ປີ 2025 ວຽກງານໂທລະຄົມມະນາຄົມຢູ່ແຂວງໄຊຍະບູລີ ໄດ້ຮັບການພັດທະນາດີຂຶ້ນ

20/03/2026 ~ 20/03/2026

ປີ 2025 ວຽກງານໂທລະຄົມມະນາຄົມຢູ່ແຂວງໄຊຍະບູລີ ໄດ້ຮັບການພັດທະນາດີຂຶ້ນ

ໃນປະຈຸບັນ ລະບົບໂທລະຄົມມະນາຄົມ ໄດ້ມີບົດບາດສໍາຄັນຕໍ່ການພັດທະນາເສດຖະກິດ-ສັງຄົມ ຂອງປະເທດເວົ້າລວມ, ເວົ້າສະເພາະຢູ່ແຂວງໄຊຍະບູລີ ດັ່ງນັ້ນ ການຄຸ້ມຄອງ ແລະ ພັດທະນາລະບົບໂທລະຄົມມະນາຄົມ ຈຶ່ງເປັນໜ້າທີ່ສໍາຄັນ.

ອີງຕາມຂໍ້ມູນຈາກພະແນກເຕັກໂນໂລຊີ ແລະ ການສື່ສານແຂວງໄຊຍະບູລີໃຫ້ຮູ້ວ່າ: ໃນປີ 2025 ການໃຫ້ບໍລິການດ້ານໂທລະຄົມນາຄົມຢູ່ແຂວງໄຊຍະບູລີ ປະກອບມີ: 3 ບໍລິສັດຄື: ບໍລິສັດລາວໂທລະຄົມມະນາຄົມມະຫາຊົນ(LTC), ບໍລິສັດ ອີທີແອວ ຈໍາກັດ(ETL) ແລະ ບໍລິສັດສະຕາໂທລະຄົມ ຈໍາກັດ (Unitel). ເຊິ່ງແຕ່ລະບໍລິສັດ ໄດ້ມີການພັດທະນາ ພື້ນຖານໂຄງລ່າງ ແລະ ລະບົບເຕັກໂນໂລຊີ ໃຫ້ທັນສະໄໝ ເພື່ອຮອງຮັບ ຄວາມຕ້ອງການ ຂອງຜູ້ໃຊ້ບໍລິການ ທີ່ເພີ່ມຂຶ້ນມີ ສາຍກາບໄຍແກ້ວນໍາແສງ (Optical Fiber Cable) ທັງໝົດ 5,137Km, ທຽບໃສປີ 2024 ເພີ້ມຂື້ນ 15.55% ກວມເອົາ 11 ເມືອງ; ເສົາສະຖານີຮັບ-ສົ່ງສັນຍານໂທລະສັບ ທັງໝົດ 440 ຕົ້ນ ທຽບໃສປີ 2024 ເພີ້ມຂື້ນ 2.09%; ສະຖານີຮັບ-ສົ່ງສັນຍານໂທລະສັບ ( 2G, 3G, 4G ) ທັງໝົດ: 917 ສະຖານີ ທຽບໃສປີ 2024 ເພີ້ມຂື້ນ 0.11%; ບ້ານທີ່ມີສັນຍານອິນເຕີເນັດອ່ອນຈໍານວນ 18 ບ້ານ ແລະ ບໍ່ມີສັນຍານ 5 ບ້ານໂທລະສັບ ຈໍານວນ 5 ບ້ານ.ເບີໂທລະສັບມືຖື 2G, 3G, 4G ເບີທີ່ເປີດນໍາໃຊ້ທັງໝົດ 282,080 ເລກໝາຍ ທຽບໃສປີ 2024 ເພີ້ມຂື້ນ 7.89%, ເບີໂທລະສັບຕັ້ງໂຕະບໍ່ມີສາຍ ( 030 ) ລວມທັງໝົດ 31,149 ເລກໝາຍ ທຽບໃສປີ 2024 ຫລຸດລົງ -25.03%; ໂທລະສັບຕັ້ງມີສາຍ ( 074 ) ມີທັງໝົດ 429 ເລກໝາຍ ທຽບໃສປີ 2024 ລຸດລົງ 22.28%; ຂະຫຍາຍ ອິນເຕີເນັດ ( User ) ທັງໝົດ 13,624 ເລກໝາຍ ທຽບໃສປີ 2024ເພີ້ມຂື້ນ 39.39%;

