ກອງປະຊຸມວິສາມັນຄະນະບໍລິຫານງານ ສະຫະພັນກຳມະບານພະແນກ ເຕັກໂນໂລຊີ ແລະ ການສື່ສານ ແຂວງໄຊຍະບູລີ

12/03/2026 ~ 12/03/2026

ກອງປະຊຸມວິສາມັນຄະນະບໍລິຫານງານ ສະຫະພັນກຳມະບານພະແນກ ເຕັກໂນໂລຊີ ແລະ ການສື່ສານ ແຂວງໄຊຍະບູລີ

ໃນຕອນເຊົ້າ ຂອງວັນທີ 03 ມີນາ 2026 ນີ້ຢູ່ທີ່ຫ້ອງປະຊຸມ  ພະແນກເຕັກໂນໂລຊີ ແລະ ການສື່ສານແຂວງ, ໄດ້ເປີດກອງປະຊຸມວິສາມັນຄະນະບໍລິຫານງານ ສະຫະພັນກຳມະບານ ພະແນກເຕັກໂນໂລຊີ ແລະ ການສື່ສານແຂວງໄຊຍະບູລີ ໂດຍພາຍໃຕ້ການເປັນປະທານກອງປະຊຸມຂອງ ສະຫາຍ ຊາຍ ລາໄພບູນ ຄະນະບໍລິຫານງານສະຫະພັນກຳມະບານແຂວງ ປະທານສະຫະພັນກຳມະບານ ແລະ ໃຫ້ກຽດເຂົ້າຮ່ວມໂດຍ ສະຫາຍ ຄຳບູ່ ທອງວັນນາ ຄະນະພັກຮາກຖານ ເລຂາໜ່ວຍພັກ ພະແນກເຕັກໂນໂລຊີ ແລະ ການສື່ສານແຂວງ, ມີຄະນະບໍລິຫານງານ, ປະທານ, ຮອງປະທານ ແລະ ຄະນະກຳມະບານຮາກຖານ ທັງ 04 ຮາກຖານ ເຂົ້າຮ່ວມຢ່າງພ້ອມພຽງ.

ໃນກອງປະຊຸມຄັ້ງນີ້ຜູ້ເຂົ້າໄດ້ພ້ອມກັນຄົ້ນຄວ້າ, ປຶກສາຫາລືວຽກງານທີ່ສຳຄັນຫຼາຍດ້ານ ດັ່ງນີ້:

  1. ຜ່ານຂໍ້ຕົກລົງ ວ່າດ້ວຍ ການແບ່ງຄວາມຮັບຜິດຊອບ ໃຫ້​ຄະ​ນະບໍ​ລິ​ຫານ​ງານ ຂອງສະ​ຫະ​ພັນ​ກຳ​ມະ​ບານ ພະ​ແນກ ເຕັກ​ໂນ​ໂລ​ຊີ ແລະ ການ​ສື່​ສານ ແຂວງ​ໄຊ​ຍະ​ບູ​ລີ (ສະບັບປັບປຸງ).
  2. ເຜີຍແຜ່​ກົດລະບຽບກອງທຶນຊ່ວຍເຫຼືອເຊີ່ງກັນ ແລະ ກັນ ຂອງສະຫະພັນກຳມະບານແຂວງ ສະບັບເລກທີ 31/ ສກຂ ລົງວັນທີ 21 ມັງກອນ 2026
  3. ຜ່ານແຈ້ງການ ສະຫະພັນກຳມະບານແຂວງ ສະບັບເລກທີ 125/ ສກຂ, ລົງວັນທີ 25 ກຸມພາ 2026 ເລື່ອງ ເກັບເງິນກອງທຶນ ຊ່ວຍເຫຼືອເຊີ່ງກັນ ແລະ ກັນ ໃນກໍລະນີສະມາຊິກເສຍຊີວິດ
  4. ຮັບຟັງການລາຍງານຜົນສຳເລັດອັນພົ້ນເດັ່ນຂອງວຽກງານກຳມະບານ ໃນໄລຍະຜ່ານມາ ແລະ ທິດທາງແຜນການ 2026.

