ້ການຕິດຕໍ່ພົວພັນມີຄວາມສະດວກ ສາມາດນໍາໃຊ້ ແອບພີເຄຊັນ, ໂປແກຣມຕ່າງໆ ມີຄວາມສະດວກ, ວ່ອງໄວ ທຸກພື້ນທີ່ ເຮັດໃຫ້ຜູ້ຊົມໃຊ້ສາມາດເຂົ້າເຖິງດ້ານ ການຄ້າເອເລັກໂທນິກ ( e-commerc), ການລົງທຶນ, ການບໍລິການຊໍາລະສະສາງດ້ານການເງິນຂອງທະນາຄານຕ່າງໆ ຄະນະພັກພວກເຮົາໄດ້ຊີ້ນໍາບັນດາໜ່ວຍພັກໃນຂົງເຂດໂທລະຄົມ ຂະຫຍາຍສາຍກາບໄຍແກ້ວ ນໍາແສງ (Optic Fiber) ມາຮອດປະຈຸບັນໄດ້ຄວາມຍາວທັງໝົດ 5,137 ກິໂລແມັດ, ທຽບໃສປີ 2024 ຂະຫຍາຍເພີ້ມຂື້ນ 15.5% ກວມເອົາ 11 ເມືອງ; ເສົາສະຖານີຮັບ-ສົ່ງສັນຍານໂທລະສັບ ມາຮອດປະຈຸບັນມີທັງໝົດ 440 ຕົ້ນ ທຽບໃສປີ 2024 ປະຕິບັດເພີ້ມຂື້ນ 2.09%; ສະຖານີຮັບ-ສົ່ງສັນຍານໂທລະສັບ ( 2G, 3G, 4G ) ມີທັງໝົດ 917 ສະຖານີ ທຽບໃສປີ 2024 ປະຕິບັດເພີ້ມຂື້ນ 0.11%; ຂະຫຍາຍສັນຍານໂທລະສັບໄປສູ່ບ້ານທີ່ບໍ່ທັນມີສັນຍານໄດ້ 3 ບ້ານປະຈຸບັນ ບ້ານທີ່ມີສັນຍານໂທລະສັບກວມເອົາ 425 ບ້ານ ເທົ່າກັບ 98% ຂອງບ້ານທັງໝົດ; ປະຈຸບັນມີຂະຫຍາຍອິນເຕີເນັດເຂົ້າສູ່ຄົວເຮືອນໄດ້ທັງໝົດ 13,624 ເລກໝາຍ ທຽບໃສ່ປີຜ່ານມາເພີ້ມຂຶ້ນ 39,3% ກວມເອົາ 16% ຂອງຄົວເຮືອນທັງໝົດ; ດ້ານວຽກງານຂົນສົ່ງໄປສະນີ ທົ່ວແຂວງມີ 102 ປ່ອງບໍລິການ ກວມເອົາ 46 ບ້ານ ທຽບໃສ່ປີຜ່ານມາເພີ້ມຂຶ້ນ 23%; ການບໍລິການດ້ານໂທລະຄົມມະນາຄົມສາມາດສ້າງລາຍຮັບໄດ້ທັງໝົດ 189,319 ລ້ານກວ່າກີບກວມເອົາ 2% ຂອງ GDP ຂອງແຂວງ ທຽບໃສ່ປີຜ່ານມາເພີ້ມຂຶ້ນ 6,78%.

