ບົດຄວາມຂໍານັບຊົມເຊີຍ ວັນໄປສະນີ ແລະ ວັນໂທລະຄົມມະນາຄົມແຫ່ງຊາດ ຄົບຮອບ 61 ປີ ( ວັນທີ 13 ມີນາ 1965 - ວັນທີ 13 ມີນາ 2026 ) ຂອງທ່ານຫົວໜ້າພະແນກເຕັກໂນໂລຊີ ແລະການສື່ສານແຂວງ ໄຊຍະບູລີ. (ຂັດຫຍໍ້ບາງເນື້ອໃນຈາກບົດປາຖະກາຖາຂອງ ກະຊວງ ຕສ)

12/03/2026 ~ 12/03/2026

ບົດຄວາມຂໍານັບຊົມເຊີຍ ວັນໄປສະນີ ແລະ ວັນໂທລະຄົມມະນາຄົມແຫ່ງຊາດ ຄົບຮອບ 61 ປີ ( ວັນທີ 13 ມີນາ 1965 - ວັນທີ 13 ມີນາ 2026 ) ຂອງທ່ານຫົວໜ້າພະແນກເຕັກໂນໂລຊີ ແລະການສື່ສານແຂວງ ໄຊຍະບູລີ. (ຂັດຫຍໍ້ບາງເນື້ອໃນຈາກບົດປາຖະກາຖາຂອງ ກະຊວງ ຕສ)

ໃນໂອກາດສະເຫລີມສະຫລອງ ວັນໄປສະນີ ແລະ ວັນໂທລະຄົມມະນາຄົມແຫ່ງຊາດ ຄົບຮອບ 61 ປີ ທ່ານ ສອນສະຫວັນ ຈັນທະວົງ ຫົວໜ້າພະແນກ ຕສ ແຂວງ ໄຊຍະບູລີ ໄດ້ນໍາພາ ພະນັກງານຫລັກແຫລ່ງ 4 ບໍລິສັດຄື ບໍລິສັດລາວໂທລະຄົມສາຂາແຂວງ ໄຊຍະບູລີ, ບໍລິສັດ ອີທີແອວ, ບໍລິສັດຢູ່ນີເທວ ແລະບໍລິສັດໄປສະນີ ສາຂາພາຍໃນແຂວງ ສ້າງຂະບວນການອານາໄມ ແລະເກັບກູ້ສາຍ ພາຍໃນຕົວເມືອງເທດສະບານແຂວງຢ່າງເປັນຂະບວນຟົດຟື້ນ ພ້ອມດຽວກັນນີ້ ທ່ານຫົວໜ້າພະແນກຍັງໄດ້ໃຫ້ສໍາພາດ ແລະມີບົດຄວາມຂໍານັບຊົມເຊີຍ ເຊິ່ງບາງຕອນທ່ານໄດ້ກ່າວວ່າ:

- ວຽກງານໄປສະນີ ແລະ ການສື່ສານ ແມ່ນມີມາແຕ່ດົນນານ ນັບຕັ້ງແຕສະໄໝບູນຮານເປັນຕົ້ນມາ ຕາມປະຫວັດສາດຂຽນໄວພວກເຮົາກໍ່ ໄດ້ຮຽນຮູ້ ແລະ ຮັບຮູ້ການສົ່ງຂ່າວຫາກັນ ເຊີ່ງມີການ ພັນທະນາຂະຫຍາຍຕົວມາເປັນແຕ່ລະໄລຍະ ແລະ ກາຍເປັນເຄື່ອງມືສຳຄັນໃນການພົວພັນປະສານງານ ສົ່ງຂ່າວ ແລະ ວັດຖຸສີ່ງຂອງໃນປະຈຸບັນ.

- ຢູ່ຂັ້ນສາກົນແມ່ນເພິ່ນໄດ້ກຳນົດເອົາວັນທີ 17 ພຶດສາພາ 1965 ເປັນວັນໂທລະຄົມມະນາຄົມ ແລະ ວັນທີ 9 ຕຸລາ 1974 ເປັນວັນໄປສະນີສາກົນ.