ໃນຕອນທ້າຍກອງປະຊຸມ ຍັງໄດ້ຮັບຟັງການມີຄຳເຫັນໂອ້ລົມຂອງ ສະຫາຍ ຄຳບູ່ ທອງວັນນາ ຄະນະພັກຮາກຖານ ເລຂາໜ່ວຍພັກ ພະແນກເຕັກໂນໂລຊີ ແລະ ການສື່ສານແຂວງ ເຊີ່ງສະຫາຍໄດ້​ເນັ້ນໜັກໃຫ້ບັນ​ດາ​ສະຫາຍຄະນະບໍລິຫານງານ, ປະທານກຳມະບານແຕ່ລະຮາກຖານ ຕ້ອງໄດ້ເອົາໃຈໃສ່​ເພີ່ມ​ເຕີມ ດັ່ງ​ນີ້: ສືບຕໍ່ເພີ່ມທະວີສຶກສາອົບຮົມການເມືອງ-ນໍາພາແນວຄິດ ໃຫ້​ບັນ​ດາ​ຖັນ​ແຖວ​ສະ​ມາ​ຊິກ​ກຳ​ມະ​ບານ​ຂອງ​ຕົນ ໃຫ້​ກວ້າງ​ຂວາງ ແລະ ເລິກເຊິ່ງກວ່າເກົ່າ; ສືບຕໍ່ປັບປຸງ ແລະ ຂະຫຍາຍອົງການຈັດຕັ້ງກໍາມະບານ ໃຫ້ມີຄວາມເຂັ້ມແຂງໃນທຸກດ້ານ ສາມາດເຄື່ອນໄຫວເຮັດລ້ອນໜ້າທີ່ການເມືອງຂອງຕົນ, ເອົາໃຈໃສ່ໃນການນໍາພາຮ່ວມຊີວິດຢ່າງເປັນປົກກະຕິຕາມກົດລະບຽບສະພັນກຳມະບານກຳນົດໄວ້; ເອົາໃຈໃສ່ປະຕິບັດພັນທະຈ່າຍເງິນຕາມກົດລະບຽບຂອງກອງທຶນຊ່ວຍເຫຼືອເຊີ່ງກັນ ແລະ ກັນ, ປະຕິບັດພາລະບົດບາດການເປັນຕົວແທນປົກປ້ອງສິດ ແລະ ຜົນປະໂຫຍດຂອງສະມາຊິກກຳມະບານໃຫ້ຖືກຕ້ອງ, ປະຕິບັດນະໂຍບາຍດ້ານຕ່າງໆ ໃຫ້ແກ່ສະ​ມາ​ຊິກ ໂດຍປະກອບເອກະສານໃຫ້ຖືກຕ້ອງ ແລະ ຄົບຖ້ວນ ຕາມກົດລະບຽບກອງທຶນ; ຕ້ອງສືບຕໍ່ອອກແຮງງານຈັດຕັ້ງປະຕິບັດວຽກງານຂະບວນການແຂ່ງຂັນ 05 ເປັນເຈົ້າ ຂອງສະຫະພັນກຳມະບານລາວໃຫ້ເປັນ​ຂະ​ບວນຟົດຟື້ນ ໃຫ້ເຂົ້າສູ່ຊີວິດຕົວຈິງ ຫັນເອົາຂໍ້ແ​ຂ່ງຂັນນີ້ ຕິດພັນກັບຂໍ້ແຂ່ງຂັນຮັກຊາດ-ພັດທະນາ, ສ້າງຕົວແບບທີ່ດີເດັ່ນດ້ານຕ່າງໆ ຢູ່ແຕ່ລະຮາກຖານ; ຕ້ອງຮີບຮ້ອນນຳເອົາກົດລະບຽບກອງທຶນຊ່ວຍເຫຼືອເຊີ່ງກັນ ແລະ ກັນ (ສະບັບປັບປຸງ) ໄປເຜີຍແຜ່ເຊື່ອມຊຶມໃຫ້ສະມາຊິກກຳມະບານ ໃນຄວາມຮັບຜິດຊອບຂອງຕົນໄດ້ຮັບຮູ້ ແລະ ເຂົ້າໃຈຢ່າງເລິກເຊີ່ງ; ຕ້ອງເອົາໃຈໃສ່ປັບປຸງແບບແຜນວິທີເຮັດວຽກ, ຕົ້ນຕໍແມ່ນປະຕິບັດຫຼັກການເຮັດວຽກແບບລວມສູນ ປະຊາທິປະໄຕ, ແບ່ງວຽກໃຫ້ບຸກຄົນຮັບຜິດຊອບຢ່າງ​ຂາດ​ຕົວ, ເຮັດວຽກຢ່າງມີແບບແຜນ, ມີການຕິດຕາມ, ກວດກາ ແລະ ປະເມີນຜົນ ຢ່າງເປັນປົກກະຕິ. ກອງປະຊຸມໄດ້ປິດລົງໃນເວລາ 11 ໂມງ 20 ນາທີ ຂອງວັນດຽວກັນ ດ້ວຍຜົນສຳເລັດອັນຈົບງາມ.

ພາບ ແລະ ຂ່າວໂດຍ: ພະແນກເຕັກໂນໂລຊີ ແລະ ການສື່ສານ

 

ວາລະສານ ດ້ານໄອຊີທີ
ສະຖິຕິຂະແໜງ ເຕັກໂນໂລຊີ ແລະ ການສື່ສານ
ວີດີໂອແນະນໍາ ການຂຶ້ນທະບຽນເລກໝາຍໂທລະສັບ