ໄລຍະ 01 ປີຜ່ານມາ ຂະແໜງການເຕັກໂນໂລຊີ ແລະ ການສື່ສານ ແຂວງໄຊຍະບູລີ ໄດ້ມີຄວາມພະຍາຍາມຂັບເຄື່ອນການຫັນເປັນທັນສະໄໝ ຕາມ 03 ເສົາຄ້ຳຢ່າງແຂງແຮງ.

22/04/2026 ~ 22/04/2026

ໄລຍະ 01 ປີຜ່ານມາ ຂະແໜງການເຕັກໂນໂລຊີ ແລະ ການສື່ສານ ແຂວງໄຊຍະບູລີ  ໄດ້ມີຄວາມພະຍາຍາມຂັບເຄື່ອນການຫັນເປັນທັນສະໄໝ ຕາມ 03 ເສົາຄ້ຳຢ່າງແຂງແຮງ.

ເນື່ອງໃນໂອກາດສົ່ງທ້າຍປີເກົ່າ, ຕ້ອນຮັບປີໃໝ່ລາວປີ ພສ 2569 ຄະນະອຳນວຍການ ຂອງບັນດາບໍລິສັດໄປສະນີ ແລະ ບໍລິສັດໂທລະຄົມມະນາຄົມ ພາຍໃນແຂວງໄຊຍະບູລີ ເຂົ້າມາອວຍພອນຄະນະພັກ, ຄະນະນຳ ຂອງພະແນກເຕັກໂນໂລຊີ ແລະ ການສື່ສານແຂວງ, ໂດຍໃຫ້ກຽດກ່າວຕ້ອນຮັບໂດຍ ທ່ານ ສອນສະຫວັນ ຈັນທະວົງ ເລຂາຄະນະພັກຮາກຖານ ຫົວໜ້າພະແນກ ເຊີ່ງທ່ານໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານອັນພົ້ນເດັ່ນໃນໄລຍະ 01 ປີຜ່ານມາໂດຍຫຍໍ້ ກ່ຽວກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງການເຕັກໂນໂລຊີ ແລະ ການສື່ສານ (ຕສ) ທີ່ມີຄວາມພະຍາຍາມ ສູ້ຊົນຢ່າງສູງໃນການຂັບເຄື່ອນວຽກງານ ຕສ ຕາມແນວທາງຂອງພັກ-ລັດຖະບານ ແລະ ຕາມສາມເສົາຄ້ຳການຫັນເປັນດິຈິຕອນຄື: ລັດດິຈິຕອນ, ເສດຖະກິດດິຈິຕອນ, ສັງຄົມດິຈິຕອນ;

ສໍາລັບເສົາຄໍ້າທີ 1: ການຫັນເປັນ ລັດດິຈິຕອນ ພະແນກໄດ້ມີຄວາມພະຍາຍາມຊຸກຍູ້ໃຫ້ບັນດາພະແນກການອ້ອມຂ້າງແຂວງ, ເມືອງໃນການອອກ ບັນຊີນໍາໃຊ້ໃຫ້ພະນັກງານໃນທົ່ວແຂວງ ເພື່ອກະກຽມຫັນມານໍາໃຊ້ລະບົບ (G-Chat) ໄດ້ທັງໝົດ 3.771 ຄົນ ກວມເອົາ 41% ຂອງພະນັກງານທັງໝົດໃນທົ່ວແຂວງ;  ສ້າງລະບົບບັນຊີຫ້ອງການທັນສະໄໝ (E-office) ໄດ້ທັງໝົດ 96 ບັນຊີ ເພື່ອຫັນເປັນລະບົບລາຍເຊັນ ເອເລັກໂຕນິກໃນການສັ່ງຈ່າຍງົບປະມານການເງິນ ແລະການຈໍລະຈອນເອກະສານ, ສ້າງລະບົບການຈັດເກັບ ແລະ ນໍາໃຊ້ເອກະສານຮ່ວມກັນຂອງພາກລັດ (G-Share/G-Drive) ໄດ້ 39 ບັນຊີ, ປະຈຸບັນທົ່ວແຂວງ ມີລະບົບກອງປະຊຸມທາງໄກ (Video Conference) ມີ 27 ພະແນກການກົມກອງ ແລະ ສ້າງບັນຊີຜູ້ນຳໃຊ້ (True Conference) ໄດ້ທັງໝົດ 18 ບັນຊີ, ສ້າງລະບົບເວັບໄຊພາກລັດ (G-Web platform) ສໍາເລັດ 05 ເວັບໄຊ; ພະແນກການທີ່ພົ້ນເດັ່ນໃນການຫັນເປັນລັດດິຈິຕອນປະຈຸບັນມີພະແນການເງິນແຂວງ ທີ່ພວມຫັນການຈັດເກັບລາຍຮັບ-ຄຸ້ມຄອງລາຍຈ່າຍສູ່ຄວາມທັນສະໄໝ, ນໍາໃຊ້ໂປຣແກມພາກລັດໃນການລົງລາຍເຊັນເອເລັກໂຕຣນິກ; ຂົງເຂດ ປກສ ໄດ້ມີຄວາມພະຍາຍາມ ອອກບັດປະຈໍາຕົວ ແລະປື້ມສໍາມະໂນຄົວໄປສູ່ດິຈິຕອນ ນອກຈາກນັ້ນຍັງມີຂະແໜງການອື່ນໆ ຕື່ມອີກຈໍານວນໜຶ່ງ;

