04/05/2026 ~ 04/05/2026
ໃນຕອນແລງຂອງວັນທີ 29 ເມສາ 2026 ທີ່ຫ້ອງປະຊຸມຂອງພະແນກ ເຕັກໂນໂລຊີ ແລະ ການສື່ສານ ໄດ້ເປີດກອງປະຊຸມສະຫຼຸບການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2025 ໜ່ວຍພັກພະແນກ ເຕັກໂນໂລຊີ ແລະ ການສື່ສານແຂວງ ທີ່ຂື້ນກັບຄະນະພັກຮາກຖານ ພະແນກ ເຕັກໂນໂລຊີ ແລະ ການສື່ສານ ແຂວງ ໃນໂອກາດດັ່ງກ່າວ, ສະຫາຍ ສອນສະຫວັນ ຈັນທະວົງ ເລຂາຄະນະພັກຮາກຖານ, ຫົວໜ້າພະແນກ ເຕັກໂນໂລຊີ ແລະ ການສື່ສານ ແຂວງ ໄດ້ມີຄໍາເຫັນໂອ້ລົມເຊີ່ງສະຫາຍໄດ້ຍ້ອງຍໍຊົມເຊີຍດ້ານດີ ແລະ ຕໍ່ຜົນສໍາເລັດຫຼາຍດ້ານທີ່ຍາດມາໄດ້ ໃນໄລຍະ 01 ປີຜ່ານມາ ແລະ ກັບຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ວຽກງານໃນໄລຍະໃໝ່ ທີ່ຕ້ອງສູ້ຊົນສຸມໃສ່ຈັດຕັ້ງປະຕິບັດ. ແຕ່ເຖິງຢ່າງໃດກໍ່ຕາມ ຍັງເຫັນວ່າມີບາງບັນຫາ ແລະ ເປັນສິ່ງທ້າທາຍ ທີ່ໃຫ້ສະມາຊິກພັກ, ພະນັກງານ ຂອງໜ່ວຍພັກ ເຊິ່ງສະແດງອອກໃຫ້ເຫັນໃນບົດສະຫຼຸບ ການຕີລາຄາດ້ານອ່ອນ, ຂໍ້ຄົງຄ້າງ ແລະ ເພື່ອບັນລຸຕາມລະດັບຄາດໝາຍ, ສະຫາຍໄດ້ຮຽກຮ້ອງໃຫ້ບັນດາສະຫາຍຄະນະພັກ, ສະມາຊິກພັກ, ພະນັກງານ ເອົາໃຈໃສ່ 05 ບັນຫາຕົ້ນຕໍ ດັ່ງນີ້:
1. ກ່ອນອືີ່ນໝົດ ສະມາຊິກພັກທຸກສະຫາຍຕ້ອງຕັ້ງໜ້າປັບປຸງລະບົບການເມືອງພາຍໃນຄະນະພັກເພືີ່ອ ຮັບປະກັນໃຫ້ມີຄວາມໝັກແໜ້ນເຂັ້ມແຂງ ທາງດ້ານການເມືອງ-ແນວຄິດ, ການຈັດຕັ້ງ ແລະ ແບບແຜນວິທີ ການນໍາພາ; ເນືີ່ອງຈາກວ່າ ທຸກວຽກງານຈະງ່າຍ ຫຼື ຍາກ, ຈະໜັກ ຫຼື ເບົາກໍ່ລ້ວນແຕ່ແມ່ນປັດໄຈຄົນເປັນຜູ້ຕັດສິນຜົນສໍາເລັດ; ດັ່ງທີີ່ຄາດໝາຍສູ້ຊົນດ້ານຕ່າງໆ ທີີ່ໄດ້ວາງໄວ້ໃນມະຕິ, ບົດບັນທຶກກວດກາໜ່ວຍພັກໃນກອງປະຊຸມຄັ້ງນີ້, ກໍ່ຄືແຜນພັດທະນາຂອງພະແນກພວກເຮົາ ຢາກໃຫ້ມັນສໍາເລັດ, ຄະນະພັກກໍ່ຕ້ອງມີຄວາມສາມັກຄີພາຍໃນເປັນເອກະພາບກັນຢ່າງໜັກແໜ້ນ ມີແບບແຜນວິທີເຮັດວຽກທີີ່ດີ; ກ່ອນອືີ່ນໝົດແມ່ນ ພາຍໃນຄະນະພັກຮາກຖານ, ຄະນະພະແນກ, ຄະນະພັກ, ຫົວໜ້າຂະແໜງ-ຮອງຂະແໜງ ຕ້ອງສາມັກຄີ, ມີຄວາມເປັນເອກະພາບສູງ, ສືບຕໍ່ເປັນຫຼັກແຫຼ່ງ ແກ່ນສານ, ເປັນຄັນທຸງ ແລະ ເປັນແກນນໍາໃນການເຕົ້າໂຮມຄວາມສາມັກຄີໃນຖັນແຖວພະນັກງານ, ສະມາຊິກພັກເປັນຢ່າງດີ.
