02/05/2026 ~ 02/05/2026
ກອງປະຊຸມສະຫຼຸບການກໍ່ສ້າງໝ່ວຍພັກປອດໃສ, ເຂັ້ມແຂງ, ໝັກແໝ້ນ ໜ່ວຍພັກພະແນກເຕັກໂນໂລຊີ ແລະ ການສື່ສານ ທີ່ຂື້ນກັບຄະນະພັກຮາກຖານ ພະແນກ ເຕັກໂນໂລຊີ ແລະ ການສື່ສານ ແຂວງໄຊຍະບູລີ ປະຈໍາປີ 2025 ໄດ້ຈັດຂື້ນໃນຕອນແລງຂອງວັນທີ 29 ເມສາ 2026 ທີ່ຫ້ອງປະຊຸມຂອງພະແນກ ເຕັກໂນໂລຊິ ແລະ ການສື່ສານແຂວງ ພາຍໃຕ້ການເປັນປະທານຂອງ ສະຫາຍ ຄຳບູ່ ທອງວັນນາ ຄະນະພັກຮາກຖານ, ເລຂາໜ່ວຍພັກ, ຮອງຫົວໜ້າພະແນກ ເຕັກໂນໂລຊີ ແລະ ການສື່ສານແຂວງ, ເປັນກຽດເຂົ້າຮ່ວມຂອງສະຫາຍ ສອນສະຫວັນ ຈັນທະວົງ ເລຂາຄະນະພັກຮາກຖານ, ຫົວໜ້າພະແນກເຕັກໂນໂລຊີ ແລະ ການສື່ສານແຂວງ ມີຄະນະທີມງານຂອງແຂວງ, ບັນດາສະຫາຍຄະນະໜ່ວຍພັກ, ສະມາຊິກພັກທັງໝົດເຂົ້າຮ່ວມ.

ສະຫາຍ ຄຳບູ່ ທອງວັນນາຄະນະພັກຮາກຖານ, ເລຂາໜ່ວຍພັກ, ຮອງຫົວໜ້າພະແນກ ເຕັກໂນໂລຊິ ແລະ ການສື່ສານແຂວງ, ໄດ້ຂື້ນຜ່ານບົດສະຫຼຸບການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈໍາປີ 2025 ແລະ ທິດທາງແຜນການ ປະຈໍາປີ 2026 ໜ່ວຍພັກ ພະແນກເຕັກໂນໂລຊີ ແລະ ການສື່ສານ ທີ່ສັງກັດໃນໂຄງປະກອບການຈັດຕັ້ງພັກ, ພາຍໃຕ້ການນໍາພາ - ຊີ້ນໍາໂດຍກົງຂອງຄະນະພັກຮາກຖານ ພະແນກເຕັກໂນໂລຊີ ແລະ ການສື່ສານແຂວງ, ມີໜ້າທີ່ສຶກສາອົບຮົມ ການເມືອງ-ແນວຄິດໃຫ້ຄະນະພັກ, ສະມາຊິກພັກ, ພະນັກງານ ຈັດຕັ້ງປະຕິບັດແນວທາງ, ແຜນນະໂຍບາຍ, ມະຕິ, ຄຳສັ່ງ, ຂໍ້ກຳນົດ, ກົດລະບຽບຂອງພັກ ແລະ ກົດໝາຍຂອງລັດວາງ, ເປັນເສນາທິການໃຫ້ແກ່ຄະນະປະຈຳພັກແຂວງ. ມີພາລະບົດບາດຄຸ້ມຄອງມະຫາພາກ ວຽກງານໄປສະນີ ແລະ ໂທລະຄົມມະນາ