- ພັກ ແລະ ລັດຖະບານຍາມໃດກໍ່ໄດ້ຖືເອົາວຽກງານ ໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ ເປັນຂະແໜງການໜຶ່ງທີ່ສຳຄັນ ໃນພາລະກິດປົດປ່ອຍຊາດກໍ່ຄື ໃນການປົກປັກຮັກສາ ແລະ ພັດທະ ນາເສດຖະກິດ - ສັງຄົມ ຂອງຊາດລາວເຮົາ. (ປຽບເໝືອນ ເສັ້ນປະ ສາດ ຂອງ ສັງຄົມ) ແລະ ໄດ້ກຳນົດເອົາວັນທີ 13 ມີນາ ເປັນ ວັນໄປສະນີ ແລະ ວັນໂທລະຄົມມະນາຄົມ ແຫ່ງຊາດ ຊຶ່ງເລີ້ມແຕ່ປີ 1965 ມາຮອດປີນີ້ມີອາຍຸໄດ້ 61 ປີ. ຕາມມາດຕາ 52 ຂອງກົດ ໝາຍວ່າດ້ວຍການໂທລະຄົມມະນາຄົມ ( ສະບັບປັບປຸງ ), ມາດຕາ 63 ຂອງ ກົດໝາຍ ໄປສະນີ ( ສະບັບປັບປຸງ ) ໄດ້ກຳນົດໄວ້ວ່າ: ແຕ່ລະປີ ຢູ່ສູນກາງ ແລະ ທ້ອງຖິ່ນຕ້ອງຈັດຕັ້ງສະເຫຼີມສະຫຼອງວັນດັ່ງກ່າວດ້ວຍຮູບການທີ່ເໝາະສົມ.

I. ປະຫວັດຄວາມເປັນມາ ຂອງ ວຽກງານໄປສະນີ, ໂທລະຄົມມະນາຄົມ ຂອງ ສປປລາວ:

 ໄລຍະທີ 1: ວຽກງານສື່ສານຢູ່ເຂດປົດປອ່ຍກອ່ນປີ 1975.

ກອງສື່ສານ ແມ່ນກອງກຳລັງໜື່ງທີ່ສຳຄັນ ເພື່ອຮັບໃຊ້ເຂົ້າໃນວຽກງານການເຄື່ອນໄຫວຕໍ່ສູ້ປົດປ່ອຍປະເທດຊາດ ຈາກພວກລ່າເມືອງຂື້ນຂອງພວກຈັກກະພັດຜູ້ຮຸກຮານ ແລະ ໄດ້ເຮັດໜ້າທີ່ທາງການທະຫານ ແລະ ການປົກຄອງ. ຕໍ່ມາກອງສື່ສານໄດ້ເຕີບໃຫ່ຍຂະຫຍາຍຕົວເປັນແຕ່ລະໄລຍະ. ໂດຍຖືວ່າວຽກງານການຕິດຕໍ່ສື່ສານກໍ່ເປັນກຳລັງໜຶ່ງຂອງການປະຕິວັດໃນໄລ ຍະນັ້ນ, ດັ່ງນັ້ນໃນວັນທີ 13/3/1965 ຈຶ່ງໄດ້ສ້າງຕັ້ງ ພະແນກໄປສະນີ ແລະ ໂທລະເລກ ຢູ່ເຂດທີ່ໝັ້ນ ແຂວງຫົວພັນ ໂດຍການແຍກອອກຈາກ ກອງສື່ສານ, ເຊິ່ງເປັນ ມື້ກຳນົດເອົາ ເປັນ ວັນໄປສະນີ ແລະ ວັນໂທລະຄົມມະນາຄົມ ແຫ່ງຊາດ.

 ໄລຍະທີ 2: ວຽກງານ ໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ ແຕ່ປີ 1975 ເຖິງ 1987.

- ພາຍຫຼັງປະເທດຊາດໄດ້ຮັບການປົດປອ່ຍ ແລະ ສະຖາປະນາປະເທດ ເປັນສາທາລະນະລັດປະຊາທິປະໄຕປະຊາຊົນລາວ, ໃນວັນທີ 2 ທັນວາ 1975, ສູນກາງໄດ້ປັບປຸງໂຄງປະກອບການຈັດຕັ້ງ ແລະ ບູລະນະລະບົບໂຄງລ່າງສື່ສານໂທລະຄົມມະນາຄົມ ທີ່ມີແລ້ວໃນລະບອບເກົ່າ ແລະ ໃນເຂດປົດປອ່ຍໃຫ້ຢູ່ໃນໂຄງປະກອບການຈັດຕັ້ງອັນດຽວກັນໃນທົ່ວປະເທດ ໂດຍໄດ້ຈັດຕັ້ງກົມສື່ສານສະເພາະທີ່ຂື້ນກັບຫ້ອງວ່າການສະພາລັດຖະມົນຕີ. ຕໍ່ມາໄດ້ໂອນຂື້ນກັບກະຊວງຂົນສົ່ງ ແລະ ໄປສະນີ ໃນປີ 1984 ທີ່ໄດ້ປ່ຽນເປັນ ກະຊວງຄົມມະນາຄົມ, ຂົນສົ່ງ, ໄປສະນີ ແລະ ກໍ່ສ້າງ ໃນປີ 1990. ໃນເດືອນ ມັງກອນ 1994 ກົມສື່ສານສະເພາະ ໄດ້ໂອນໄປຂື້ນກັບ ກະຊວງປ້ອງກັນປະເທດ. ສ່ວນວຽກງານການສື່ສານທົ່ວໄປແມ່ນໃຫ້ຂຶ້ນກັບ ກະຊວງຄົມມະນາຄົມ, ຂົນສົ່ງ, ໄປສະນີ ແລະ ກໍ່ສ້າງ ຄືເກົ່າ.

