ກອງປະຊູມປະຈໍາປີ 2025 ວຽກງານເຕັກໂນໂລຊີ ແລະການສື່ສານເມືອງ ໄຊຍະບູລີ ທ່ານ ສອນສະຫວັນ ຈັນທະວົງ ຫົວໜ້າພະແນກໄດ້ໂອ້ລົມໃຫ້ທິດຊີ້ນໍາໃຫ້ຂະແໜງ ຕສ ເມືອງ ເອົາໃຈໃສ່ 4 ບັນຫາໃນການຂັບເຂື່ອນວຽກ ຫັນເປັນດິຈິຕອນ ໃນປີ 2026 ໃຫ້ປະກົດຜົນເປັນຈິງ.

10/03/2026 ~ 10/03/2026

ກອງປະຊູມປະຈໍາປີ 2025 ວຽກງານເຕັກໂນໂລຊີ ແລະການສື່ສານເມືອງ ໄຊຍະບູລີ ທ່ານ ສອນສະຫວັນ ຈັນທະວົງ ຫົວໜ້າພະແນກໄດ້ໂອ້ລົມໃຫ້ທິດຊີ້ນໍາໃຫ້ຂະແໜງ ຕສ ເມືອງ ເອົາໃຈໃສ່ 4 ບັນຫາໃນການຂັບເຂື່ອນວຽກ ຫັນເປັນດິຈິຕອນ ໃນປີ 2026 ໃຫ້ປະກົດຜົນເປັນຈິງ.

ໃນວັນທີ 5 ມີນາ 2026 ຢູ່ຫ້ອງປະຊູມຫ້ອງວ່າການປົກຄອງເມືອງ ໄຊຍະບູລີ ໄດ້ໄຂກອງປະຊູມປະຈໍາປີ 2025 ວຽກງານເຕັກໂນໂລຊີ ແລະການສື່ສານເມືອງ ຂຶ້ນ, ໂດຍການໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ທ່ານ ສອນສະຫວັນ ຈັນທະວົງ ຫົວໜ້າພະແນກເຕັກໂນໂລຊີ ແລະການສື່ສານແຂວງ, ທ່ານ ສົມຈິດ ຮັ່ງເຊັ່ງຊົວ ຮອງປະທານປົກຄອງເມືອງ ໄຊຍະບູລີ, ມີບັນດາທ່ານຜູ່ອໍານວຍການບໍລິສັດໂທລະຄົມຂັ້ນແຂວງ, ຫົວໜ້າ, ຮອງຫົວໜ້າຫ້ອງການອ້ອມຂ້າງເມືອງ ພ້ອມດ້ວຍພະນັກງານທີ່ເຮັດວຽກງານ ຕສ ຂັ້ນເມືອງ ໄດ້ເຂົ້າຮ່ວມຢ່າງພ້ອມພຽງ; ໃນກອງປະຊູມຄັ້ງນີ້ ພາຍຫລັງທີ່ໄດ້ຮັບຟັງການລາຍງານການປະຕິບັດວຽກງານຮອບດ້ານຂອງວຽກງານ ຕສ ເມືອງ ໄຊຍະບູລີ ປະຈໍາປີ 2025 ແລະ ທິດທາງແຜນການປີ 2026, ຫລັງຈາກນັ້ນ ຂະແໜງການຂັ້ນແຂວງ, ຂັ້ນເມືອງກໍ່ໄດ້ປະກອບຄໍາເຫັນໃສ່ບົດສະຫລຸບ ແລະທິດທາງການກະກຽມຫັນເປັນ 3 ເສົາຄໍ້າດິຈິຕອນ ເຊັ່ນ: ລັດດິຈິຕອນ, ເສດຖະກິດດິຈິຕອນ ແລະສັງຄົມດິຈິຕອນ; ຫລັງຈາກນັ້ນ ທ່ານ ສອນສະຫວັນ ຈັນທະວົງ ຫົວໜ້າພະແນກເຕັກໂນໂລຊີ ແລະການສື່ສານແຂວງ ໄຊຍະບູລີ ໄດ້ເນັ້ນໃຫ້ເມືອງເອົາໃຈໃສ່ 4 ບັນຫາຕົ້ນຕໍຄື:

          1). ສືບຕໍ່ສຶກສາອົບຮົມການເມືອງ ແນວຄິດຕໍ່ກັບພະແນກງານໃນຂົງເຂດ ຕສ ຂັ້ນເມືອງ, ຂັ້ນຕາແສງ ແລະຂັ້ນບ້ານ ໃຫ້ມີຄວາມຈູບຈ້າວຫ້າວຫັນ, ມີຄວາມຮັບຜິດຊອບສູງໃນການປະຕິບັດໜ້າທີ່ວຽກງານ ໃຫ້ມີຜົນສໍາເລັດ.

