ຫົວຂໍ້ຂ່າວ: 3 ແຂວງພາກເໜືອ ຮ່ວມກັນປຶກສາຫາລື ສ້າງຄວາມເປັນເອກະພາບ ເພື່ອກະກຽມແລກປ່ຽນບົດຮຽນວຽກງານເຕັກໂນໂລຊີ ກັບ ແຂວງເຊິນລາ ສສ ຫວຽດນາມ

30/03/2026 ~ 30/03/2026

ຫົວຂໍ້ຂ່າວ: 3 ແຂວງພາກເໜືອ ຮ່ວມກັນປຶກສາຫາລື ສ້າງຄວາມເປັນເອກະພາບ ເພື່ອກະກຽມແລກປ່ຽນບົດຮຽນວຽກງານເຕັກໂນໂລຊີ ກັບ ແຂວງເຊິນລາ ສສ ຫວຽດນາມ

ໃນຕອນເຊົ້າຂອງວັນທີ 27 ມີນາ 2026, ພະແນກເຕັກໂນໂລຊີ ແລະ ການສື່ສານ ແຂວງໄຊຍະບູລີ, ແຂວງຫຼວງພະບາງ ແລະ ແຂວງອຸດົມໄຊ ໄດ້ຮ່ວມກັນຈັດກອງປະຊຸມປຶກສາຫາລື ແລະ ສ້າງຄວາມເປັນເອກະພາບຮ່ວມກັນ ຜ່ານລະບົບກອງປະຊຸມທາງໄກ  (Video Conference) ເພື່ອກະກຽມຄວາມພ້ອມດ້ານຕ່າງໆ ໄປພົບປະແລກປ່ຽນບົດຮຽນ ຢູ່ແຂວງເຊີນລາ ສສ ຫວຽດນາມ, ກອງປະຊຸມຄັ້ງນີ້ ໃຫ້ກຽດເປັນປະທານໂດຍ ທ່ານ ສອນສະຫວັນ ຈັນທະວົງ ຫົວໜ້າພະແນກເຕັກໂນໂລຊີ ແລະ ການສື່ສານ ແຂວງໄຊຍະບູລີ, ມີຄະນະພະແນກ, ຫົວໜ້າຂະແໜງ ແລະ ຮອງຫົວໜ້າຂະແໜງ ຈາກທັງ 03 ແຂວງເຂົ້າຮ່ວມຢ່າງພ້ອມພຽງ.

          ໃນກອງປະຊຸມ, ທ່ານ ສອນສະຫວັນ ຈັນທະວົງ ໄດ້ສະເໜີຈຸດປະສົງ ແລະ ກ່າວເປີດກອງປະຊຸມ ພ້ອມທັງຍົກໃຫ້ເຫັນຈຸດປະສົງສຳຄັນ ຄືການສ້າງຄວາມເປັນເອກະພາບ ແລະ ກະກຽມຄວາມພ້ອມຮອບດ້ານ ໃນການຈະເດີນທາງໄປພົບປະແລກປ່ຽນບົດຮຽນ ກ່ຽວກັບວຽກງານເຕັກໂນໂລຊີ, ການສື່ສານ, ວິທະຍາສາດ ແລະ ນະວັດຕະກຳ ຮ່ວມກັບ ພະແນກວິທະຍາສາດ ແລະ ເຕັກໂນໂລຊີ ແຂວງເຊິນລາ, ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ໃນທ້າຍເດືອນເມສາ 2026 ທີ່ຈະມາເຖິງນີ້.

          ບັນດາຜູ້ເຂົ້າຮ່ວມ ໄດ້ຮ່ວມກັນປະກອບຄຳຄິດຄຳເຫັນຢ່າງເປີດກວ້າງ ແລະ ກົງໄປກົງມາ ເພື່ອວາງແນວທາງການຮ່ວມມືໃຫ້ມີປະສິດທິຜົນສູງສຸດ. ໃນຕອນທ້າຍ ປະທານກອງປະຊຸມ ໄດ້ມີຄຳເຫັນຊີ້ນຳ ແລະ ສະຫຼຸບສັງລວມເນື້ອໃນໃຫ້ເປັນເອກະພາບກັນທັງ 03 ແຂວງ ເພື່ອເຮັດໃຫ້ການພົບປະແລກປ່ຽນບົດຮຽນກັບເພື່ອນມິດຫວຽດນາມ ໃຫ້ບັນລຸຕາມຈຸດປະສົງ ແລະ ລະດັບຄາດໝາຍທີ່ວາງໄວ້.

 

ວາລະສານ ດ້ານໄອຊີທີ
ສະຖິຕິຂະແໜງ ເຕັກໂນໂລຊີ ແລະ ການສື່ສານ
ວີດີໂອແນະນໍາ ການຂຶ້ນທະບຽນເລກໝາຍໂທລະສັບ