        ເສົາຄໍ້າທີ 3: ສັງຄົມດິຈິຕອນ ຄະນະພັກໄດ້ມີຄວາມພະຍາຍາມຊຸກຍູ້ໃຫ້ພາກທຸລະກິດ ແລະປະຊາຊົນໃນການນໍາໃຊ້ໂປຣແກມ, ສື່ສັງຄົມອອນລາຍ ໃຫ້ຖືກຕ້ອງຕາມລະບຽບການ ເພື່ອບໍ່ໃຫ້ມີການຕ້ານຕໍ່ການນໍາພາຂອງອົງການປົກຄອງແຕ່ລະຂັ້ນພາຍໃນແຂວງ, ຕ້ານການນໍາໃຊ້ເບີໂທລະສັບໄປໃນທາງທີ່ບໍ່ຖືກຕ້ອງ-ສໍ້ໂກງ ຊຶ່ງໃນ ໜຶ່ງປີຜ່ານມາໄດ້ສົມທົບກັບ ປກສ ແຂວງ ຕິດຕາມກວດກາເບີໂທລະສັບ ເພື່ອຢັ້ງຢືນການມີຕົວຕົນໄດ້ 14 ເບີ; ກວດຈັບສັນຍານໂທລະສັບ ເພື່ອມ້າງຄະດີໄດ້ 12 ຄັ້ງ; ກວດກາຂໍ້ມູນການໂທເຂົ້າ-ອອກໃນຮູບຄະດີ 13 ຂໍ້ມູນ ຊຶ່ງສາມາດແກ້ໄຂບັນຫາການນໍາໃຊ້ບໍ່ຖືກຕ້ອງໄດ້ໂດຍພື້ນຖານ; ແຕ່ເຖິງແນວໃດກ່ໍ່ຕາມ ເພື່ອແກ້ໄຂບັນຫາໄລຍະຍາວ ຄະນະພັກພວກເຮົາໄດ້ຊີ້ນໍາໃຫ້ບັນດາບໍລິສັດໂທລະຄົມມະນາຄົມ ເພີ້ມທະວີໃນການຊຸກຍູ້ໃຫ້ມີການລົງທະບຽນນໍາໃຊ້ໂທລະສັບທີ່ເປີດນໍາໃຊ້ທົ່ວແຂວງ ມາຮອດປະຈຸບັນມີທັງໝົດ 282,080 ເລກໝາຍທີ່ລົງທະບຽນນໍາໃຊ້ ທຽບໃສ່ປີຜ່ານມາ ເລກໝາຍເພີ່ມຂຶ້ນ 7,8%. ນອກຈາກຜົນສໍາເລັດຕໍ່ບັນດາຄາດໝາຍ ແຕ່ລະດ້ານເພື່ອຮັບປະກັນເຮັດໃຫ້ການຂັບເຂື່ອນການຫັນເປັນທັນສະໄໝຕາມ 3 ເສົາຄໍ້າດິຈິຕອນ ມີຄາດໝາຍ, ມີທິດທາງແຜນວຽກຈຸດສູມໃນ 5ປີ ກໍ່ຄືແຜນປະຈໍາປີ ໃນສະເພາະໜ້າ ສໍາເລັດໃນການອອກນິຕິກໍາ ເພື່ອເປັນເຄື່ອງມືຫລາຍສະບັບ.

           ຜົນ​ການກວດ​ກາ​ຕີ​ລາ​ຄາແບ່ງ​ປະ​ເພດສະມາຊິກພັກ ແລະ ໜ່ວຍພັກທີ່ຂື້ນກັບຄະນະພັກຮາກຖານ ຕາມ 5 ມາດຕະຖານດັ່ງນີ້: ຕີລາຄາແບ່ງປະເພດສະມາຊິກພັກ: ສະມາຊິພັກ ໄດ້ປະເພດແຂງ 59 ສະຫາຍ, ຍິງ 26 ສະຫາຍ, ບໍ່ແບ່ງ 06 ສະຫາຍ, ຍິງ 03 ສະຫາຍ; ອົງການຈັດມະຫາຊົນ ປະເພດແຂງ, ໜ່ວຍພັກຂື້ນກັບ 04 ໜ່ວຍພັກ ໄດ້ປະເພດ ແຂງ ເປັນໜ່ວຍພັກ ປອດໃສ, ເຂັ້ມແຂງ, ໜັກແໜ້ນ,  ໃນພິທີໄດ້ມອບໃບຢັ້ງຢືນໝ່ວຍພັກປອດໃສ, ເຂັ້ມແຂງ, ໝັກແໝ້ນ ປະຈຳປີ 2024 ໃຫ້ແຕ່ລະໝ່ວຍພັກໃຫ້ກຽດມອບໂດຍສະຫາຍ ສອນສະຫວັນ ຈັນທະວົງ ເລຂາຄະນະພັກຮາກຖານ. ຈາກນັ້ນຕາງໝ້າຄະນະພັກຮາກຖານ, ເລຂາໝ່ວຍພັກ, ອົງການຈັດຕັ້ງມະຫາຊົນ ກໍ່ໄດ້ຂື້ນຈັບມືແຂ່ງຂັນກັນ ເພື່ອພ້ອມກັນນຳໄປຈັດຕັ້ງປະຕິບັດໃຫ້ມີຜົນສຳເລັດຕາມຄາດໜາຍທີ່ວາງໄວ້.

ຂ່າວໂດຍ: ໜໍ່ແກ້ວ ທິແກ້ວ

ຕັດຕໍ່-ຮູບພາບໂດຍ: ສຸທິນ ມູນຖິ່ນໄທ

 

ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາ ວຽກງານເຕັກໂນໂລຊີ ແລະ ການສື່ສານ ແຂວງໄຊຍະບູລີ