ເສົາຄໍ້າທີ 2: ການຫັນເປັນເສດຖະກິດດິຈິຕອນ ກ່ອນອື່ນໝົດຂະແໜງເຕັກໂນໂລຊີ ແລະການສື່ສານແຂວງ ໄດ້ມີຄວາມພະຍາຍາມໃນການຊຸກຍູ້ໃຫ້ມີການລົງທະບຽນນໍາໃຊ້ໂທລະສັບທີ່ເປີດນໍາໃຊ້ທັງໝົດ 282,080 ເລກໝາຍ ທຽບໃສ່ປີຜ່ານມາເພີ່ມຂຶ້ນ 7,8%; ຊຸກຍູ້ການຂະຫຍາຍສັນຍານໂທລະສັບໄປສູ່ບ້ານທີ່ບໍ່ທັນມີສັນຍານໄດ້ 3 ບ້ານປະຈຸບັນ ບ້ານທີ່ມີສັນຍານໂທລະສັບກວມເອົາ 425 ບ້ານ ເທົ່າກັບ 98% ຂອງບ້ານທັງໝົດ; ຂະຫຍາຍອິນເຕີເນັດເຂົ້າສູ່ຄົວເຮືອນໄດ້ທັງໝົດ 13,624 ເລກໝາຍ ທຽບໃສ່ປີຜ່ານມາເພີ້ມຂຶ້ນ 39,3% ກວມເອົາ 16% ຂອງຄົວເຮືອນທັງໝົດ; ດ້ານວຽກງານຂົນສົ່ງໄປສະນີ ທົ່ວແຂວງມີ 102 ປ່ອງບໍລິການ ກວມເອົາ 46 ບ້ານ ທຽບໃສ່ປີຜ່ານມາເພີ້ມຂຶ້ນ 23%; ການບໍລິການດ້ານໂທລະຄົມມະນາຄົມສາມາດສ້າງລາຍຮັບໄດ້ທັງໝົດ 189,319 ລ້ານກວ່າກີບກວມເອົາ 2% ຂອງ GDP ຂອງແຂວງ ທຽບໃສ່ປີຜ່ານມາເພີ້ມຂຶ້ນ 6,78%;