 ໄລຍະທີ 3: ປີ 1987-1996 ການຫັນໄປສູ່ການໄລ່ລຽງທຸລະກິດ.

ຄຽງຄູ່ກັບວຽກງານປອ້ງກັນຊາດ ປອ້ງກັນຄວາມສະຫງົບ, ໂດຍອີງໃສ່ນະໂຍບາຍປ່ຽນແປງໃໝ່ຂອງ ພັກ-ລັດ ແລະ ອີງໃສ່ມະຕິຕົກລົງຂອງສະພາລັດຖະມົນຕີ ເລກທີ 08/ປສລ ລົງວັນທີ 20 ມີຖຸນາ 1987 ວ່າດ້ວຍນະໂຍບາຍດັດແປງກົນໄກຄຸ້ມຄອງເສດຖະກິດ ແລະ ຫັນໄປສູ່ລະບອບໄລ່ລຽງທຸລະກິດ, ຂະແໜງໂທລະຄົມມະນາຄົມ ໄດ້ດຳເນີນການທົດລອງມາແຕ່ປີ 1984 ເພື່ອຫັນໄປສູ່ການໄລ່ລຽງທຸລະກິດ:

1) ໄດ້ສ້າງຕັ້ງບໍລິສັດ ໄປສະນີ ແລະ ໂທລະຄົມມະນາຄົມລາວ ໃນວັນທີ 13/5/1987 ເຊີ່ງເປັນຫົວໜ່ວຍທຸລະກິດໜຶ່ງຂອງລັດ ຊື່ງຂື້ນກັບກະຊວງຂົນສົ່ງ ແລະ ໄປສະນີ ມາຮອດປີ 1990 ໄດ້ປ່ຽນເປັນ ກະຊວງຄົມມະນາຄົມ, ຂົນສົ່ງ, ໄປສະນີ ແລະ ກໍ່ສ້າງ.

2) ໃນປີ 1994 ໄດ້ແຍກ ບໍລິສັດ ໄປສະນີ ແລະ ໂທລະຄົມມະນາຄົມລາວ ອອກເປັນສອງບໍລິສັດຄື:

• ບໍລິສັດລັດວິສາຫະກິດ ໄປສະນີລາວ

• ລັດວິສາຫະກິດໂທລະຄົມມະນາຄົມລາວ, ມາຮອດປີ 1996 ໄດ້ຮ່ວມທຶນກັບບໍລິສັດຊິນນະວັດຄອມພິວເຕີ ແອນຄອມມຸຍນິເຄຊັນ ປະເທດໄທ ເຊິ່ງລັດຖະບານຖືຫຸ້ນ 51%.

ໃນປີ 1994 ລັດຖະບານໄດ້ເປີດກ້ວາງໃຫ້ໂອກາດພາກເອກະຊົນເຂົ້າຮ່ວມລົງທືນດຳເນີນທຸລະກິດດ້ານໂທລະຄົມມະນາຄົມ ໃນ ສປປ ລາວ ຕາມແບບແຜນແມ່ບົດລັດຖະບານ ແລະ ກໍ່ໄດ້ເລີ່ມພັດທະນານຳໃຊ້ໂທລະສັບຕັ້ງໂຕະໃນເມືອງ 6 ເລກໝາຍ ໂດຍສົ່ງຜ່ານລະບົບຄື້ນໄມໂຄຣເວັບ (Microwave ) ອອກສູ້ຕ່າງແຂວງ ແລະ ຕ່າງປະເທດ

ໄລຍະທີ 4: ການສ້າງຕັ້ງ ອົງການໄປສະນີ ແລະ ໂທລະຄົມມະນາຄົມ ແຫ່ງຊາດ.

