31/12/2025 ~ 31/12/2025

ໃນລະຫວ່າງວັນທີ 14-21 ທັນວາ 2025 ທີ່ຜ່ານມາ, ທ່ານ ໄຊລືຊາ ອິນສີຊຽງໃໝ່, ຮອງລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ນຳພາຄະນະຜູ້ແທນຈາກ ກຕສ ພ້ອມທັງ ບໍລິສັດໄອທີ ແລະ ວິສາຫະກິດ Startup ຂອງລາວ ຈຳນວນ 08 ບໍລິສັດ ເດີນທາງຢ້ຽມຢາມ ແລະ ແລກປ່ຽນ ກ່ຽວກັບການພັດທະນາ ແລະ ໃຫ້ບໍລິການ ອຸທິຍານດິຈິຕອນ ຂອງ ສ.ເກົາຫຼີ ໃນງານເຊື່ອມໂຍງນະວັດຕະກຳ ແລະ ເຕັກໂນໂລຊີ ເກົາຫຼີ ຄັ້ງທີ 2 (2nd Korea Tech Station).

ໂອກາດດັ່ງກ່າວ, ທ່ານຮອງລັດຖະມົນຕີ ພ້ອມດ້ວຍຄະນະ ໄດ້ພົບປະສອງຝ່າຍກັບ ທ່ານ Gyu Taek LEE, ປະທານສະມາຄົມສົ່ງເສີມອຸທິຍານເຕັກໂນໂລຊີ ສ. ເກົາຫຼີ ຫຼື Korea Techno Park Association (KTPA) ແລະ ຄະນະ ເພື່ອປຶກສາຫາລືແລກປ່ຽນທາງດ້ານນະໂຍບາຍ, ວິໄສທັດ ແລະ ປະສົບການ ດ້ານການພັດທະນາອຸທິຍານດິຈິຕອນ, ການບໍລິຫານຄຸ້ມຄອງອຸທິຍານເຕັກໂນໂລຊີ (Techno Park) ແລະ ການສົ່ງເສີມວິສາຫະກິດ. ພ້ອມນີ້, ໄດ້ຢ້ຽມຊົມພິພິຕະພັນນະວັດຕະກຳຊຳຊຸງ (Samsung Innovation Museum) ທີ່ ເມືອງຊູວອນ, ພ້ອມທັງປະຊຸມທາງທຸລະກິດ ເພື່ອເຊື່ອມໂຍງການຮ່ວມມື ລະຫວ່າງ ບໍລິສັດໄອທີຂອງລາວ ແລະ ເກົາຫຼີ. ນອກຈາກນີ້, ຄະນະຜູ້ແທນລາວ ຍັງໄດ້ຢ້ຽມຊົມຮູບແບບການເຮັດວຽກຕົວຈິງຂອງອຸທິຍານເຕັກໂນໂລຊີ ທີ່ເມືອງຈອນບຸກ (Jeonbuk Techno Park), ເຂດຕົວຢ່າງການກະສິກຳອັດສະລິຍະ (Smart Farm Valley) ທີ່ນໍາເອົາເຕັກໂນໂລຊີດິຈິຕອນ ມາພັດທະນາການກະສິກຳອັດສະລິຍະ ທີ່ນຳໃຊ້ເຕັກໂນໂລຊີຂໍ້ມູນຂ່າວສານ, ອິນເຕີເນັດແຫ່ງຊັບພະສິ່ງ (IoT), ລະບົບຄວບຄຸມອັດຕະໂນມັດ, ປັນຍາປະດິດ (AI) ແລະ ການວິເຄາະຂໍ້ມູນ Big Data ເພື່ອເພີ່ມປະສິດທິພາບການຜະລິດ, ຫຼຸດຕົ້ນທຶນ ແລະ ສົ່ງເສີມການກະສິກຳທີ່ຍືນຍົງ.

ການເຂົ້າຮ່ວມງານໃນຄັ້ງນີ້, ຖືເປັນການສ້າງພື້ນຖານທີ່ສຳຄັນ ໃນການນຳເອົາຜົນທີ່ໄດ້ຮັບ ມາປະຍຸກໃຊ້ເຂົ້າໃນ ໂຄງການພັດທະນາອຸທິຍານດິຈິຕອນ (Lao Digital Park) ຂອງ ສປປ ລາວ. ໂດຍມີເປົ້າໝາຍເພື່ອຍົກລະດັບຂີດຄວາມສາມາດດ້ານດິຈິຕອນ, ສ້າງລະບົບນິເວດ Startup ໃຫ້ມີຄວາມເຂັ້ມແຂງ ແລະ ສ້າງສິ່ງອໍານວຍຄວາມສະດວກໃຫ້ແກ່ນັກລົງທຶນທັງພາຍໃນ ແລະ ຕ່າງປະເທດ. ບົດຮຽນຈາກ ສ.ເກົາຫຼີ ຈະເປັນແນວທາງສຳຄັນໃນການວາງນະໂຍບາຍ ເພື່ອຊຸກຍູ້ໃຫ້ອຸທິຍານດິຈິຕອນຂອງລາວ ກາຍເປັນສູນກາງແຫ່ງນະວັດຕະກຳ ທີ່ສາມາດຂັບເຄື່ອນເສດຖະກິດດິຈິຕອນໃຫ້ເຕີບໃຫຍ່ຢ່າງຍືນຍົງ.