          2). ຮີບຮ້ອນຈັດຕັ້ງຜັນຂະຫຍາຍແຜນພັດທະນາວຽກງານ ຕສ 5ປີ (2026-2030) ໃຫ້ຕິດແທດກັບຄວາມເປັນຈິງການປະຕິບັດຢູ່ບັນດາບ້ານ, ຕາແສງຂອງເມືອງ ໂດຍສະເພາະແມ່ນ:

          2.1 ບັນຫາການຫັນເປັນລັດດິຈິຕອນ: ເນື້ອແທ້ແມ່ນການນໍາໃຊ້ ເຄື່ອງມືທັນສະໄໝເຂົ້າໃນການຄຸ້ມຄອງບໍລິຫານລັດ, ເຊັນ: ຂະແໜງການເງີນໄດ້ນໍາໃຊ້ໃນການຄຸ້ມຄອງລະບົບງົບປະມານ, ຄັງເງີນສົດ, ລະບົບຄຸ້ມຄອງການຈັດເກັບລາຍຮັບ; ການສືບຕໍ່ນໍາໃຊ້ລະບົບໂປຼແກຼມພາກລັດ ໂດຍເລີ້ມຈາກ ຫ້ອງການ ຕສ ເມືອງ ພວກເຮົາ; ເລັ່ງປັບປຸງການອອກຍຸດເຊີ ຂອງພະນັກງານພາຍໃນເມືອງ ເພື່ອກະກຽມນໍາໃຊ້ໂປແກມພາກລັດ; ຊຸກຍູ້ໃຫ້ຫ້ອງວ່າການປົກຄອງເມືອງ ມີເວັບໄຊ, ຫ້ອງການຄະນະໂຄສະນາອົບຮົມເມືອງ.

          2.2 ບັນຫາການຊຸກຍູ້ການຫັນເປັນເສດຖະກິດດິຈິຕອນ:

          - ເອົາໃຈໃສ່ຄຸ້ມຄອງການການລົງທະບຽນເລກໝາຍໂທລະສັບ(ຊິມກາດ) ຂອງບັນດາຫ້າງຮ້ານທີ່ຈໍາໜ່າຍອຸປະກອນໄອທີ

          - ເອົາໃຈໃສ່ຄຸ້ມຄອງການເຄື່ອນໄຫວວຽກງານດ້ານການຮັບ-ສົ່ງວັດຖຸພັນ ຂອງບັນດາສາຂາ ອານຸສິດ, ມີໄຊ, ຮຸ່ງອາລຸນ, ຢູນິທຽວ ແລະສາຂາອື່ນ...ໃຫ້ເຂົ້າສູ່ລະບຽບການ, ສົມທົບກັບແຂວງ ມີການກວດກາ ມາດຖານຢ່າງເປັນປົກກະຕິ ເພື່ອໃຫ້ສາມາດແກ້ໄຂໄດ້ບັນຫາຫຍໍ້ທໍ້ ທີ່ຕິດພັນບັນຫາດັ່ງກ່າວ; ສິ່ງສໍາຄັນບັນຫາດັ່ງກ່າວ ຕ້ອງແກ້ໄຂບັນຫາ ຕົ້ນເຫດ.

          - ເອົາໃຈໃສ່ຄຸ້ມຄອງພື້ນຖານໂຄງລ່າງດ້ານໂທລະຄົມມະນາຄົມ ໃຫ້ຮັບປະກັນ( ລະດູການຜະລິດ, ຄຸ້ມຄອງສາຍສົ່ງ, ຄຸ້ມຄອງເສົາສັນຍານ ທີ່ມີລະບົບໜໍ້ແປງຕ່າງໆ...); ເອົາໃຈໃສ່ຂອດການປະສານງານການເກັບກູ້ສາຍສົ່ງໃນຕົວເມືອງ ຂອງ 3 ບໍລິສັດໃຫ້ມີຄວາມສວຍງາມ.

