ພະແນກເຕັກໂນໂລຊີ ແລະ ການສື່ສານ ແຂວງໄຊຍະບູລີ ເພີ່ມທະວີການຄຸ້ມຄອງ ແລະ ຕິດຕາມກວດກາ ວຽກງານໄປສະນີ ໃຫ້ເຂົ້າສູ່ລະບຽບກົດໝາຍ.

20/03/2026 ~ 20/03/2026

ພະແນກເຕັກໂນໂລຊີ ແລະ ການສື່ສານ ແຂວງໄຊຍະບູລີ ເພີ່ມທະວີການຄຸ້ມຄອງ ແລະ ຕິດຕາມກວດກາ ວຽກງານໄປສະນີ ໃຫ້ເຂົ້າສູ່ລະບຽບກົດໝາຍ.

ໃນໄລຍະຜ່ານມາ, ພະແນກເຕັກໂນໂລຊີ ແລະ ການສື່ສານ ແຂວງໄຊຍະບູລີ ໃນນາມເປັນຂະແໜງການຄຸ້ມຄອງມະຫາພາກ ໄດ້ເອົາໃຈໃສ່ຕິດຕາມ ແລະ ຊຸກຍູ້ບັນດາຫົວໜ່ວຍທຸລະກິດບໍລິການໄປສະນີທັງພາກລັດ ແລະ ເອກະຊົນ ຢ່າງໃກ້ຊິດ ເພື່ອເຮັດໃຫ້ການບໍລິການໄປສະນີ, ການຂົນສົ່ງເຄື່ອງພັດສະດຸ ແລະ ເຄື່ອງຝາກຕ່າງໆ ພາຍໃນແຂວງໄຊຍະບູລີ ມີຄວາມວ່ອງໄວ, ປອດໄພ ແລະ ຖືກຕ້ອງຕາມລະບຽບກົດໝາຍ, ໂດຍອີງຕາມບົດສະຫຼຸບວຽກງານເຕັກໂນໂລຊີ ແລະ ການ ສື່ສານ ແຂວງໄຊຍະບູລີ ປະຈໍາປີ2025. ໃນທົ່ວແຂວງມີບໍລິສັດທີ່ໃຫ້ບໍລິການດ້ານໄປສະນີ ທັງໝົດ 10 ສາຂາ ແລະ 02 ສູນຄັດແຍກ ຄື: ບໍລິສັດ ຟຸດແພນດາ ຮິໂລ ດີລີເວີລີ ໂລດ, ບໍລິສັດ ໂຊກໄຊ ເອັກເພຮດ, ບໍລິສັດ ກຽງໄກ ຂົນສົ່ງດ່ວນ, ບໍລິສັດ ຮຸ່ງອາຮຸນ, ບໍລິສັດ ດີເຮັດແອລ, ບໍລິສັດ ເວີຍຈິ່ງໆ, ບໍລິສັດ ຂົນສົ່ງອານຸສິດ, ບໍລິສັດ ແຊດທີໂອ (ZTO), ບໍລິສັດ ພີເອັນ ແລະ ມີປ່ອງບໍລິການໄປສະນີທັງໝົດ 102 ປ່ອງບໍລິການ, ກວມເອົາ 22 ຕາແສງ.

ໃນໄລຍະຜ່ານມາ, ຍ້ອນການຂະຫຍາຍຕົວຂອງການຄ້າທາງເອເລັກໂຕຣນິກ (E-commerce), ເຮັດໃຫ້ການບໍລິການຂົນສົ່ງເຄື່ອງຝາກມີການຂະຫຍາຍຕົວຢ່າງໄວວາ. ດັ່ງນັ້ນ, ພະແນກ ຕສ ແຂວງໄຊຍະບູລີ ຈຶ່ງໄດ້ສຸມໃສ່ການຈັດຕັ້ງປະຕິບັດບັນດາມາດຕະການຄຸ້ມຄອງທີ່ສຳຄັນ ເປັນຕົ້ນ: ຕິດຕາມກວດກາບັນດາບໍລິສັດຂົນສົ່ງ ແລະ ສາຂາຕົວແທນຕ່າງໆ ໃຫ້ມີໃບອະນຸຍາດດຳເນີນກິດຈະການໄປສະນີ ທີ່ຖືກຕ້ອງຕາມກົດໝາຍວ່າດ້ວຍໄປສະນີ, ເພື່ອປ້ອງກັນການບໍລິການທີ່ບໍ່ໄດ້ມາດຕະຖານ, ເນັ້ນໜັກໃຫ້ຜູ້ປະກອບການມີມາດຕະການກວດກາສິ່ງຂອງຝາກຢ່າງເຂັ້ມງວດ ເພື່ອສະກັດກັ້ນການລັກລອບຂົນສົ່ງສິ່ງຂອງຜິດກົດໝາຍ, ວັດຖຸອັນຕະລາຍ ຫຼື ສິ່ງຂອງຕ້ອງ, ຊຸກຍູ້ໃຫ້ບັນດາບໍລິສັດມີລະບົບຕິດຕາມສະຖານະເຄື່ອງຝາກ (Tracking System) ທີ່ຊັດເຈນ, ມີກຳນົດເວລາການສົ່ງທີ່ແນ່ນອນ ແລະ ມີນະໂຍບາຍຮັບຜິດຊອບໃນກໍລະນີເຄື່ອງຝາກເກີດຄວາມເສຍຫາຍ ຫຼື ສູນຫາຍ, ຊຸກຍູ້ໃຫ້ພາກສ່ວນໄປສະນີລາວ ແລະ ເອກະຊົນ ນຳໃຊ້ເຕັກໂນໂລຊີດີຈີຕອນເຂົ້າໃນການບໍລິການ ເພື່ອຫຼຸຸດຜ່ອນຂັ້ນຕອນ ແລະ ເພີ່ມຄວາມສະດວກສະບາຍໃຫ້ແກ່ປະຊາຊົນໃນທົ່ວແຂວງ.

ໃນຕໍ່ໜ້ານີ້, ພະແນກ ຕສ ແຂວງ ຈະໄດ້ສືບຕໍ່ລົງເຄື່ອນໄຫວເຜີຍແຜ່ບັນດານິຕິກຳ, ກົດໝາຍ ແລະ ລະບຽບການຕ່າງໆ ໃຫ້ແກ່ຜູ້ປະກອບການດ້ານໄປສະນີຢູ່ບັນດາເມືອງທົ່ວແຂວງຢ່າງທົ່ວເຖິງ ເພື່ອເຮັດໃຫ້ວຽກງານດັ່ງກ່າວມີຄວາມເຂັ້ມແຂງ ແລະ ເປັນລະບົບຂຶ້ນເລື້ອຍໆ.

ຂຽນຂ່າວ: ທ່ານ ໜໍ່ແກ້ວ ທີແກ້ວ, ທ່ານ ພິດສະໝອນ ພິລາບູນ.

ພາບ: ທ່ານ ສົມບັດ ສີສະຫວາດ, ທ່ານ ສຸທິນ ມູນຖິ່ນໄທ.

 

ວາລະສານ ດ້ານໄອຊີທີ
ສະຖິຕິຂະແໜງ ເຕັກໂນໂລຊີ ແລະ ການສື່ສານ
ວີດີໂອແນະນໍາ ການຂຶ້ນທະບຽນເລກໝາຍໂທລະສັບ