30/04/2026 ~ 30/04/2026
ກອງປະຊຸມສະຫຼຸບການກໍ່ສ້າງໝ່ວຍພັກປອດໃສ, ເຂັ້ມແຂງ, ໝັກແໝ້ນ ໜ່ວຍພັກບໍລິສັດ ອີທີແອລ ຈຳກັດ ທີ່ຂື້ນກັບຄະນະພັກຮາກຖານພະແນກເຕັກໂນໂລຊີ ແລະ ການສື່ສານແຂວງ ໄດ້ຈັດຂື້ນໃນຕອນແລງຂອງວັນທີ 29 ເມສາ 2026 ທີ່ຫ້ອງປະຊຸມຂອງບໍລິສັດ ອີທີແອລ ຈໍາກັດ ພາຍໃຕ້ການເປັນປະທານຂອງ ສະຫາຍ ຄຳພຸດ ວິລະວົງ ຄະນະພັກຮາກຖານ, ເລຂາໜ່ວຍພັກ, ຜູ້ອໍານວຍການບໍລິສັດ ອີທີແອລ ຈໍາກັດ, ເປັນກຽດເຂົ້າຮ່ວມຂອງສະຫາຍ ນິລັນດອນ ຈິດຕະກອນ ຮອງເລຂາຄະນະພັກຮາກຖານ, ຮອງຫົວໜ້າພະແນກເຕັກໂນໂລຊີ ແລະ ການສື່ສານແຂວງ ມີຄະນະທີມງານຂອງແຂວງ, ບັນດາສະຫາຍຄະນະໜ່ວຍພັກ, ສະມາຊິກພັກທັງໝົດເຂົ້າຮ່ວມ.
ສະຫາຍ ຄຳພຸດ ວິລະວົງຄະນະພັກຮາກຖານ, ເລຂາໜ່ວຍພັກ, ຜູ້ອໍານວຍການບໍລິສັດ ອີທີແອລ ຈໍາກັດ ໄດ້ຂື້ນຜ່ານບົດສະຫຼຸບການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈໍາປີ 2025 ແລະ ທິດທາງແຜນການ ປະຈໍາປີ 2026 ໜ່ວຍພັກບໍລິສັດ ອີທີແອລ ຈຳກັດ ທີ່ສັງກັດໃນໂຄງປະກອບການຈັດຕັ້ງພັກ, ພາຍໃຕ້ການນໍາພາ-ຊີ້ນໍາໂດຍກົງຂອງຄະນະພັກຮາກຖານພະແນກເຕັກໂນໂລຊີ ແລະ ການສື່ສານແຂວງ, ມີໜ້າທີ່ສຶກສາອົບຮົມການເມືອງ-ແນວຄິດໃຫ້ຄະນະພັກ, ສະມາຊິກພັກ, ພະນັກງານ ຈັດຕັ້ງປະຕິບັດແນວທາງ, ແຜນນະໂຍບາຍ, ມະຕິ, ຄຳສັ່ງ, ຂໍ້ກຳນົດ, ກົດລະບຽບຂອງພັກ ແລະ ກົດໝາຍຂອງລັດວາງອອກ. ບໍລິສັດ ອີທີແອລ ຈຳກັດ ສາຂາແຂວງໄຊຍະບູລີ ເປັນເສນາທິການໃຫ້ແກ່ຄະນະປະຈຳພັກແຂວງ ໂດຍຜ່ານການຄຸ້ມຄອງມະຫາພາກຈາກພະແນກ ຕສ ແຂວງ ແລະ ເປັນເສນາທິການໂດຍກົງໃຫ້ແກ່ ບໍລິສັດ ອີທີແອລ ຈຳກັດ ສູນກາງ, ມີຄະນະໜ່ວຍພັກ 3 ສະຫາຍ, ການນໍາພາຂອງໜ່ວຍພັກກວມເອົາ 3 ພາກສ່ວນຄື: ພາກສ່ວນບໍລິຫານ, ພາກສ່ວນເຕັກນິກ ແລະ ພາກສ່ວນການຕະຫຼາດ, ການນໍາພາ-ຄຸ້ມຄອງດ້ານວິຊາສະເພາະກວມເອົາ 2 ສູນບໍລິການປະຈຳເມືອງຄື: ສູນບໍລິການເມືອງປາກລາຍ ແລະ ສູນບໍລິການປະຈຳເມືອງຫົງສາ. ບໍລິສັດ ອີທີແອລ ຈຳກັດ ສາຂາແຂວງ ມີພະນັກງານທັງໝົດ 18 ຄົນ, ຍິງ 10 ຄົນ ໃນນີ້: ມີສະມາຊິກພັກ 9 ສະຫາຍ, ຍິງ 4 ສະຫາຍ ອົງການຈັດຕັ້ງມະຫາຊົນ: ຊາວໜຸ່ມ, ແມ່ຍິງ ແລະ ກໍາມະບານ; ໃນໄລຍະ 1 ປີຜ່ານມາ ຄະນະໜ່ວຍພັກກໍ່ໄດ້ເອົາໃຈໃສ່ນໍາພາ-ຊີ້ນໍາ ການຈັດຕັ້ງປະຕິບັດວຽກງານ ວິຊາສະເພາະທີ່ຢູ່ໃນຂອບເຂດຄວາມຮັບຜິດຊອບຂອງຕົນ ດ້ວຍຄວາມຮັບຜິດຊອບສູງ ແລະ ມີຜົນສໍາເລັດຫຼາຍດ້ານເຊັ່ນ: ມີສະຖານີ 2G ມີ: 95 ສະຖານີ, ສັນຍານກວມ 159 ບ້ານ ເທົ່າກັບ 36.97%, ສະຖານີ 3G ມີ: 14 ສະຖານີ, ສັນຍານກວມ 19 ບ້ານ ເທົ່າກັບ 4.41%, ສະຖານີ 4G ມີ: 96 ສະຖານີ, ສັນຍານກວມ 142 ບ້ານເທົ່າກັບ 33.02%, ຂື້ນທະບຽນເລກໝາຍໂທລະສັບມືຖືທັງໝົດ 4,531 ເລກໝາຍ ໃນຈໍານວນເລກໝາຍທັງໝົດທົ່ວແຂວງ 6,000 ເລກໝາຍ ກວມເອົາ 75.51%, ໄດ້ເຄື່ອນໄຫວລົງໂຄສະນາປະຊາສຳພັນ ຂາຍຜະລິດຕະພັນ ອີທີແອລໃໝ່ໆ ພ້ອມນຳເອົາເຕັກນິກອັນໃໝ່ ແລະ ໂປຼໂມຊັນດີໆລົງໄປສູ່ລູກຄ້າ ຕາມສຳນັກງານຫ້ອງການ,ໂຮງຮຽນ, ເຂດຊຸມຊົນ ແລະ ເຂດຫ່າງໄກສອຫລີກ ຂອງແຂວງຢ່າງທົ່ວເຖິງ, ສ້າງກິດຈະກຳເປີດບູດຈຳໜ່າຍສິນຄ້າໃນງານບຸນສຳຄັນຕ່າງໆສ້າງລາຍຮັບໄດ້ 18.724 ລ້ານກວ່າກີບ ທຽບໃສ່ແຜນປີ 99%, ມອບອາກອນໃຫ້ລັດໄດ້ 1.702ລ້ານກວ່າກີບ, ທຽບໃສ່ແຜນປີໄດ້ 88% ແລະ ກໍາໄລສຸດທິໄດ້ທັງໝົດ 4.448 ລ້ານກວ່າກີບ, ໄດ້ອຸປະຖຳສັງຄົມລວມທັງໝົດ= 120.740.000 ກີບ.
ຜົນການກວດກາຕີລາຄາແບ່ງປະເພດສະມາຊິກພັກ ແລະ ໜ່ວຍພັກ ປະຈຳປີ2025ມີດັ່ງນີ: ສະມາຊິພັກ ໄດ້ປະເພດແຂງ 9 ສະຫາຍ, ຍິງ 4 ສະຫາຍ, ພາກສ່ວນ ໄດ້ປະເພດ ແຂງ, ອົງການຈັດມະຫາຊົນ ໄດ້ປະເພດແຂວງ ຕີລາຄາການນໍາພາຂອງໜ່ວຍພັກຕາມ 5 ເນື້ອໃນ: ການນໍາພາດ້ານການເມືອງ ປະຕິບັດໄດ້ 9 ຄະແນນ, ການນໍາພາດ້ານແນວຄິດປະຕິບັດໄດ້ 9 ຄະແນນ, ການນໍາພາດ້ານການຈັດຕັ້ງ ປະຕິບັດໄດ້ 9 ຄະແນນ, ດ້ານແບບແຜນການນໍາພາປະຕິບັດໄດ້ 9 ຄະແນນ, ດ້ານການນໍາພາປະຕິບັດໜ້າທີ່ການເມືອງ ປະຕິບັດໄດ້ 9 ຄະແນນ. ໜ່ວຍພັກ ໄດ້ປະເພດ ແຂງ (ເປັນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ). ໃນພິທີຄະນະໝ່ວຍພັກ, ອົງການຈັດຕັ້ງມະຫາຊົນກໍ່ໄດ້ຂື້ນຈັບມືແຂ່ງຂັນກັນເພື່ອພ້ອມກັນຈັດຕັ້ງປະຕິບັດແຜນການສ້າງໝ່ວຍພັກປອດໃສ, ເຂັ້ມແຂງ, ໝັກແໝ້ນຂອງໝ່ວຍພັກ ປະຈຳປີໃຫ້ບັນລຸຄາດໜາຍທີ່ວາງໄວ້.
ຂ່າວໂດຍ: ສົມບັດ ສີສະຫວາດ
ຕັດຕໍ່-ຮູບພາບໂດຍ: ສຸທິນ ມູນຖິ່ນໄທ



