18/03/2026 ~ 18/03/2026

ໃນຕອນເຊົ້າຂອງວັນທີ 18 ມີນາ 2026, ທີ່ຫ້ອງປະຊຸມພະແນກເຕັກໂນໂລຊີ ແລະ ການສື່ສານແຂວງ ໄຊຍະບູລີ (ຕສ) ໄດ້ມີພິທີເປີດຊຸດຝຶກອົບຮົມຄວາມຮູ້ພື້ນຖານ ວຽກງານສື່ມວນຊົນ ຢ່າງເປັນທາງການ. ໂດຍການເປັນປະທານຂອງ ທ່ານ ຄໍາບູ່ ທອງວັນນາ, ຮອງຫົວໜ້າພະແນກເຕັກໂນໂລຊີ ແລະ ການສື່ສານ ແຂວງໄຊຍະບູລີ, ມີວິທະຍາກອນຈາກຄະນະໂຄສະນາອົບຮົມແຂວງ ແລະ ສໍາມະນາກອນພາຍໃນພະແນກ ຕສ ແຂວງ ເຂົ້າຮ່ວມຈໍານວນ 14 ທ່ານ,ຍິງ 05 ທ່ານ.
ຊຸດຝຶກອົບຮົມໃນຄັ້ງນີ້ ມີຈຸດປະສົງເພື່ອຍົກລະດັບຂີດຄວາມສາມາດໃຫ້ແກ່ພະນັກງານ-ລັດຖະກອນ ພາຍໃນພະແນກ ໃຫ້ມີຄວາມຮູ້, ຄວາມເຂົ້າໃຈ ແລະ ມີທັກສະພື້ນຖານທີ່ຈຳເປັນໃນການຜະລິດຂ່າວ ເພື່ອຮັບໃຊ້ເຂົ້າໃນວຽກງານເຜີຍແຜ່ຂໍ້ມູນຂ່າວສານຂອງຂະແໜງການ ຕສ ໃຫ້ມີຄວາມທັນສະໄໝ, ໜ້າສົນໃຈ ແລະ ມີຄຸນນະພາບສູງຂຶ້ນ.
ໃນໂອກາດກ່າວເປີດພິທີ, ທ່ານ ຄໍາບູ່ ທອງວັນນາ ຮອງຫົວໜ້າພະແນກເຕັກໂນໂລຊີ ແລະ ການສື່ສານ ແຂວງໄຊຍະບູລີໄດ້ກ່າວວ່າ: ໃນຍຸກແຫ່ງການຫັນເປັນດິຈິຕອນ, ວຽກງານຂໍ້ມູນຂ່າວສານແມ່ນມີບົດບາດສຳຄັນທີ່ສຸດໃນການສື່ສານກັບສັງຄົມ. ດັ່ງນັ້ນ, ການທີ່ພະນັກງານມີຄວາມຊໍານານໃນການຂຽນຂ່າວທີ່ກະທັດຮັດເຂົ້າໃຈງ່າຍ, ການຖ່າຍພາບທີ່ມີອົງປະກອບສວຍງາມ ແລະ ການຕັດຕໍ່ວີດີໂອທີ່ເປັນມືອາຊີບ ຈະເປັນເຄື່ອງມືສຳຄັນໃນການໂຄສະນາເຜີຍແຜ່ຜົນງານການເຄື່ອນໄຫວຂອງພາກລັດໃຫ້ເຂົ້າເຖິງກຸ່ມເປົ້າໝາຍໄດ້ຢ່າງມີປະສິດທິພາບ.
ໃນໄລຍະການຝຶກອົບຮົມ, ບັນດາສໍາມະນາກອນຈະໄດ້ຮຽນຮູ້ທັງພາກທິດສະດີ ແລະ ພາກປະຕິບັດຕົວຈິງເປັນຕົ້ນແມ່ນ: ພື້ນຖານການຂຽນຂ່າວ, ອົງປະກອບຂອງຂ່າວ, ໂຄ່ງຮ່າງຂອງບົດຂ່າວ, ຂໍ້ຄວນລະວັງໃນການຂຽນຂ່າວ, ການໃຊ້ສັບພາສາຢູ່ໃນຂ່າວ ແລະ ການຈັບປະເດັນສຳຄັນ, ພື້ນຖານການຖ່າຍພາບ, ການຈັດອົງປະກອບພາບ ແລະ ການນຳໃຊ້ແສງເພື່ອໃຫ້ໄດ້ຮູບພາບທີ່ສວຍງາມ. ພ້ອມນີ້ຍັງຈະໄດ້ຮຽນຮູ້ພື້ນຖານ ແລະ ເຕັກນິກການຕັດຕໍ່ພາບໂດຍການນຳໃຊ້ເຄື່ອງມື ແລະ ແອັບພລິເຄຊັນຕ່າງໆ ເພື່ອຜະລິດຂ່າວໃຫ້ມີຄວາມໜ້າສົນໃຈຍິ່ງຂຶ້ນ.
ຊຸດຝຶກອົບຮົມຄັ້ງນີ້ ຖືເປັນບາດກ້າວສຳຄັນໃນການພັດທະນາບຸກຄະລາກອນຂອງພະແນກ ຕສ ແຂວງໄຊຍະບູລີ ໃຫ້ກາຍເປັນ "ນັກປະຊາສຳພັນ" ທີ່ມີຄຸນນະພາບ, ສາມາດເປັນກະບອກສຽງທີ່ເຂັ້ມແຂງໃຫ້ແກ່ອົງກອນ ແລະ ຕອບສະໜອງໄດ້ຕາມຄວາມຮຽກຮ້ອງຕ້ອງການຂອງວຽກງານໃນຍຸກໃໝ່ໂດຍຈະໄດ້ດໍາເນີນເປັນເວລາ 02 ວັນຈຶ່ງສໍາເລັດ.

ຂ່າວ: ໜໍ່ແກ້ວ ທິແກ້ວ
ພາບ: ນາງ ສຸນິດາ ສົມສີ