ຢູ່ພາຍໃນແຂວງ ການນໍາພາຂອງໜ່ວຍພັກມີ 04 ຂະແໜງຄື: ຂະແໜງ ບໍລິຫານ, ຈັດຕັ້ງ ແລະ ກວດກາ , ຂະແໜງ ໄປສະນີ ແລະ ການສື່ສານ, ຂະແໜງ ບໍລິຫານລັດດິຈິຕອນ ແລະ ຄວາມປອດໄພໄຊເບີ, ຂະແໜງ ເຕັກໂນໂລຊີ ແລະ ນະວັດຕະກໍາ. ມີຫ້ອງການເຕັກໂນໂລຊີ ແລະ ການສື່ສານເມືອງ 03 ເມືອງຄື: ເມືອງປາກລາຍ, ເມືອງຫົງສາ, ເມືອງໄຊຍະບູລີ, ໜ່ວຍພັກ ພະແນກເຕັກໂນໂລຊີ ແລະ ການສື່ສານ ມີສະມາຊິກພັກທັງໝົດ 25 ສະຫາຍ, ຍິງ 10 ສະຫາຍ ໃນນີ້ຄະນະໜ່ວຍພັກ 3 ສະຫາຍ, ຍິງ 1 ສະຫາຍ
ໃນໄລຍະ 01 ປີຜ່ານມາ ຄະນະພັກໄດ້ເອົາໃຈໃສ່ນໍາພາປະຕິບັດໜ້າທີ່ວິຊາສະເພາະ ນຳພາສ້າງແຜນວຽກປະຈຳອາທິດ, ປະຈຳເດືອນ, 3 ເດືອ, 6 ເດືອນ, ປະຈຳປີ, ແຜນພັດທະນາ 5 ປີ, ແຜນຍຸທະສາດການພັດທະນາ 10 ປີ ແລະ ວິໄສທັດ 20 ປີ; ນຳພາເຄື່ອນໄຫວປະຕິບັດໜ້າທີ່ການເມືອງ ຕາມລະບຽບກົດໝາຍ, ມີການພົວພັນປະສານງານ, ຂັ້ນເທິງ, ຂັ້ນລຸ່ມ, ສາຍຕັ້ງ, ສາຍຂວາງ ທີ່ເປັນລະບົບ ຮັບປະກັນການຄຸ້ມຄອງເສດຖະກິດ-ສັງຄົມ ເເລະ ແກ້ໄຂສິ່ງຫຍໍ້ທໍ້ໃນວຽກງານຂອງຂະແໜງການຕົນ ການຜັນຂະຫຍາຍແນວທາງນະໂຍບາຍຂອງອົງຄະນະພັກແຂວງ ກ່ຽວກັບການຫັນເປັນທັນສະໄໝໃນວຽກງານໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ ໄປຕາມທິດຫັນເປັນດິຈິຕອນຕາມ 3 ເສົາຄໍ້າຄື: ລັດດິຈິຕອນ, ເສດຖະກິດດິຈິຕອນ ແລະ ສັງຄົມດິຈິຕອນ
- ວຽກການຫັນເປັນລັດດິຈິຕອນ ໄດ້ມີຄວາມພະຍາຍາມຊຸກຍູ້ໃຫ້ບັນດາພະແນກການອ້ອມຂ້າງແຂວງ, ເມືອງໃນການອອກ ບັນຊີ (User) ນໍາໃຊ້ໃຫ້ພະນັກງານໃນທົ່ວແຂວງ ເພື່ອກະກຽມຫັນມານໍາໃຊ້ລະບົບ (G-Chat) ມາຮອດປະຈຸບັນໄດ້ທັງໝົດ 3.771 ບັນຊີ; ສ້າງບັນຊີນຳໃຊ້ລະບົບຫ້ອງການທັນສະໄໝ (E-office) ໄດ້ທັງໝົດ 96 ບັນຊີ ເພື່ອການຈໍລະຈອນເອກະສານ, ສ້າງລະບົບການຈັດເກັບ ແລະ ນໍາໃຊ້ເອກະສານຮ່ວມກັນຂອງພາກລັດ (G-Share/G-Drive) ໄດ້ 39 ບັນຊີ, ມີລະບົບກອງປະຊຸມທາງໄກ (Video Conference) ມີ 27 ພະແນກການກົມກອງ ແລະ ສ້າງບັນຊີຜູ້ນຳໃຊ້ (True Conference) ໄດ້ທັງໝົດ 18 ບັນຊີ, ສ້າງລະບົບເວັບໄຊພາກລັດ (G-Web platform) ສໍາເລັດ 05 ເວັບໄຊ.