ຍ້ອນມີການຂະຫຍາຍຕົວ ຂອງ ທຸລະກິດ ໄປສະນີ ແລະ ໂທລະຄົມມະນາຄົມ ໃນວັນທີ 22/10/2007 ໄດ້ຈັດຕັ້ງ ອົງການໄປສະນີ ແລະ ໂທລະຄົມມະນາຄົມ ແຫ່ງຊາດ ( ອປທ ) ຂື້ນເພື່ອເຮັດໜ້າທີ່ຄຸ້ມຄອງມະຫາພາກ ດ້ານວຽກງານ ໄປສະນີ, ໂທລະຄົມມະນາຄົມ ແລະ ເຕັກໂນໂລຊີສື່ສານ - ຂ່າວສານ ໃນຂອບເຂດທົ່ວປະເທດ, ເປັນເສນາທິການໃຫ້ລັດຖະບານໃນການກຳນົດນະໂຍບາຍແຜນຍຸດທະສາດ ແລະ ນິຕິກຳຕ່າງໆ ເພື່ອການພັດທະນາ ແລະ ຄຸ້ມຄອງ ຂະແໜງການໄປສະນີ ແລະ ໂທລະຄົມມະນາຄົມ ໃຫ້ໄປຕາມ ແຜນນະໂຍບາຍຂອງລັດຖະບານ ໃຫ້ສອດຄ່ອງກັບສັນຍາ, ສົນທິສັນຍາ, ອົງການຈັດຕັ້ງສາກົນດ້ານໄປສະນີ, ໂທ ລະຄົມມະນາຄົມ ແລະ ເຕັກໂນໂລຊີສື່ສານ-ຂ່າວສານ ທີ່ ສປປ ລາວ ເຂົ້າຮ່ວມ.

ໃນໄລຍະນີ້ ອົງການ ໄປສະນີ, ໂທລະຄົມມະນາຄົມແຫ່ງຊາດ ໄດ້ສຳເລັດວຽກງານຂະແໜງໂທລະຄົມມະນາ ຄົມຫຼາຍດ້ານ ເປັນຕົ້ນເຊັ່ນ:

- ສ້າງ ແລະ ປັບປຸງນິຕິກໍາ ກ່ຽວກັບການຄຸ້ມຄອງລັດ, ລະບຽບການເຊື່ອມຕໍ່ ແລະ ເຊື່ອມໂຍງເຄືອຂ່າຍ ໂທລະຄົມມະນາຄົມ ລະຫວ່າງບັນດາວິສາຫະກິດ.

- ສ້າງຄ່າທໍານຽມ, ຄ່າບໍລິການ ແລະ ນຳໃຊ້ໂທລະຄົມມະນາຄົມ ແລະ ອິນເຕີເນັດ ປະກອບໃສ່ລັດຖະບັນຍັດ ຂອງປະທານປະເທດ.

- ສ້າງ ແລະ ປັບປຸງ ການຄຸ້ມຄອງ ແລະ ອອກອະນຸຍາດ ໃນການນໍາໃຊ້ ຄື້ນຄວາມຖີ່ວິທະຍຸ ໃຫ້ເຂົ້າສູ່ລະ ບົບ, ປັບປຸງ ແລະ ສ້າງເລກໝາຍ ໂທລະຄົມມະນາຄົມ ແລະ ອິນເຕີເນັດ, ການຄຸ້ມຄອງ ອິນເຕີເນັດ ການບໍລິການອິນເຕີເນັດກາເຟ ແລະ ການອອກອະນຸຍາດ ການສ້າງຕັ້ງບໍລິສັດສະໜອງ, ຕິດຕັ້ງ, ກໍ່ສ້າງ, ນໍາເຂົ້າ, ນໍາໃຊ້ ດ້ານໂທລະຄົມມະນາຄົມ ແລະ ອິນເຕີເນັດ.

- ໃນໄລຍະນີ້, ການນຳໃຊ້ເຕັກໂນໂລຊີການສື່ສານໄດ້ຂະຫຍາຍຕົວໄວ ຍ້ອນມີການສ້າງຕັ້ງວິສາຫະກິດ ບໍລິການດ້ານນີ້ຂື້ນ.

 ໄລຍະທີ 5: ການສ້າງຕັ້ງກະຊວງໄປສະນີ ໂທລະຄົມມະນາຄົມ ແລະ ການສື່ສານ, ໄລຍະຂະຫຍາຍຕົວ ຂອງ ໄອຊີທີ.

- ເຕັກໂນໂລຊີການສື່ສານ ກໍ່ຄືໂທລະຄົມມະນາຄົມ ໄດ້ມີການຂະຫຍາຍຕົວໄວ ກາຍເປັນເຕັກໂນໂລຊີຂໍ້ມູນຂ່າວສານ ຫຼື ICT, ຈື່ງເຮັດໃຫ້ການສື່ສານເພີ່ມທະວີດ້ວຍຄວາມໄວສູງຢ່າງບໍ່ມີພົມແດນ. ກະ ຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ ສ້າງຕັ້ງຂື້ນ ເພື່ອເຮັດໜ້າທີ່ຄຸ້ມຄອງລວມສູນ ກ່ຽວກັບວຽກງານໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ ໃນຂອບເຂດທົ່ວປະເທດ ຕາມດຳລັດຂອງນາຍົກລັດຖະມົນຕີ ເລກທີ 303/ນຍຫ ລົງວັນທີ 26/09/2011.