2. ບັນດາສະຫາຍ ທີີ່ຈະຖືກມອບໝາຍວຽກງານໃນຕໍ່ໜ້າ ຕ້ອງເຊີດຊູຄວາມຮັບຜິດຊອບໜ້າທີີ່ ການເມືອງຂອງຕົນໃຫ້ສູງຂື້ນກວ່າເວລາໃດໝົດ ບໍ່ວ່າວຽກນັ້ນຈະນ້ອຍຈະໃຫຍ່, ຈະຊິນເຄີຍມາແລ້ວ ຫຼື ບໍ່ເຄີຍ, ຈະຢູ່ບ່ອນເກົົ່າ ຫຼື ຍ້າຍໄປບ່ອນໃໝ່, ຈະຢູ່ໃນວຽກຂົງເຂດອົງການຈັດຕັ້ງມະຫາຊົນ, ຂະແໜງການກໍ່ຕ້ອງສຸມທຸກສະຕິປັນຍາເຫືີ່ອແຮງ, ຄວາມຮູ້, ຄວາມສາມາດຂອງຕົນ ເພືີ່ອເຮັດສໍາເລັດໜ້າທີີ່ ທີີ່ໄດ້ຮັບການມອບໝາຍເປັນຢ່າງດີ.
3. ແຕ່ລະສະຫາຍ ຕ້ອງໄດ້ເອົາໃຈໃສ່ຕັ້ງໜ້າຮຽນຮູ້ຍົກລະດັບຄວາມຮູ້-ຄວາມສາມາດ ຂອງຕົນຂື້ນເລືື້ອຍໆ, ເຊືີ່ອມຊືມກໍາແໜ້ນແນວທາງ, ກົດລະບຽບຂອງພັກ, ກົດໝາຍຂອງລັດ, ກໍາແໜ້ນມະຕິ, ຄໍາສັ່ງ ແລະ ແຜນການທີີ່ລັດວາງອອກໃນແຕ່ລະໄລຍະ, ຮຽນຮູ້ທາງດ້ານທິດສະດີ, ວິຊາສະເພາະທີີ່ຕົນຮັບຜິດຊອບຊີ້ນໍາ, ສິີ່ງສໍາຄັນ ແມ່ນຮູ້ຈັກຖອດຖອນບົດຮຽນຈາກຂະບວນການວຽກງານຕົວຈິງ, ຕ້ອງຮູ້ຈັກຮໍໍ່າຮຽນນໍາເພືີ່ອນມິດສະຫາຍ ໃນເງືີ່ອນໄຂລະດັບຄວາມຮູ້ຂອງພວກເຮົາບໍ່ໄດ້ຮຽນຈົບມາດ້ານ ໄອຊີທີ.