- ຄະນະພັກໄດ້ຊີ້ນໍາ ຊຸກຍູ້ໃຫ້ບັນດາໜ່ວຍພັກໃນຂົງເຂດໂທລະຄົມ ຂະຫຍາຍສາຍກາບໄຍແກ້ວນໍາແສງ 5,137 ກິໂລແມັດ, ທຽບໃສປີ 2024 ຂະຫຍາຍເພີ້ມຂື້ນ 15.5% ກວມເອົາ 11 ເມືອງ; ເສົາສະຖານີຮັບ-ສົ່ງສັນຍານໂທລະສັບ ມາຮອດປະຈຸບັນມີທັງໝົດ 440 ຕົ້ນ ທຽບໃສປີ 2024 ປະຕິບັດເພີ້ມຂື້ນ 2.09%; ສະຖານີຮັບ-ສົ່ງສັນຍານໂທລະສັບ ( 2G, 3G, 4G ), 5G ມີ 01 ສະຖານີ ລວມທັງໝົດ 917 ສະຖານີ ປະຕິບັດເພີ້ມຂື້ນ 0.11%; ຂະຫຍາຍສັນຍານໂທລະສັບໄປສູ່ບ້ານທີ່ບໍ່ທັນມີສັນຍານໄດ້ 3 ບ້ານປະຈຸບັນ ບ້ານທີ່ມີສັນຍານໂທລະສັບກວມເອົາ 425 ບ້ານ ເທົ່າກັບ 98% ຂອງບ້ານທັງໝົດ; ປະຈຸບັນມີຂະຫຍາຍອິນເຕີເນັດເຂົ້າສູ່ຄົວເຮືອນໄດ້ທັງໝົດ 13,624 ເລກໝາຍ ທຽບໃສ່ປີຜ່ານມາເພີ້ມຂຶ້ນ 39,3% ກວມເອົາ 16% ຂອງຄົວເຮືອນທັງໝົດ;
- ຄະນະພັກໄດ້ມີຄວາມພະຍາຍາມຊຸກຍູ້ໃຫ້ພາກທຸລະກິດ ແລະ ປະຊາຊົນໃນການນໍາໃຊ້ໂປຣແກມ, ສື່ສັງຄົມອອນລາຍ ໃຫ້ຖືກຕ້ອງຕາມລະບຽບການ ເພື່ອບໍ່ໃຫ້ມີການຕ້ານຕໍ່ການນໍາພາຂອງອົງການປົກຄອງແຕ່ລະຂັ້ນພາຍໃນແຂວງ, ຕ້ານການນໍາໃຊ້ເບີໂທລະສັບໄປໃນທາງທີ່ບໍ່ຖືກຕ້ອງ-ສໍ້ໂກງ ໄດ້ສົມທົບກັບ ປກສ ແຂວງ ຕິດຕາມກວດກາເບີໂທລະສັບ ເພື່ອຢັ້ງຢືນການມີຕົວຕົນໄດ້ 14 ເບີ; ກວດຈັບສັນຍານໂທລະສັບ ເພື່ອມ້າງຄະດີໄດ້ 12 ຄັ້ງ; ກວດກາຂໍ້ມູນການໂທເຂົ້າ-ອອກໃນຮູບຄະດີ 13 ຂໍ້ມູນ ຊຶ່ງສາມາດແກ້ໄຂບັນຫາການນໍາໃຊ້ບໍ່ຖືກຕ້ອງໄດ້ໂດຍພື້ນຖານ; ຄະນະພັກໄດ້ຊີ້ນໍາໃຫ້ບັນດາບໍລິສັດໂທລະຄົມມະນາຄົມ ເພີ້ມທະວີໃນການລົງທະບຽນເລກໝາຍໂທລະສັບ ທີ່ເປີດນໍາໃຊ້ທົ່ວແຂວງ ປະຈຸບັນມີທັງໝົດ 282,080 ເລກໝາຍ ທີ່ລົງທະບຽນນໍາໃຊ້ ທຽບໃສ່ປີຜ່ານມາເລກໝາຍເພີ່ມຂຶ້ນ 7,8%.