          - ເອົາໃຈໃສ່ຂະຫຍາຍອິນເຕີເນັດເຂົ້າສູ່ຄອບຄົວ, ຫົວໜ່ວຍທຸລະກິດໃຫ້ໄດ້ຕາມຄາດໝາຍ, ໄປພ້ອມກັບການຂະຫຍາຍສັນຍານໄປສູ່ເຂດທີ່ບໍ່ມີສັນຍານ ແລະສັນຍານຕໍ່າ ໃຫ້ໄດ້ຮັບການປັບປຸງ.

        2.3 ບັນຫາຊຸກຍູ້ ຄຸ້ມຄອງ ສັງຄົມດິຈິຕອນ

          - ເພີ້ມທະວີການໂຄສະນາໃຫ້ບັນດາຫ້ອງການອ້ອມຂ້າງເມືອງ, ກຸ່ມນັກຮຽນ-ນັກສຶກສາ, ນັກທຸລະກິດປະກອບການ, ລວມທັງພໍ່ແມ່ປະຊາຊົນໃນແຕ່ລະບ້ານ ມີຄວາມຮັບຮູ້ເຂົາໃຈຕໍ່ກັບການນໍາໃຊ້ສື່ສັງຄົມອອນລາຍໃຫ້ຖືກຕ້ອງຕາມລະບຽບການ ຫລີກເວັ້ນການນໍາໃຊ້ສື່ສັງຄົມ ມາເປັນການປັນກະແສ ຕ້ານຕໍ່ກັບການໍາພາຊີ້ນໍາຂອງພວກເຮົາ, ເຫດເກີດຢູ່ຈຸດໃດ ຂະແໜງການທີ່ກ່ຽວຂ້ອງຕ້ອງຮີບຮ້ອນສົມທົບກັບ ຄະນະກຳມະການຄຸ້ມຄອງອິນເຕີເນັດ ແລະ ການຫັນເປັນດິຈຕອນ ພ້ອມກັນແກ້ໄຂໃຫ້ທັນເວລາ.

          3). ຢາກເຮັດສໍາເລັດບັນດາໜ້າວຽກງານ ທີ່ໄດ້ກ່າວມາຂ້າງເທິງນັ້ນ ສະເໜີການນໍາຂອງຫ້ອງການ ຕສ ເມືອງ ໄຊຍະບູລີ ຂອງພວກເຮົາ ເພີ້ມທະວີໃນການປັບປຸງແບບແຜນວິທີເຮັດວຽກ, ປັບປຸງພັດທະນາບຸກຄະລາກອນ ພາຍໃນຂະແໜງ ຕສ ເມືອງພວກເຮົາຕ້ອງໄດ້ມີການຮຽນຮູ້, ພັດທະນາຕົນເອງ, ຕ້ອງມີຄວາມຮູ້ທ່ວງທັນກັບການປ່ຽນແປງຂອງຍຸກໂລກາພິວັດ ເພາະວຽກໄອທີ ມັນມີການ ຜັນແປຢ່າງໄວວາ.

          4). ສະເໜີມາຍັງບັນດາຫ້ອງການອ້ອມຂ້າງເມືອງ ຊ່ວຍຂັບເຂື່ອນ 3 ເສົາຄໍ້າດິຈິຕອນ ທີ່ໄດ້ສະເໜີໄປນັ້ນ ເຂົ້າໃນຂະແໜງການຂອງຕົນ ເພື່ອໃຫ້ການບໍລິຫານຄຸ້ມຄອງ ວຽກພາຍໃນຫ້ອງການຕົນມີ ປະສິດທິພາບ.

          ໃນຕ້ອນທ້າຍຂອງກອງປະຊຸມທ່ານຫົວໜ້າພະແນກຍັງໄດ້ມອບເງີນຊ່ວຍເຫລືອກອງປະຊຸມປະຈໍາປີຂອງເມືອງ ຕື່ມຈໍານວນໜຶ່ງ.

ພາບ ແລະ ບົດຂ່າວໂດຍ: ສຸທິນ ມຸນຖິ່ນໄທ ພະແນກ ຕສ ແຂວງ ໄຊຍະບູລີ

 

ວາລະສານ ດ້ານໄອຊີທີ
ສະຖິຕິຂະແໜງ ເຕັກໂນໂລຊີ ແລະ ການສື່ສານ
ວີດີໂອແນະນໍາ ການຂຶ້ນທະບຽນເລກໝາຍໂທລະສັບ