ພະແນກເຕັກໂນໂລຊີ ແລະ ການສື່ສານ ແຂວງໄຊຍະບູລີ ເຂົ້າຮ່ວມກອງປະຊຸມເປີດກວ້າງລະດົມຄວາມຄິດຕໍ່ຮ່າງດຳລັດ 02 ສະບັບ ຜ່ານລະບົບກອງປະຊຸມທາງໄກ

24/03/2026 ~ 24/03/2026

ພະແນກເຕັກໂນໂລຊີ ແລະ ການສື່ສານ ແຂວງໄຊຍະບູລີ ເຂົ້າຮ່ວມກອງປະຊຸມເປີດກວ້າງລະດົມຄວາມຄິດຕໍ່ຮ່າງດຳລັດ 02 ສະບັບ ຜ່ານລະບົບກອງປະຊຸມທາງໄກ

ໃນຕອນເຊົ້າວັນທີ 19 ມີນາ 2026 ພະແນກ ເຕັກໂນໂລຊີ ແລະ ການສື່ສານ ແຂວງໄຊຍະບູລີ ໄດ້ເຂົ້າຮ່ວມກອງປະຊຸມເປີດກ້ວາງລະດົມຄວາມຄິດຕໍ່ຮ່າງດຳລັດ 02 ສະບັບ ຂອງສູນບໍຫານລັດດິຈິຕອນ ຜ່ານລະບົບກອງປະຊຸມທາງໄກ ພາຍໃຕ້ການເປັນປະທານຂອງທ່ານ ແກ້ວວິສຸກ ໂສລະພົມ ຮອງລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ, ມີບັນດາກະຊວງ/ອົງການທຽບເທົ່າອ້ອມຂ້າງ, ພະແນກເຕັກໂນໂລຊີ ແລະ ການສື່ສານ ແຂວງອ້ອມຂ້າງ, ບັນດາບໍລິສັດ ແລະ ບັນດາພະແນກ ເຕັກໂນໂລຊີ ແລະ ການສື່ສານທົ່ວປະເທດເຂົ້າຮ່ວມ.

ພາຍໃນກອງປະຊຸມ ທ່ານ ປອ ທະວີສັກ ມະໂນທັມ ຫົວໜ້າສູນບໍລິຫານດິຈິຕອນ ໄດ້ນຳສະເໜີພາບລວມການພັດທະນາລັດຖະບານດິຈິຕອນ ແລະ ແຜນການຕໍ່ໜ້າໃນຂົງເຂດນະໂຍບາຍ ແລະ ນິຕິກຳ ທີ່ສົ່ງເສີມການຫັນເປັນລັດຖະບານດິຈິຕອນ, ຮ່າງເນື້ອໃນດຳລັດວ່າດ້ວຍຍການເຊື່ອມຕໍ່ບັນດາອົງການຈັດຕັ້ງພາກລັດ ແລະ ຮ່າງເນື້ອໃນດຳລັດວ່າດ້ວຍຂໍ້ມູນຂ່າວສານດິຈິຕອນຂອງພາກລັດ ຜ່ານການນຳສະເໜີເນື້ອໃນຜູ້ແທນກອງປະຊຸມ ໄດ້ມີການປະກອບຄໍາເຫັນ ແລະ ສະເໜີປັບປຸງເນື້ອໃນ ຈາກບັນດາກະຊວງ/ອົງການທຽບເທົ່າອ້ອມຂ້າງ, ພະແນກເຕັກໂນໂລຊີ ແລະ ການສື່ສານແຂວງທົ່ວປະເທດ, ບັນດາບໍລິສັດ ແລະ ຄະນະຮັບຜິດຊອບ ຢ່າງກົງໄປກົງມາ ໃນຕອນທ້າຍກອງປະຊຸມກອງເລຂາຄະນະຮັບຜິດຊອບໄດ້ຂື້ນສັງລວມ ແລະ ຜ່ານເນື້ອໃນທີ່ໄດ້ປັບປຸງທັງ 02 ສະບັບຈາກການປະກອບຄໍາຄິດເຫັນຂອງຜູ້ເຂົ້າຮ່ວມກອງປະຊຸມ.

,,,,,,,,,,,,,,,,,,,,,,,,,,,,,,,,,,,,,,,,,,,,,,,,,,,,,,,

ຂ່າວ ແລະ ພາບໂດຍ: ສຸທິນ ມຸນຖິ່ນໄທ

 

ວາລະສານ ດ້ານໄອຊີທີ
ສະຖິຕິຂະແໜງ ເຕັກໂນໂລຊີ ແລະ ການສື່ສານ
ວີດີໂອແນະນໍາ ການຂຶ້ນທະບຽນເລກໝາຍໂທລະສັບ