ໃນໄລຍະຜ່ານມາ ກະຊວງ ໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ ໄດ້ຈັດຕັ້ງເຄື່ອນໄຫວວຽກງານຕາມພາລະບົດບາດຂອງຕົນໄດ້ຮັບຜົນສຳເລັດຍ້ອນວ່າ: ມີການຄຸ້ມຄອງ ແລະ ມີການນຳພາຂອງຄະນະພັກ, ຄະນະນຳ ພ້ອມທັງກົງຈັກທີ່ເປັນເສນາທິການ ກໍ່ຄື ອົງການຈັດຕັ້ງມະຫາຊົນ.

- ມີພື້ນຖານທາງດ້ານເຕັກນິກ ເພື່ອຄຸ້ມຄອງທຸລະກິດ ຂອງ ບັນດາບໍລິສັດ ໄປສະນີ ແລະ ໂທລະຄົມມະນາຄົມ ໃນການສ້າງລາຍຮັບຕົວຈິງ ແລະ ປະກອບສ່ວນໃຫ້ແກ່ງົບປະມານຂອງລັດ. ຂະແໜງໄປສະນີ ແລະ ໂທລະຄົມມະນາຄົມ ແມ່ນຂະແໜງການທີ່ຂະຫຍາຍຕົວໄວ ອຳນວຍຄວາມສະດວກໃຫ້ແກ່ສັງຄົມ ໃນການສື່ສານ-ຂ່າວສານ (ໄອຊີທີ) ແລະ ເປັນເຄື່ອງມືຂັບເຄື່ອນການພັດທະນາເສດຖະກິດ ແລະ ສັງຄົມໃຫ້ກ້າວໄວຂື້ນ.

 ໄລຍະທີ 6: ນັບແຕ່ປີ 2021 ເປັນຕົ້ນມາໄດ້ໂຮມເອົາ ກະຊວງໄປສະນີ ໂທລະຄົມມະນາຄົມ ແລະການສື່ສານ ເຂົ້າກັບກະຊວງ ວິທະຍາສາດ ແລະເຕັກໂນໂລຊີ ເອີ້ນຊື່ໃໝ່ວ່າ ກະຊວງ ເຕັກໂນໂລຊີ ແລະການສື່ສານ.

 ຜົນສໍາເລັດລວມ ຂອງການສ້າງຕັ້ງກະຊວງ ບົນພື້ນດັ່ງຕໍ່ໄປນີ້:

- ພື້ນຖານທາງດ້ານການຄຸ້ມຄອງ ແລະ ນໍາພາທີ່ຄົບຊຸດຄື: ຄະນະພັກ, ຄະນະນໍາພ້ອມທັງກົງຈັກເສນາທິການ ແລະ ມີການຈັດຕັ້ງອົງການມະຫາຊົນ.

- ພື້ນຖານທາງດ້ານເຕັກນິກ ແມ່ນມີໂຄງລ່າງຄົບຊຸດ ເພື່ອຄຸ້ມຄອງ ດ້ານ ໄປສະນີ, ໂທລະຄົມມະນາ ຄົມ ແລະ ທັງມີນິຕິກຳຮອງຮັບອີກດ້ວຍ.

- ການຊີ້ນໍາ-ນໍາພາ ວຽກງານມະຫາພາກ ແລະ ຈຸລະພາກ ຜູ້ປະກອບການດ້ານໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ ເພື່ອໃຫ້ການນໍາໃຊ້ເຕັກໂນໂລຊີສື່ສານ ຂໍ້ມູນຂ່າວສານ ຫຼື ໄອຊີທີ ເຂົ້າໃນທຸກຂະແໜງການ ແລະ ທົ່ວສັງຄົມ ເກີດປະໂຫຍດອັນສູງສຸດ ແລະ ປອດໄພດ້ວຍນິຕິກຳຮອບດ້ານ ແລະ ຮັດກຸມ ເພື່ອເປັນເຄື່ອງມືແກ່ການຄຸ້ມຄອງ ແລະ ຊຸກຍູ້ໃຫ້ຈຸລະພາກຂະຫຍາຍຕົວຂື້ນເລື່ອຍໆ.

- ຄຸ້ມຄອງທຸລະກິດ: ບັນດາບໍລິສັດ ໄປສະນີ, ໂທລະຄົມມະນາຄົມ ແມ່ນຫົວໜ່ວຍທຸລະກິດທີ່ສ້າງລາຍຮັບໄດ້ສູງ ແລະ ປະກອບສ່ວນສໍາຄັນໃຫ້ແກ່ງົບປະມານຂອງລັດ. ຂະແໜງ ໄປສະນີ, ໂທລະຄົມມະນາຄົມ ແມ່ນຂະແໜງການທີ່ຂະຫຍາຍຕົວໄວ ອໍານວຍຄວາມສະດວກແກ່ສັງຄົມໃນ ການສືສ່ານ - ຂ່າວສານ ( ໄອຊີທີ ) ເປັນເຄື່ອງມືຂັບເຄື່ອນ ການພັດທະນາເສດຖະກິດ-ສັງຄົມໃຫ້ກ້າວຂື້ນໄວ.

