ສະຫາຍ ນິລັນດອນ ຈິດຕະກອນ ຮອງເລຂາຄະນະພັກຮາກຖານ, ຮອງຫົວໜ້າພະແນກ ເຕັກໂນໂລຊີ ແລະ ການສື່ສານ ແຂວງ ມີຄໍາເຫັນໂອ້ລົມຕໍ່ກອງປະຊຸມການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ໜ່ວຍພັກບໍລິສັດ ອີທີແອລ ຈຳກັດ ແລະ ບໍລິສັດ ໄປສະນີລາວ ຈຳກັດ
04/05/2026 ~ 04/05/2026
ສະຫາຍ ນິລັນດອນ ຈິດຕະກອນ ຮອງເລຂາຄະນະພັກຮາກຖານ, ຮອງຫົວໜ້າພະແນກ ເຕັກໂນໂລຊີ ແລະ ການສື່ສານ ແຂວງ ມີຄໍາເຫັນໂອ້ລົມຕໍ່ກອງປະຊຸມການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ຂອງ 2 ໜ່ວຍພັກ ທີ່ຂື້ນກັບຄະນະພັກຖາກ ພະແນກ ເຕັກໂນໂລຊີ ແລະ ການສື່ສານ ແຂວງ ໜ່ວຍພັກບໍລິສັດ ອີທີແອລ ຈຳກັດ ແລະ ບໍລິສັດ ໄປສະນີລາວ ຈຳກັດ ກ່ອນອື່ນສະຫາຍ ໄດ້ຍ້ອງຍໍຊົມເຊີຍດ້ານດີ ແລະ ຜົນສຳເລັດຫຼາຍດ້ານ ໃນໄລຍະ 01 ປີຜ່ານມາ ກັບຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ວຽກງານໃນໄລຍະໃໝ່ ແຕ່ເຖິງຢ່າງໃດກໍ່ຕາມ ຍັງເຫັນວ່າມີບາງບັນຫາ ແລະ ເປັນສິ່ງທ້າທາຍ ທີ່ໃຫ້ສະມາຊິກພັກ, ພະນັກງານ ຂອງໜ່ວຍພັກ ເຊິ່ງສະແດງອອກໃຫ້ເຫັນໃນບົດສະຫຼຸບ ການຕີລາຄາດ້ານອ່ອນ, ຂໍ້ຄົງຄ້າງ ແລະ ເພື່ອບັນລຸຕາມລະດັບຄາດໝາຍ, ສະຫາຍໄດ້ຮຽກຮ້ອງໃຫ້ບັນດາສະຫາຍຄະນະພັກ, ສະມາຊິກພັກ, ພະນັກງານ ເອົາໃຈໃສ່ 05 ບັນຫາຕົ້ນຕໍ ດັ່ງນີ້:
- ຕ້ອງເພີ່ມທະວີການນໍາພາດ້ານການເມືອງ-ແນວຄິດ ນໍາພາເຊື່ອມຊືມກໍາແໜ້ນແນວທາງນະໂຍບາຍຂອງພັກ, ເອົາ ໃຈໃສ່ສຶກສາອົບຮົມສະມາຊິກພັກ, ພະນັກງານຢູ່ພາຍໃຕ້ການນໍາພາຂອງໜ່ວຍພັກໃຫ້ມີຄຸນທາດການເມືອງໜັກ ແໜ້ນ, ມີຄຸນສົມບັດສິນທໍາປະຕິວັດ, ມີອຸດົມການສັງຄົມນິຍົມ, ເຊື່ອໝັ້ນຕໍ່ການນໍາພາຂອງພັກ-ລັດ, ດໍາລົງຊີວິດປອດໃສຂາວສະອາດ.
- ດ້ານວິຊາສະເພາະຕ້ອງໄດ້ຍົກສູງຄວາມເປັນເຈົ້າການ, ຄວາມຮັບຜິດຊອບຕໍ່ໜ້າທີ່ວຽກງານທຸກດ້ານເພື່ອກຽມ ພ້ອມຮັບໃຊ້ໜ້າທີ່ການເມືອງ, ສະໜອງການບໍລິການໃຫ້ແກ່ລູກຄ້າທີ່ໃຊ້ບໍລິການໂທລະສັບ-ອິນເຕີເນັດທີ່ມີຄຸນນະພາບ ສູ້ຊົນສ້າງລາຍຮັບໃຫ້ບັນລຸຕາມແຜນການ ແລະ ພ້ອມທັງປຸກລະດົມທຸກພາກສ່ວນເປັນເຈົ້າການປະກອບ ສ່ວນ, ຍົກສູງການຄົ້ນຄ້ວາຮໍ່າຮຽນທາງດ້ານໄອທີ, ພາສາຕ່າງປະເທດ ເພື່ອຄວາມສະດວກໃນການເຄື່ອນໄຫວພົວພັນວຽກງານກັບພາຍນອກ.
- ເປີດຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ ໃຫ້ເປັນຂະບວນຟົດຟື້ນ ກາຍເປັນກໍາລັງແຮງຂຸດຄົ້ນ ແລະ ເສີມຂະຫຍາຍຫົວຄິດປະດິດສ້າງຂອງບຸກຄົນ ແລະ ການຈັດຕັ້ງເພື່ອສົ່ງເສີມຈິດໃຈປະຕິວັດ ເຮັດສໍາເລັດໜ້າທີ່ ແລະ ຄວາມຮັບຜິດຊອບການເມືອງຂອງຕົນ, ທັງເປັນການຊຸກຍູ້ວຽກດີຄົນເດັ່ນ ກາຍເປັນມາດຕະການທີ່ສໍາຄັນອັນໜຶ່ງ ເພື່ອບັນລຸຄາດໝາຍໃນກອງປະຊຸມປີຕໍ່ໄປ.
- ສືບຕໍ່ກໍ່ສ້າງໜ່ວຍພັກໃຫ້ປອດໃສ, ເຂັ້ມແຂງ, ໜັກແໜ້ນ ຄະນະພັກ, ສະມາຊິກພັກຕ້ອງມີຄວາມຈົ່ງຮັກພັກດີຕໍ່ຜົນປະໂຫຍດລວມ, ໃກ້ຊິດຕິດແທດກັບມະຫາຊົນ ຖືເອົາມະຫາຊົນເປັນກໍາລັງແຮງ.
- ກ່ຽວກັບວຽກງານປັບປຸງກໍ່ສ້າງພັກ ຕ້ອງເອົາໃຈໃສ່ປັບປຸງແບບແຜນວິທີນໍາພາ ຕ້ອງຍຶດໝັ້ນຫຼັກການລວມສູນປະຊາທິໄຕ ນໍາພາເປັນໝູ່ຄະນະ ບຸກຄົນຮັບຜິດຊອບ, ເສີມຂະຫຍາຍປະຊາທິປະໄຕ ໄປພ້ອມກັບການເພີ່ມທະວີຈັດຕັ້ງປະຕິບັດລະບຽບວິໄນຂອງພັກຢ່າງເຂັ້ມງວດ, ສ້າງເງື່ອນໄຂໃຫ້ຄະນະພັກ ແລະ ສະມາຊິກພັກທຸກສະຫາຍ ມີສ່ວນຮ່ວມໃນການແລກປ່ຽນທັດສະນະ ແລະ ຄວາມຄິດເຫັນ ການຕັດສິນບັນຫາຕ່າງໆ ຕາມລະບຽບຫຼັກການຂອງພັກ, ເວົ້າ ແລະ ເຮັດຕາມມະຕິທີ່ໄດ້ກໍານົດໄວ້, ປະຕິບັດລະບອບການດໍາລົງຊີວິດການເມືອງພາຍໃນພັກ ແລະ ປະຕິບັດລະບອບຕິຊົມຕົນເອງ ຕິຊົມເຊິ່ງກັນ ແລະ ກັນຢ່າງເຂັ້ມງວດ ເພື່ອແກ້ໄຂຈຸດອ່ອນ-ຂໍ້ຄົງຄ້າງຂອງການນໍາພາລວມ ແລະ ບຸກຄົນສະມາຊິກພັກ, ພະນັກງານ-ລັດຖະກອນ ໂດຍສະເພາະແມ່ນຜູ້ນໍາພາຕ້ອງເປັນແບບຢ່າງໃນການຕິຊົມຕົນເອງ ແລະ ຕິຊົມກັນ ພ້ອມກັນຈິງໃຈຮັບເອົາຄໍາຕໍານິຕິຊົມຈາກໝູ່ຄະນະ ບໍ່ຈົ່ງຈຽມ ແລະ ບໍ່ອັກຄະຕິຕໍ່ກັນ.

