24/03/2026 ~ 24/03/2026
ໃນຕອນເຊົ້າວັນທີ 18 ມີນາ 2026 ພະແນກເຕັກໂນໂລຊີ ແລະ ການສື່ສານແຂວງ ເປີດກອງປະຊຸມປຶກສາຫາລື ການແກ້ໄຂພະລັງງານ (ນໍ້າມັນ) ສະໜອງໃຫ້ແກ່ລະບົບໄປສະນີ ແລະ ໂທລະຄົມມະນາຄົມ ຂື້ນຢູ່ທີ່ຫ້ອງປະຊຸມ ຂອງພະແນກເຕັກໂນໂລຊີ ແລະ ການສື່ສານແຂວງ; ໂດຍການເປັນປະທານ ຂອງ ທ່ານ ສອນສະຫວັນ ຈັນທະວົງ ຫົວໜ້າພະແນກເຕັກໂນໂລຊີ ແລະ ການສື່ສານ ແຂວງໄຊຍະບູລີ; ມີຕາງໜ້າຈາກພະແນກອຸດສາຫະກຳ ແລະ ການຄ້າແຂວງ, ບໍລິສັດລັດວິສາຫະກິດໄຟຟ້າລາວ ສາຂາ ແຂວງໄຊຍະບູລີ, ອຳນວຍການ, ຮອງອຳນວຍການ ສາຂາບໍລິສັດ ໄປສະນີລາວ ຈຳກັດ, ສາຂາບໍລິສັດສະຕາໂທລະຄົມ ຈຳກັດ, ສາຂາບໍລິສັດລາວໂທລະຄົມມະນາຄົມ ມະຫາຊົນ, ສາຂາບໍລິສັດອີທີແອວ ຈຳກັດ ແລະ ຫົວໜ້າຂະແໜງ, ຮອງຂະແໜງ ທີ່ກ່ຽວຂ້ອງ ພາຍໃນພະແນກ ເຂົ້າຮ່ວມທັງໝົດ 10 ທ່ານ.
ເພື່ອກຽມຄວາມພ້ອມໃນຊ່ວງວິກິດ ແລະ ຮັບປະກັນໃຫ້ແກ່ການສະໜອງສັນຍານໂທລະສັບ ແລະ ອິນເຕິເນັດພາຍໃນແຂວງຢ່າງເປັນປົກກະຕິ ກອງປະຊຸມປຶກສາຫາລືໃນຄັ້ງນີ້ ໄດ້ມີການກຳນົດການປັບປຸງ, ບໍາລຸງຮັກສາ ແລະ ສ້ອມແປງ ລະບົບໄຟຟ້າ, ການສະໜອງນໍ້າມັນ ໃຫ້ບັນດາ ສາຂາບໍລິສັດ ໂທລະຄົມມະນາຄົມ ລົງເຄື່ອນໄຫວ ແລະ ບໍາລຸງຮັກສາ, ການກຳນົດໂຄງສ້າງລາຄາ ການຂົນສົ່ງຮັບ-ຝາກດ້ານໄປສະນີພັນ ຂອງບັນດາບໍລິສັດໄປສະນີ ແລະ ຂົນສົ່ງດ່ວນ, ການສື່ສານ (ລະບົບໂທລະຄົມມະນາຄົມ) ພາຍໃນແຂວງສາມາດໃຊ້ໄດ້ຢ່າງເປັນປົກກະຕິ;
ນອກຈາກນີ້ ປະທານກອງປະຊຸມຍັງໄດ້ໂອ້ລົມ ແລະ ໄດ້ມີບາງຄໍາເຫັນກ່ຽວກັບກອງປະຊຸມໃນຄັ້ງນີ້ເປັນຕົ້ນແມ່ນການສັງລວມ ຄວາມດຸນດ່ຽງ, ຄວາມຕ້ອງການຊົມໃຊ້ນໍ້າມັນ ຂອງສາຂາບໍລິສັດໂທລະຄົມມະນາຄົມ; ການກຳນົດ ແລະ ການເໜັງຕີງໂຄງສ້າງລາຄາ ຮັບ-ຝາກ ໄປສະນີພັນ, ສັງລວມ ຂໍ້ມູນ ຈຸດທີ່ຕັ້ງສະຖານີ, ຈຸດຫຼໍ່ແຫຼມທີ່ຕິດພັນ ຂອງບໍລິສັດໂທລະຄົມມະນາຄົມ ກັບ ບໍລິສັດລັດວິສະຫະກິດໄຟຟ້າລາວ ເພື່ອສ້າງຄວາມເປັນເອກະພາບ ໃນການປະຕິບັດໜ້າທີ່ວຽກງານ.
ຂ່າວໂດຍ: ສຸທິນ ມຸນຖິ່ນໄທ
ພາບ: ນາງ ສຸນິດາ ສົມສີ

