02/01/2026 ~ 02/01/2026

ໃນຕອນເຊົ້າຂອງວັນທີ 30 ທັນວາ 2025 ຄະນະ ຊປປລ ຮາກຖານພະແນກເຕັກໂນໂລຊີ ແລະ ການສື່ສານ ແຂວງໄຊຍະບູລີ ໄດ້ເປີດກອງປະຊຸມ ສະຫຼຸບວຽກງານຊາວໜຸ່ມ ປະຈຳປີ 2025 ແລະ ວາງທິດທາງແຜນການປີ 2026 ແລະ ການປະເມີນຂໍ້ແຂ່ງຂັນ 4 ບຸກ ປີ 2025 ຂື້ນຢູ່ທີ່ຫ້ອງປະຊຸມ ພະແນກເຕັກໂນໂລຊີ ແລະ ການສື່ສານແຂວງ ໂດຍໃຫ້ກຽດເປັນປະທານສະຫາຍ ພຸດທະລາ ພັນກ້າ ເລຂາຄະນະ ຊປປລ ຮາກຖານພະແນກ ຕສ ແຂວງ, ເປັນກຽດເຂົ້າຮ່ວມຂອງ ສະຫາຍ ສອນສະຫວັນ ຈັນທະວົງ ເລຂາຄະນະພັກຮາກຖານ, ຫົວໜ້າພະແນກເຕັກໂນໂລຊີ ແລະ ການສື່ສານແຂວງ, ມີຄະນະໜ່ວຍ ຊປປລ, ແຂກຖືກເຊີນ ຕະຫຼອດຮອດສະມາຊິກຊາວໜຸ່ມທັງໝົດເຂົ້າຮ່ວມ.

ໃນກອງປະຊຸມ ສະຫາຍ ພຸດທະລາ ພັນກ້າ ເລຂາຄະນະ ຊປປລ ຮາກຖານພະແນກ ຕສ ແຂວງ ໄດ້ຂື້ນຜ່ານຮ່າງ ບົດສະຫຼຸບວຽກງານຊາວໜຸ່ມ ປີ 2025 ແລະ ທິດທາງແຜນການປີ 2026. ເຊີ່ງຕະຫລອດໄລຍະຜ່ານມາ ຄະນະໜ່ວຍຊາວໜຸ່ມພວກເຮົາແມ່ນໄດ້ສຸມໃສ່ການສຶກສາອົບຮົມການເມືອງ - ແນວຄິດໃຫ້ສະມາຊິກຊາວໜຸ່ມພາຍໃນໜ່ວຍຂອງຕົນເປັນບັນຫາສໍາຄັນ ແລະ ໄດ້ສຸມທຸກສະຕິປັນຍາ ແລະ ເຫື່ອແຮງເຂົ້າໃນວຽກງານວິຊາສະເພາະ ແລະ ມີຄວາມຕັດສິນໃຈຜ່ານຜ່າຂໍ້ຫຍຸ້ງຍາກ ເຮັດສໍາເລັດໜ້າທີ່ການເມືອງຂອງຕົນ ແລະ ເຂົ້າຮ່ວມທຸກໆຂະບວນການທີ່ຂັ້ນເທິງຈັດຕັ້ງໄດ້ມອບໝາຍໃຫ້. ພ້ອມນັ້ນກໍ່ຍົກໃຫ້ເຫັນດ້ານດີ, ດ້ານອ່ອນ ແລະ ຂໍ້ຄົງຄ້າງທີ່ຕ້ອງແກ້ໄຂໃນຕໍ່ໜ້າ ເຊີ່ງສະແດງອອກ: ໄດ້ເອົາໃຈໃສ່ເປັນເສນາທິການໃຫ້ແກ່ຄະນະພັກຮາກຖານ ໃນການຕິດຕາມກວດການຳພາຮ່ວມຊີວິດ ແລະ ເກັບກໍາສະພາບຮອບດ້ານ ເພື່ອສະຫຼຸບລາຍງານຂັ້ນເທິງເປັນປົກກະຕິ.

ນອກນັ້ນສະມາຊິກຊາວໜຸ່ມພວກເຮົາກໍ່ໄດ້ເອົາໃຈໃສ່ວຽກງານແກ້ໄຂຊິວິດການເປັນຢູ່, ດໍາລົງຊີວິດຖືກຕ້ອງປອດໃສຂາວສະອາດ ໃຊ້ຈ່າຍປະຢັດ, ມີເຫດຜົນ , ຫຼາຍສະຫາຍກໍ່ໄດ້ດໍາເນີນການຜະລິດ ສ້າງເສດຖະກິດຄອບຄົວຂອງຕົນເອງໂດຍອີງໃສ່ເງື່ອນໄຂ ແລະ ຄວາມສາມາດຕົວຈິງ ຂອງແຕ່ລະສະຫາຍເຊັ່ນ: ການປູກຝັ່ງ-ລ້ຽງສັດ, ຄ້າຂາຍ ແລະ ອື່ນໆ ເພື່ອແກ້ໄຂຊິວິດການເປັນຢູ່ໃຫ້ດີຂື້ນເທື່ອລະກ້າວ.
ຜ່ານການຈັດຕັ້ງປະຕິບັດຂໍ້ແຂງຂັ້ນ 4 ບຸກ ສາມາດປະຕິບັດໄດ້, ບຸກດ້ານແນວຄິດ 93 % ບຸກດ້ານການຝຶກຝົນຫຼໍ່ຫຼອມຮໍ່າຮຽນ ປະຕິບັດໄດ້ 92,5 % ບຸກດ້ານການຈັດຕັ້ງ ປະຕິບັດໄດ້ 93,25 % ບຸກດ້ານວິຊາຊີບ - ສ້າງວຽກເຮັດງານທໍາ ຫຼື ວິຊາສະເພາະ ປະຕິບັດໄດ້ 94, 25% ໃນນັ້ນສະມາຊິກຊາວໜຸ່ມພາຍໃນໜ່ວຍທັງໝົດ 38 ສະຫາຍ, ຍິງ 20 ສະຫາຍ, ຜ່ານການປະເມີນການຈັດຕັ້ງ ເນື້ອໃນຂໍ້ແຂ່ງຂັນ 04 ບຸກ ໄດ້ປະເພດແຂງ.
ຕອນທ້າຍຂອງກອງປະຊຸມຍັງໄດ້ຮັບຟັງການໂອລົມ ແລະ ມີຄໍາເຫັນຊີ້ນໍາ ຈາກສະຫາຍ ສອນສະຫວັນ ຈັນທະວົງ ເລຂາຄະນະພັກຮາກຖານ, ຫົວໜ້າພະແນກເຕັກໂນໂລຊີ ແລະ ການສື່ສານແຂວງ ຕື່ມອີກ.

ຂ່າວ+ພາບໂດຍ: ທີມງານພະແນກເຕັກໂນໂລຊີ ແລະ ການສື່ສານແຂວງ