- ປັບປຸງສູນອິນເຕີເນັດແຫ່ງຊາດໃຫ້ ສາມາດ ເປັນບ່ອນເກັບຂໍ້ມູນ ແລະ ທາງຜ່ານຂອງການນໍາໃຊ້ໂທລະສັບ ແລະ ອິນເຕີເນັດ ພາຍໃນ ແລະ ຕ່າງປະເທດ ລວມສູນປະຕູດຽວ, ໄດ້ກໍ່ສ້າງສູນສະກັດກັ້ນ ແລະ ແກ້ໄຂ ເຫດສຸກເສີນທາງຄອມພີວເຕີ, ກະກຽມຮອບດ້ານໃນການນໍາເອົາລະຫັດຊື່ອິນເຕີເນັດສູງສຸດ ຂອງ ສປປລາວ (.LA) ມາຄຸ້ມຄອງໄວ້ສູນອິນເຕີເນັດແຫ່ງຊາດ.

- ໄດ້ສໍາເລັດການອອກແບບອັກສອນ ແລະ ແປ້ນພີມພາສາລາວ ແບບເພັດຊະລາດ ໃນລະບົບຄອມພີວເຕີ ແລະ ມືຖືລຸ້ນຕ່າງໆ , ສໍາເລັດການພັດທະນາ ວັດຈະນານຸກົມ ລາວ-ອັງກິດ-ລາວ ໃນລະບົບຄອມພີວເຕີ.

- ສໍາເລັດການສົ່ງ ດາວທຽມ ລາວແຊດ 1 ( LaoSat-1 ) ດວງທໍາອິດຂອງປະເທດເຮົາ ໄດ້ຖືກສົ່ງຂື້ນ ສູ່ວົງໂຄຈອນ ທີ່ຕໍາແໜ່ງ 128,5 ອົງສາ ຕາເວັນອອກ ໂດຍຜົນສໍາເລັດ ເມື່ອ ວັນທີ 21 ພະຈິກ 2015 ແລະ ດາວທຽມ ໄດ້ຖຶກບັນຊາການເຂົ້າສູ່ວົງໂຄຈອນສໍາເລັດຢ່າງສົມບູນ ເມື່ອວັນທີ 27 ພະຈິກ 2015 ມາຮອດປະຈຸບັນ ແມ່ນສໍາເລັດການກໍ່ສ້າງ-ຕິດຕັ້ງລະບົບບັນຊາ, ສໍາເລັດການສ້າງຕັ້ງ ບໍລິສັດ ດາວທຽມລາວ ເອເຊຍ-ປາຊິກຟິກຈໍາກັດ ເພື່ອບໍລິການ ສັນຍານດາວທຽມ ໃຫ້ດໍາເນີນການໄປແບບທຸລະກິດ ໂດຍຮ່ວມກັບ 3 ບໍລິສັດຂອງຈີນ ໃນນີ້ລັດວິສາຫະກິດດາວທຽມລາວ ຖືຮຸ້ນ 45%, ບໍລິສັດໂທລະຄົມຈີນ 35%, ບໍລິສັດກຸ່ມອາວະກາດຈີນ 15%, ບໍລິສັດເຕັກໂນໂລຊີດາວທຽມຮົງກົງ 5% ເລີມເປີດໃຫ້ບໍລິການແຕ່ຕົ້ນປີ 2016.

ຈຸດພິເສດຂອງດາວທຽມລາວ ແມ່ນໃຫ້ບໍລິການ ລະບົບໂທລະຄົມມະນາຄົມ ແລະ ກະຈາຍສັນຍານໂທລະພາບ ທີ່ຮອງຮັບທັງລະບົບ KU Band (ກູ ແບນ) ແລະ C Band(ຊີ ແບນ), ມີຊ່ອງສັນຍານທັງໝົດ 22 ຊ່ອງ( Transponders) ຊື່ງນໍາໃຊ້ເຂົ້າໃນວຽກງານສື່ສານຂອງ ພາກລັດ ແລະ ສັງຄົມທົ່ວໄປ. ດາວທຽມລາວດວງທໍາອິດນີ້ສາມາດໃຫ້ ເຊົ່າຊ່ອງສັນຍານ ແກ່ຕ່າງປະເທດ, ບໍລິການຜ່ານດາວທຽມວຽກງານສື່ສານໃນເຂດຊົນນະບົດ, ບໍລິການໂທລະພາບຜ່ານດາວທຽມເພື່ອການສຶກສາ, ການແພດ, ການສື່ສານສຸກເສີນ ແລະ ໄພພິບັດຕ່າງໆ.

