30/04/2026 ~ 30/04/2026
ໃນວັນທີ 27 ເມສາ 2026, ທີ່ຫ້ອງປະຊຸມພະແນກການເງີນແຂວງໄຊຍະບູລີ ຄະນະພັກຮາກຖານ ພະແນກເຕັກໂນໂລຊີ ແລະ ການສື່ສານ ໄດ້ເປີດກອງປະຊຸມນໍາພາດໍາເນີນຊີວິດການເມືອງ ປະຈຳປີ 2025 ແລະ ວາງທິດທາງແຜນການປີ 2026 ຂຶ້ນຢ່າງເປັນທາງການ ໂດຍໃຫ້ກຽດເປັນປະທານຂອງສະຫາຍ ບຸດສະກອນ ອິນທະລັງສີ ຄະນະປະຈຳພັກແຂວງ, ຮອງປະທານຄະນະກຳປະການປົກຄອງແຂວງ, ມີຄະນະພັກຮາກຖານ, ຄະນະໜ່ວຍພັກ, ຄະນະທີມງານຂອງແຂວງ ແລະ ສະມາຊິກພັກ ຈາກ 04 ໜ່ວຍພັກ ທີ່ຂື້ນກັບຄະນະພັກຮາກຖານ ພະແນກ ເຕັກໂນໂລຊີ ແລະ ການສື່ສານ ເຂົ້າຮ່ວມທັງໝົດ 66 ສະຫາຍ, ຍິງ 29 ສະຫາຍ

ກອງປະຊຸມຄັ້ງນີ້ ສະຫາຍ ສອນສະຫວັນ ຈັນທະວົງ ເລຂາຄະນະພັກຮາກຖານ ຫົວໜ້າພະແນກເຕັກໂນໂລຊີ ແລະ ການສື່ສານໄດ້ຂື້ນຜ່ານບົດລາຍງານສະພາບໂດຍຫຍໍ້ກ່ຽວກັບການນໍາພາຂອງຄະນະພັກຮາກຖານ ພະແນກ ເຕັກໂນໂລຊີ ແລະ ການສື່ສານແຂວງ ໃນໄລຍະ 1 ປີຜ່ານມາ: ຄະນະພັກຮາກຖານ ພະແນກ ເຕັກໂນໂລຊີ ແລະ ການສື່ສານ ປະກອບມີ 4 ໜ່ວຍພັກ ຄື: ໜ່ວຍພັກພະແນກເຕັກໂນໂລຊີ ແລະການສື່ສານແຂວງ, ໜ່ວຍພັກບໍລິສັດ ໄປສະນີລາວ, ໜ່ວຍພັກບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ, ໜ່ວຍພັກ ບໍລິສັດ ອີທີແອລ ຈໍາກັດ, ມີພະນັກງານທັງໝົດ 95 ສະຫາຍ, ສະມາຊິກພັກທັງໝົດ 65 ສະຫາຍ, ຍິງ 29 ສະຫາຍ, ສະມາຊິກພັກສໍາຮອງ 6 ສະຫາຍ, ຍິງ 3 ສະຫາຍ, ມີ 3 ອົງການຈັດຕັ້ງມະຫາຊົນຄື : ອົງການຈັດຕັ້ງກຳມະບານ ມີສະມາຊິກ 98 ສະຫາຍ, ຍິງ 45 ສະຫາຍ, ອົງການຈັດຕັ້ງຊາວໜຸ່ມ ມີສະມາຊິກ 38 ສະຫາຍ, ຍິງ 20 ສະຫາຍ, ອົງການຈັດຕັ້ງແມ່ຍິງ ປະກອບມີສະມາຊິກ 45 ສະຫາຍ; ຄາດຄະເນປະເພດໜ່ວຍພັກ 4 ໜ່ວຍ ໃນການກວດກາປະເມີນໜ່ວຍພັກປອດໃສເຂັ້ມແຂງ ໜັກແໜ້ນ ປະຈໍາປີ 2025 ໄດ້ດັ່ງນີ້: ສະມາຊິກພັກ ໄດ້ປະເພດແຂງ 65 ສະຫາຍ, ຍິງ 29 ສະຫາຍ, ຂະແໜງການ ໄດ້ປະເພດແຂງ, ອົງການຈັດຕັ້ງມະຫາຊົນ ໄດ້ປະເພດແຂງ, ໜ່ວຍພັກ 04 ໜ່ວຍພັກ ເປັນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ, ການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ ໄດ້ບໍ່ຫລຸດ 96%.