ປີ 2025 ບັນດາບໍລິສັດໃຫ້ບໍລິການດ້ານ ໂທລະຄົມມະນາຄົມ ສາມາດສ້າງລາຍຮັບໄດ້ ທັງໝົດ 189,319 ລ້ານກີບທຽບໃສ່ປີ 2024 ເພື້ມຂື້ນ 8,32%, ກຳໄລ 125,629 ລ້ານກີບ ທຽບໃສ່ປີ 2024 ເພື້ມຂື້ນ 6,78%, ມອບພັນທະເຂົ້າງົບປະມານໄດ້ 17,634 ລ້ານກີບ, ທຽບໃສ່ປີ 2024 ເພື້ມຂື້ນ 5,1%. ຄຽງຄູ່ກັນນັ້ນ ວຽກງານໂທລະຄົມມະນາຄົມ ຍັງໄດ້ໃຫ້ຄວາມສໍາຄັນ ກັບການປ້ອງກັນ ການໂຈມຕີທາງໄຊເບີ, ການລັກລອບນໍາໃຊ້ສັນຍານ ແລະ ການນໍາໃຊ້ບໍລິການ ຢ່າງຜິດກົດໝາຍ ໂດຍມີການປະສານງານ ລະຫວ່າງ ພາກລັດ ແລະ ພາກເອກະຊົນ ຢ່າງໃກ້ຊິດເພື່ອສ້າງຄວາມເຊື່ອໝັ້ນໃຫ້ແກ່ຜູ້ຊົມໃຊ້ ແລະ ສົ່ງເສີມການພັດທະນາເສດຖະກິດດີຈິຕອນຂອງປະເທດໃຫ້ກ້າວໜ້າຕໍ່ໄປ.

ຕາມແຜນການໃນປີ 2026 ພະແນກເຕັກໂນໂລຊີ ແລະ ການສື່ສານ ແຂວງໄຊຍະບູລີ ຈະໄດ້ເອົາໃຈໃສ່ຊີ້ນໍາ ແລະຊຸກຍູ້ໃຫ້ບັນດາບໍລິສັດທີ່ໃຫ້ການບໍລິການດ້ານໂທລະຄົມມະນາຄົມຢູ່ແຂວງໄຊຍະບູລີໃນການຂະຫຍາຍພື້ນຖານໂຄງລ່າງ ໂທລະຄົມມະນາຄົມ ແລະ ອິນເຕີເນັດ ເຂົ້າສູ່ເຂດຫ່າງໄກສອກຫຼີກບ້ານທີ່ສັນຍານອິນເຕີເນັດອ່ອນ ແລະ ບ້ານທີ່ຍັງບໍ່ມີສັນຍານໂທລະສັບໃນທົ່ວແຂວງ ໃຫ້ໄດ້ມີສັນຍານຊົມໃຊ້ຢ່າງທົ່ວເຖິງ.

ຂ່າວ: ນາງ ບົວຊົມພູ ໄຊຍະສິດ, ນາງ ໄກເພັດ ສີບຸດຕາ.

ພາບ: ນາງ ລັດດາ ລິນທະວົງ, ນາງ ສຸນິດາ ສົມສີ

 

ວາລະສານ ດ້ານໄອຊີທີ
ສະຖິຕິຂະແໜງ ເຕັກໂນໂລຊີ ແລະ ການສື່ສານ
ວີດີໂອແນະນໍາ ການຂຶ້ນທະບຽນເລກໝາຍໂທລະສັບ