ຜ່ານການປະຕິບັດຕົວຈິງ ບໍລິສັດ ດາວທຽມລາວ ເອເຊຍ-ປາຊິກຟິກຈໍາກັດ ສາມາດດຳເນີນການການບໍລິການ ໃຫ້ເຊົ່າສັນຍານດາວທຽມ(Transponders) ແລະ ການບໍລິການໂທລະພາບຜ່ານດາວທຽມ (DTH) ດັ່ງນີ້:

- ດ້ານການບໍລິການເຊົ່າສັນຍານດາວທຽມ (Transponders) ໄດ້ເຊັນສັນຍາເຊົ່າ ກັບຕ່າງປະເທດແລ້ວ 2 ສັນຍາຄື: 1.) ສັນຍາກັບບໍລິສັດ ຂອງຈີນເພື່ອສົ່ງ ອັບລີ້ງ (uplink) ສັນຍານໂທລະພາບ, 2.) ສັນຍາກັບລູກຄ້າອິນໂດເນເຊຍ.

- ດ້ານການບໍລິການ ການບໍລິການໂທລະພາບຜ່ານດາວທຽມ (DTH): ເປົ້າໝາຍການໃຫ້ບໍລິການໃນໄລຍະຕົ້ນມີທັງໝົດ 54 ຊ່ອງ ໂທລະພາບ ໃນນັ້ນສໍາເລັດການເຈລະຈາດ້ານຂໍລິຂະສິດແລ້ວ 6 ຊ່ອງ ( ຊ່ອງຈ່າຍເງິນ ) ແລະ ຊ່ອງໄດ້ເຊັນສັນຍາກັບ ຊ່ອງຟຣີ 4 ຊ່ອງ.

- ດາວທຽມດວງທີ 2 ໄດ້ເຊັນສັນຍາຮ່ວມທຶນໂຄງການດາວທຽມລາວໃນຕຳແໜ່ງ126 ອົງສາ ຕາເວັນອອກ ກັບ ບໍລິສັດ Linhai ( ລິນໄຮ ) ຂອງ ສປ ຈີນ ປະຈຸບັນໂຄງການດັ່ງກ່າວໄດ້ດໍາເນີນການຕາມຂັ້ນຕອນ.

II. ຜັນຂະຫຍາຍເນື້ອໃນ ວັນທີ 13 ມິນາ ໃນຕໍ່ໜ້າ:

ວັນທີ 13 ມີນາ 2026 ວັນໄປສະນີ ແລະ ວັນໂທລະຄົມມະນາຄົມແຫ່ງຊາດ ຂອງ ສປປລາວ ມີອາຍຸ ຄົບຮອບ 61 ປີ ເປັນໄລຍະເວລາປະຫວັດສາດສໍາຄັນຂອງ ຄວາມກ້າວໜ້າ ແລະ ເປັນຂີດໝາຍສໍາຄັນທີ່ສຸດໃນການໃຊ້ ແລະ ການພັດທະນາ ຕິດຕໍ່ສື່ສານ ຂອງ ສປປລາວ ດ້ວຍຫຼາຍຮູບແບບ; ພັກ ແລະ ລັດຖະບານຍາມໃດ ກໍ່ໄດ້ຖືເອົາວຽກງານ ໂທລະຄົມມະນາຄົມ ແລະ ການສື່ສານ ເປັນຂະແໜງການໜື່ງ ທີ່ສໍາຄັນໃນພາລະກິດປົດປ່ອຍຊາດ ກໍ່ຄື ການພັດທະ ນາເສດຖະກິດ-ສັງຄົມ ຂອງຊາດລາວເຮົາ.

ເພື່ອເປັນການຍົກສູງ ວັນໄປສະນີ ແລະ ວັນໂທລະຄົມມະນາຄົມ ແຫ່ງຊາດ ໃຫ້ສົມກຽດນັ້ນ, ພວກເຮົາຈະຕ້ອງພ້ອມກັນປະຕິບັດໜ້າທີ່ຂອງແຕ່ລະພາກສ່ວນ: ດ້ານມະຫາພາກ ກໍ່ຄືທຸລະກິດ ແລະ ຂອງແຕ່ລະຂະແໜງການໃຫ້ມີຜົນສຳເລັດດ້ວຍຄວາມຮັບຜິດຊອບສູງ. ສູ້ຊົນຈັດຕັ້ງປະຕິບັດໃຫ້ສຳເລັດຕາມຄາດໝາຍຂອງວຽກງານທີ່ໄດ້ວາງໄວ້ໃນຂອບເຂດທົ່ວແຂວງໃຫ້ສໍາເລັດລື່ນຄາດໝາຍ ແລະ ກະກຽມບຸກຄະລາກອນ ພ້ອມດ້ວຍເຄື່ອງມືດ້ານ ICT ເພື່ອເຂົ້າຮ່ວມໃນການເປັນປະຊາຄົມອາຊຽນ.