4. ທຸກການນໍາຂອງຂະແໜງການ ພາຍໃນພະແນກ ຕ້ອງຖືສໍາຄັນ ແລະຍຶດໝັ້ນຫຼັກການລວມສູນປະຊາທິປະໄຕຂອງພັກ, ນໍາພາເປັນໝູ່ຄະນະ, ມີການແບ່ງວຽກ, ມອບໝາຍຄວາມຮັບຜິດຊອບໃຫ້ບຸກຄົນຢ່າງຈະແຈ້ງ; ຍາມໃດກໍ່ຕ້ອງເສີມຂະຫຍາຍຫົວຄິດປະດິດສ້າງ, ສະຕິປັນຍາລວມໝູ່ ເປັນກໍາລັງແຮງ ແຫ່ງການນໍາພາຂອງພວກເຮົາ, ຖືເປັນສິີ່ງຄໍໍ້າປະກັນຜົນສໍາເລັດໃນວຽກງານຕ່າງໆ; ໃນນັ້ນ, ຕ້ອງເພີີ່ມທະວີຄວາມເປັນເອກະພາບພາຍໃນຕໍ່ການຊີ້ນໍາ-ນໍາພາ ຈັດຕັ້ງປະຕິບັດວຽກງານຕົວຈິງ, ພວກເຮົາໄດ້ເອກະພາບກັນຮັບຮອງເອົາມະຕິ, ຮັບຮອງເອົາບົດບັນທຶກໃນກອງປະຊູມແຕ່ລະຄັ້ງເປັນທິດຊີ້ນໍາແລ້ວ ເວລາຈັດຕັ້ງປະຕິບັດກໍ່ຍິ່ງຕ້ອງມີຄວາມເປັນເອກະພາບສູງ, ສິີ່ງທີີ່ເປັນອັນຕະລາຍກວ່າໝູ່ ແມ່ນການເຮັດຕາມໃຈຂອງໃຜ, ຂອງລາວ, ຊີ້ນໍາໄປຄົນລະຢ່າງ, ນອກຈາກຈະເຮັດໃຫ້ວຽກງານບໍ່ປະສົບຜົນສໍາເລັດແລ້ວ ຍັງຈະກະທົບຕໍ່ພາບພົດ ແລະ ບົດບາດການນໍາພາຂອງພັກ, ຂອງຂະ ແໜງການ, ຂາດຄວາມເຊືີ່ອໝັ້ນຈາກພະນັກງານ, ສະມາຊິກພັກ ແລະ ມະຫາຊົນ.
5. ຕ້ອງມີທັດສະນະມະຫາຊົນຢ່າງຖືກຕ້ອງ, ເລີີ່ມຈາກຄວາມຮຽກຮ້ອງຕ້ອງການ ແລະ ຜົນປະໂຫຍດ ຂອງມະຫາຊົນ-ສະມາຊິກພັກ ພ້ອມກັນຮັ່ງມີຜາສຸກ, ເຮັດວຽກດ້ວຍຄວາມກະຕືລືລົ້ນ, ສະບາຍໃຈໃຫ້ມະຫາຊົນມີສ່ວນຮ່ວມຢ່າງເປັນເຈົ້າການໃນທຸກວຽກງານ, ສະນັ້ນເຖິງວ່າວຽກງານຈະໃຫຍ່ຫຼວງ ແລະ ຫຍຸ້ງຍາກລໍາບາກປານໃດກໍ່ຕາມ ຖ້າຫາກມະຫາຊົນເຫັນດີເຫັນພ້ອມ ແລະ ເຂົ້າຮ່ວມແລ້ວແມ່ນຈະໄດ້ຮັບຜົນສໍາເລັດເປັນຢ່າງດີ; ຄະນະໜ່ວຍພັກ, ຫົວໜ້າ, ຮອງຫົວໜ້າຂະແໜງ ພາຍໃນພະແນກຕ້ອງສືບຕໍ່ເປັນແບບຢ່າງນໍາໜ້າໃນດ້ານການເມືອງ, ຄຸນສົມບັດ ສິນທໍາປະຕິວັດ, ມີແບບແຜນວິທີເຮັດວຽກທີີ່ວິທະຍາສາດ ແລະ ປະດິດສ້າງ, ດໍາລົງຊີວິດທີີ່ປອດໃສ, ປະຫຍັດທ່ຽງທໍາ, ເປັນຫຼັກແຫຼ່ງ, ເປັນແກນນໍາທີີ່ແທ້ຈິງຂອງພັກ, ຂອງຂະແໜງການ ຕ້ອງມີຄວາມເສຍສະຫຼະເພືີ່ອສ່ວນລວມ, ພ້ອມນັ້ນກໍ່ຕ້ອງໄດ້ເອົາໃຈ ໃສ່ສຶກສາອົບຮົມຄອບຄົວ, ລູກເຕົ້າໃຫ້ເປັນແບບຢ່າງທີີ່ດີ ໃນການດໍາລົງຊີວິດໃນສັງຄົມຢ່າງຜາສຸກ; ຫຼີກເວັ້ນການຫຼີ້ນກິນຟູມເຟືອຍ, ສັງຄົມຊູ້ສາວ ທີີ່ພາໃຫ້ຄອບຄົວ, ພະແນກການບໍ່ມີຄວາມສຸກ.
ຂຽນຂ່າວໂດຍ : ໜໍ່ແກ້ວ ທິແກ້ວ
ຖ່າຍພາບ-ຕັດຕໍ່ຮູບພາບ: ສຸທິນ ມູນຖີ່ນໄທ, ນາງ ສຸນິດາ ສົມສີ

