ຝຶກອົບຮົມກະກຽມ ແລະ ດໍາເນີນການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະມາຊິກສະພາປະຊາຊົນແຂວງ ຊຸດທີ V.

31/12/2025 ~ 31/12/2025

ຝຶກອົບຮົມກະກຽມ ແລະ ດໍາເນີນການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະມາຊິກສະພາປະຊາຊົນແຂວງ ຊຸດທີ V.

ຕອນເຊົ້າວັນທີ 31 ທັນວາ 2025 ນີ້ ຢູ່ທີ່ຫໍປະຊຸມໃຫຍ່ຂອງແຂວງໄຊຍະບູລີ ໄດ້ຈັດຝຶກອົບຮົມກະກຽມ ແລະ ດໍາເນີນການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະມາຊິກສະພາປະຊາຊົນແຂວງ ຊຸດທີ V ພາຍໃຕ້ການເປັນປະທານຂອງທ່ານ ເພັງນິລັນ ຄໍາພັນເພັງ ເລຂາພັກແຂວງ ປະທານສະພາປະຊາຊົນແຂວງໄຊຍະບູລີ, ທ່ານ ພົທ ສຸວອນ ເລືອງບຸນມີ ກໍາມະການສູນກາງພັກ, ຮອງປະທານສະພາແຫ່ງຊາດ, ຄະນະປະຈໍາພັກແຂວງ, ກໍາມະການພັກແຂວງ, ສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 7, ສະມາຊິກສະພາປະຊາຊົນແຂວງປະຈໍາເຂດເລືອກຕັ້ງທົ່ວເມືອງ, ຫົວໜ້າ, ຮອງຫົວໜ້າພະແນກການ, ຮອງເຈົ້າເມືອງ, ອົງການ, ກົມກອງ, ພະນັກງານຫຼັກແຫຼ່ງໃນທົ່ວແຂວງ ໄຊຍະບູລີເຂົ້າຮ່ວມ.
ໃນວາລະດໍາເນີນຝຶກອົບຮົມກ່ຽວກັບການກະກຽມ ແລະ ດໍາເນີນການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະມາຊິກສະພາປະຊາຊົນແຂວງ ຊຸດທີ V ນັກສໍາມະນາກອນຈະໄດ້ຮຽນຮູ້ບັນດາເອກະສານທີ່ສໍາຄັນຄື: ເຊື່ອມຊົມ ມະຕິຂອງ ຄະນະປະຈຳພັກແຂວງ ເລກທີ 662 ລົງວັນທີ 09 ທັນວາ 2025 ວ່າດ້ວຍການເພີ່ມ ທະວີ ການນໍາພາ-ຊີ້ນໍາ ຂອງຄະນະພັກທຸກຂັ້ນໃນທົ່ວແຂວງຕໍ່ການ ເລືອກຕັ້ງ ສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນ ແຂວງ ຊຸດທີ V, ເພິ່ມທະວີການນໍາພາແນວຄິດ, ເສີມຂະຫຍາຍສິດ ປະຊາທິປະໄຕ ຂອງປວງຊົນລາວບັນດາເຜົ່າ ເພື່ອການເລືອກຕັ້ງ ສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະມາຊິກສະພາປະຊາຊົນ ແຂວງ ຊຸດທີ V, ເນື້ອໃນຂອງກົດໝາຍວ່າດ້ວຍການເລືອກຕັ້ງສະມາຊິກສະພາແຫ່ງຊາດ ແລະ ສະມາຊິກສະພາປະຊາຊົນແຂວງ ການແນະນໍາກ່ຽວກັບການສ້າງແຜນງົບປະມານຮັບໃຊ້ການເລືອກຕັ້ງ, ຄໍາແນະນໍາຂອງຄະນະກຳມະການເລືອກຕັ້ງຂັ້ນແຂວງ ການໂຄສະນາ ແລະ ປຸກລະດົມຂະບວນການ ແລະ ຍ້ອງຍໍ ບັ້ນເລືອກ ຕັ້ງ,ເຊື່ອມຊົມ ແລະ ຈັດຕັ້ງປະຕິບັດແຜນດໍາເນີນງານ ຂອງ ຄະນະກຳມະການເລືອກຕັ້ງຂັ້ນແຂວງ ເລກທີ 02 ລົງວັນທີ 8 ທັນວາ 2025, ເພື່ອການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະມາຊິກສະພາປະຊາຊົນແຂວງ ຊຸດທີ V,ຄໍາແນະນໍາຂອງ ຄະນະກຳມະການເລືອກຕັ້ງຂັ້ນແຂວງ ເລກທີ 05 ລົງວັນທີ 17 ທັນວາ 2025, ກ່ຽວກັບການ ແຕ່ງຕັ້ງ ອານຸກຳມະການ ຂອງ ຄະນະກຳມະການເລືອກຕັ້ງ ແລະ ຄະນະ ຮັບຜິດຊອບໜ່ວຍປ່ອນບັດເລືອກຕັ້ງ, ເອກະສານ ຖາມ-ຕອບກ່ຽວກັບການເສີມຂະຫຍາຍສິດເປັນເຈົ້າ ຂອງ ພະະ ປະຊາຊົນລາວບັນດາເຜົ່າ ໃນການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ X ແລະ ສະມາຊິກສະພາປະຊາຊົນແຂວງຊຸດທີ V, ເອກະສານ ຖາມ-ຕອບ ກ່ຽວກັບສະພາແຫ່ງຊາດ ແລະ ສະພາ ປະຊາຊົນຂັ້ນແຂວງ ເພື່ອການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດ ທີ X ແລະ ສະມາຊິກສະພາປະຊາຊົນແຂວງ ຊຸດທີ V, ເອກະສານ ຖາມ-ຕອບ ກ່ຽວກັບການເລືອກຕັ້ງສະມາຊິກສະພາແຫ່ງ ຊາດ ແລະ ສະມາຊິກສະພາປະຊາຊົນແຂວງ, ເຊື່ອມຊືມຄໍາແນະນໍາຂອງຄະນະກຳມະການເລືອກຕັ້ງ ຂັ້ນແຂວງກ່ຽວກັບການນໍາພາ-ຊີ້ນໍາ ວຽກງານປ້ອງກັນຊາດ-ປ້ອງກັນ ຄວາມສະຫງົບ ໃຫ້ແກ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະມາຊິກສະພາປະຊາຊົນແຂວງ ຊຸດທີ V. ທັງນີ້ ກໍ່ເພື່ອເຮັດໃຫ້ການລົງດໍາເນີນການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີX ແລະ ສະມາຊິກສະພາປະຊາຊົນແຂວງ ຊຸດທີ V ໃຫ້ໄດ້ຮັບຜົນສໍາເລັດຕາມແຜນການທີ່ວາງໄວ້.
ຂ່າວ+ພາບໂດຍ: News.XBL

 

ວາລະສານ ດ້ານໄອຊີທີ
ສະຖິຕິຂະແໜງ ເຕັກໂນໂລຊີ ແລະ ການສື່ສານ
ວີດີໂອແນະນໍາ ການຂຶ້ນທະບຽນເລກໝາຍໂທລະສັບ