ສ່ວນການຫັນເປັນເສົາຄໍ້າທີ 3: ສັງຄົມດິຈິຕອນ ພະແນກໄດ້ມີຄວາມພະຍາຍາມຊຸກຍູ້ໃຫ້ພາກທຸລະກິດ ແລະປະຊາຊົນໃນການນໍາໃຊ້ໂປຣແກມ, ສື່ສັງຄົມອອນລາຍ ໃຫ້ຖືກຕ້ອງຕາມລະບຽບການ ເພື່ອບໍ່ໃຫ້ມີການຕ້ານຕໍ່ການນໍາພາຂອງອົງການປົກຄອງແຕ່ລະຂັ້ນພາຍໃນແຂວງ, ຕ້ານການນໍາໃຊ້ເບີໂທລະສັບໄປໃນທາງທີ່ບໍ່ຖືກຕ້ອງ-ສໍ້ໂກງ ຊຶ່ງໃນ ໜຶ່ງປີຜ່ານມາໄດ້ສົມທົບກັບ ປກສ ແຂວງ ຕິດຕາມກວດກາເບີໂທລະສັບ ເພື່ອຢັ້ງຢືນການມີຕົວຕົນໄດ້ 14 ເບີ; ກວດຈັບສັນຍານໂທລະສັບເພື່ອມ້າງຄະດີໄດ້ 12 ຄັ້ງ; ກວດກາຂໍ້ມູນການໂທເຂົ້າ-ອອກໃນຮູບຄະດີ 13 ຂໍ້ມູນ ຊຶ່ງສາມາດແກ້ໄຂບັນຫາການນໍາໃຊ້ບໍ່ຖືກຕ້ອງໄດ້ໂດຍພື້ນຖານ; ສິ່ງທີ່ພົ້ນເດັ່ນ ເພື່ອໃຫ້ປະຊາຊົນເຂົ້າເຖິງການສ່ອງແສງການຕ້ານການຫລອກລ່ວງສູນກາງໄດ້ເປີດນຳໃຊ້ສູນຕ້ານການຫຼອກລວງທາງອອນລາຍ AOC 1533 ເພື່ອໃຫ້ພໍ່ແມ່ປະຊາຊົນໂທໄປສອບຖາມຂໍ້ມູນດ້ານໂທລະຄົມມະນາຄົມ ແລະການນໍາໃຊ້ສື່ສັງຄົມອອນລາຍໄປຕາມແນວທາງທີ່ຖືກຕ້ອງ.

ໃນຕອນທ້າຍ ທ່ານ ສອນສະຫວັນ ຈັນທະວົງ ເລຂາຄະນະພັກຮາກຖານ ຫົວໜ້າພະແນກ ຕສ ແຂວງ ກໍ່ໄດ້ອວຍພອນໄຊອັນປະເສີດ ມາຍັງບັນດາຄະນະພັກ, ຄະນະນຳ ຂອງບັນດາບໍລິສັດໄປສະນີ ແລະ ໂທລະຄົມມະນາຄົມພາຍໃນແຂວງ ຕະຫຼອດຮອດພະນັກງານລັດຖະກອນທັງໝົດ ຂົງເຂດເຕັກໂນໂລຊີ ແລະ ການສື່ສານ ຈົ່ງພ້ອມພຽງກັນນຳເອົາແຜນພັດທະນາວຽກງານ ເຕັກໂນໂລຊີ ແລະ ການສື່ສານ ແຂວງໄຊຍະບູລີ 5 ປີ (2026​-2030) ເຊີ່ງປະກອບມີ 07 ໜ້າທີ່ຫຼັກ  ແລະ 03 ເປົ້າໝາຍການພັດທະນາ ແລະ 07 ແຜນງານຈຸດສຸມ ນຳໄປຈັດຕັ້ງຜັນຂະຫຍາຍຢູ່ແຕ່ລະຂົງເຂດ ໃຫ້ບັນລຸຕາມຈຸດປະສົງ ແລະ ລະດັບຄາດໝາຍ ໃນຕໍ່ໜ້າຢ່າງມີປະສິດທິຜົນ ແລະອວຍພອນໃຫ້ອ້າຍເອື້ອຍນ້ອງໃນຂົງເຂດໂທລະຄົມມະນາຄົມ ແລະການສື່ສານໃນທົ່ວແຂວງ ມີແຕ່ຄວາມຜາສຸກ, ຄວາມຈະເລີນ.

ພາບ-ຂ່າວໂດຍ: ພະແນກ ຕສ ແຂວງໄຊຍະບູລີ.

 

ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາ ວຽກງານເຕັກໂນໂລຊີ ແລະ ການສື່ສານ ແຂວງໄຊຍະບູລີ
ສະຖິຕິຂະແໜງ ເຕັກໂນໂລຊີ ແລະ ການສື່ສານ
ວີດີໂອແນະນໍາ ການຂຶ້ນທະບຽນເລກໝາຍໂທລະສັບ