ໃນກອງປະຊຸມ ສະຫາຍ ບຸດສະກອນ ອິນທະລັງສີ ຄະນະະຈຳພັກແຂວງ, ຮອງປະທານຄະນະກຳມະການປົກຄອງແຂວງ ໄດ້ມີຄຳເຫັນຊີ້ນຳກ່ອນການທາບທາມຄຳເຫັນສົ່ງຂ່າວຕໍ່ການນຳພາລວມ ຂອງ ຄະນະພັກຮາກຖານ, ຄະນະໜ່ວຍພັກ ແລະ ສະມາຊິກພັກຜູ້ທີ່ມີຕຳແໜ່ງບໍລິຫານ. ກອງປະຊຸມໄດ້ສືບຕໍ່ດຳເນີນຊີວິດການເມືອງຂອງຄະນະພັກຮາກຖານ ຈຳນວນ 5 ສະຫາຍຄື : ສະຫາຍ ສອນສະຫວັນ ຈັນທະວົງ ເລຂາຄະນະພັກຮາກຖານ, ຫົວໜ້າພະແນກ ເຕັກໂນໂລຊີ ແລະ ການສື່ສານ ແຂວງ, ສະຫາຍ ນິລັນດອນ ຈິດຕະກອນ ຮອງເລຂາຄະນະພັກຮາກຖານ ຮອງຫົວໜ້າພະແນກ, ສະຫາຍ ຄໍາບູ່ ທອງວັນນາ ຄະນະພັກຮາກຖານ ຮອງຫົວໜ້າພະແນກ, ສະຫາຍ ຄໍາພຸດ ວິລະວົງ ຄະນະພັກຮາກຖານ ອຳນວຍບໍລິສັດ ອີທີແອລ ຈຳກັດ, ສະຫາຍ ບົວວັນ ແກ້ວສະຫວ່າງ ຄະນະພັກຮາກຖານ ຮອງອຳນວຍການບໍລິສັດໄປສະນີ ເຊິ່ງທັງ 5 ສະຫາຍ ໄດ້ຂື້ນຜ່ານໃບສໍາຫຼວດ, ຂໍ້ແຂ່ງຂັນຮັກຊາດ ແລະ ພັດທະນາ ນອກຈາກນັ້ນບັນດາສະມາຊິກພັກທັງໜົດ ກໍ່ໄດ້ປະກອບຄໍາຄິດເຫັນຕໍ່ກັບການນໍາພາ-ຊີ້ນໍາຂອງສະຫາຍຄະນະພັກຮາກຖານ ຢ່າງກົງໄປກົງມາເພື່ອກໍ່ສ້າງໃຫ້ມີຄວາມເຂັ້ມແຂງ, ປອດໃສ ແລະ ໜັກແໜ້ນ ຂື້ນເລື່ອຍໆ, ກອງປະຊຸມດຳເນີນ ເປັນເວລາ 1 ວັນ ຢ່າງເປັນຂະບວນການຟົດຟື້ນ.
ຂຽນຂ່າວໂດຍ : ໜໍ່ແກ້ວ ທິແກ້ວ
ຖ່າຍພາບ-ຕັດຕໍ່ຮູບພາບ: ສຸທິນ ມູນຖີ່ນໄທ, ນ.ສຸນິດາ ສົມສີ