- ການຄຸ້ມຄອງວຽກງານດ້ານວຽກງານຂົນສົ່ງ ແລະ ໄປສະນີ: ໄດ້ຕິດຕາມກວດກາ ແລະ ຊຸກຍູ້ບໍລິສັດໄປສະນີລາວ ໄດ້ເຄື່ອນໄຫວ ຕິດຕາມ, ກວດກາ ບັນດາບໍລິສັດຜູ້ປະກອບການຈັດສົ່ງ, ແຈກຢາຍ ເຄື່ອງໄປສະນີ ທີ່ເກີດຂື້ນໃໝ່ ແລະ ຕໍ່ໃບຢັ້ງຢືນ ໄດ້ທັງໝົດ 09 ຫົວໜ່ວຍ, ມີ 92 ແຟນຊາຍ ກວມ 11 ເມືອງ, 22 ຕາແສງໃນທົ່ວແຂວງ; ໄປສະນີທົ່ວແຂວງມີ 102 ປ່ອງບໍລິການ ກວມເອົາ 46 ບ້ານ ທຽບໃສ່ປີຜ່ານມາເພີ້ມຂຶ້ນ 23%.
- ການຄຸ້ມຄອງຄື້ນຄວາມຖີ່: ໄດ້ເຄື່ອນໄຫວ ຕິດຕາມ, ກວດກາ ການນຳໃຊ້ຄື້ນຄວາມຖີ່ວິທະຍຸສື່ສານ (ໂຟນີ), ການນຳໃຊ້ຄື້ນຄວາມຖີ່ເຄື່ອງບິນບໍ່ມີຄົນຂັບ (ໂດຼນ), ກວດກາຈຸດເຊື່ອມຕໍ່ສັນຍານຂ້າມແດນຢູ່ເມືອງເຂດຊາຍແດນ, ຄື້ນສັນຍານລົບກວນຕ່າງໆ;
ຜົນການກວດກາຕີລາຄາແບ່ງປະເພດສະມາຊິກພັກ ແລະ ໜ່ວຍພັກ ປະຈຳປີ2025 ມີດັ່ງນີ້: ສະມາຊິພັກ ໄດ້ປະເພດແຂງ 22 ສະຫາຍ, ຍິງ 9 ສະຫາຍ, ບໍ່ແບ່ງ 03 ສະຫາຍ, ຍິງ 01 ສະຫາຍ. ອົງການຈັດມະຫາຊົນ ໄດ້ປະເພດແຂງ, ຕີລາຄາການນໍາພາຂອງໜ່ວຍພັກຕາມ 5 ເນື້ອໃນ: ການນໍາພາດ້ານການເມືອງ ປະຕິບັດໄດ້ 9 ຄະແນນ, ການນໍາພາດ້ານແນວຄິດປະຕິບັດໄດ້ 9 ຄະແນນ, ການນໍາພາດ້ານການຈັດຕັ້ງ ປະຕິບັດໄດ້ 9 ຄະແນນ, ດ້ານແບບແຜນການນໍາພາປະຕິບັດໄດ້ 9 ຄະແນນ, ດ້ານການນໍາພາປະຕິບັດໜ້າທີ່ການເມືອງ ປະຕິບັດໄດ້ 10 ຄະແນນ. ໜ່ວຍພັກໄດ້ປະເພດ ແຂງ (ເປັນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ). ໃນພິທີຄະນະໝ່ວຍພັກ, ຂະແໜງການ, ອົງການຈັດຕັ້ງມະຫາຊົນກໍ່ໄດ້ຂື້ນຈັບມືແຂ່ງຂັນກັນເພື່ອພ້ອມກັນຈັດຕັ້ງປະຕິບັດແຜນການສ້າງໝ່ວຍພັກປອດໃສ, ເຂັ້ມແຂງ, ໝັກແໝ້ນຂອງໝ່ວຍພັກ ປະຈຳປີໃຫ້ບັນລຸຄາດໜາຍທີ່ວາງໄວ້.
ຂ່າວໂດຍ: ໜໍ່ແກ້ວ ທິແກ້ວ
ຕັດຕໍ່-ຮູບພາບໂດຍ: ສຸທິນ ມູນຖິ່ນໄທ