- ວັນທີ 13 ເດືອນ ມີນາ ເປັນວັນໄປສະນີ ແລະ ວັນໂທລະຄົມະນາຄົມ ແຫ່ງຊາດ ຄົບຮອບ 61 ປີ, ແມ່ນວັນສຳຄັນຂອງວຽກງານ ໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ ເຊິ່ງເປັນຂີດໝາຍໃຫ້ ແກ່ພະນັກງານ, ລັດຖະກອນ ທີ່ຢູ່ໃນຂະແໜງການ ດັ່ງກ່າວ ຕ້ອງສືບຕໍ່ເສີມຂະຫຍາຍມູນເຊື້ອ ອັນດີງາມ ທີ່ ນັກຮົບປະຕິວັດສື່ສານຮຸ່ນກ່ອນໄດ້ກໍ່ຕັ້ງປັບປຸງ ແລະ ຂະຫຍາຍຈົນມາເຖິງປະຈຸບັນ. ສະນັ້ນ, ພະແນກ ໄປສະນີ,ໂທລະຄົມະນາຄົມ ແລະ ການສື່ສານ ພວກເຮົາ ຕ້ອງໄດ້ເອົາໃຈໃສ່, ສູ້ຊົນ, ບຸກບືນ, ດ້ານວິຊາສະເພາະ ເພື່ອເຊື່ອມໂຍງເຂົ້າກັບສາ¬ກົນ ເປັນ¬ຕົ້ນແມ່ນການບໍລິ¬ການມວນຊົນ, ປ້ອງກັນຊາດ - ປ້ອງກັນຄວາມສະ¬ຫງົບ ແລະ ວຽກງານວັດ¬ທະ¬ນະທຳ-ສັງ¬ຄົມ.

ສ້າງວິໄສທັດ ແຕ່ປີ 2021 ຫາ 2035

- ເຮັດໃຫ້ເຕັກໂນໂລຊີຂ່າວສ່ານໄດ້ຮັບການນຳໃຊ້ກ້ວາງຂວາງ ແລະ ແຜ່ຫຼາຍໃນທຸກຂົງເຂດ, ເປັນຂະແໜງປາຍແຫຼມ, ພັດທະນາໃຫ້ວ່ອງໄວກວ່າເກົ່າ, ໃຫ້ທັນກັບເຕັກໂນໂລຊີ ແລະ ເຕັກນິກທີ່ທັນສະໄໝຂອງໂລກ, ພັດທະນາໄປພ້ອມໆກັບການຄຸ້ມຄອງຢ່າງມີປະສິດຕິພາບ, ແນໃສ່ສ້າງເງື່ອນໄຂນຳໃຊ້ ແລະ ຊຸກຍູ້ ໃນການພັດທະນາເຕັກໂນໂລຊີການສື່ສານຂ່າວ ສານ ໃຫ້ທົ່ວທຸກຂົງເຂດໃນສັງຄົມ, ປະກອບ ສ່ວນພັດທະນາ ເສດຖະກິດ-ສັງຄົມ, ການປ້ອງ ກັນ ຊາດປ້ອງກັນຄວາມສະຫງົບ ແລະ ຍົກສູງຄວາມຮູ້ຂອງປະຊາຊົນ.

- ຂະຫຍາຍຕາໜ່າງໂທລະຄົມມະນາຄົມ ໃຫ້ມີຄວາມສາມາດ ໃນການສົ່ງສັນຍານໃຫ້ຫຼາຍ, ມີຄວາມໄວສູງ, ຄຸນນະພາບດີ, ລາຄາຖືກ ໃນຂອບເຂດທົ່ວແຂວງ, ເຮັດໃຫ້ຈຳນວນຜູ້ຊົມໃຊ້ອິນເຕີເນັດ, ບໍລິການຂໍ້ມູນຂ່າວສານ ພາຍໃນແຂວງເພີ້ມຂື້ນເລື້ອຍໆ.

ຊົມເຊີຍ ວັນໄປສະນີ ແລະ ວັນໂທລະຄົມມະນາຄົມ ແຫ່ງຊາດ ຄອບຮອບ 61 ປີ ຢ່າງສຸດໃຈ! ( 13 ມີນາ 1965 – 13 ມີນາ 2026 )

ພາບ ແລະ ຂ່າວໂດຍ: ພະແນກເຕັກໂນໂລຊີ ແລະ ການສື່ສານ

 

ວາລະສານ ດ້ານໄອຊີທີ
ສະຖິຕິຂະແໜງ ເຕັກໂນໂລຊີ ແລະ ການສື່ສານ
ວີດີໂອແນະນໍາ ການຂຶ້ນທະບຽນເລກໝາຍໂທລະສັບ