24/12/2025 ~ 24/12/2025

ວັນທີ 24 ທັນວາ 2025, ກອງປະຊຸມສຳມະນາສ້າງຄວາມເຂັ້ມແຂງໃຫ້ຄະນະກຳມະການຄຸ້ມຄອງອິນເຕີເນັດຂັ້ນແຂວງ/ນະຄອນຫຼວງ ໃນຂອບເຂດທົ່ວປະເທດ (ຄຄ ອຂ), ໃຫ້ກຽດເປັນປະທານໂດຍ ທ່ານ ແກ້ວວິສຸກ ໂສລະພົມ ຮອງລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ,ມີຫົວໜ້າກົມ,ຫ້ອງວ່າການແຂວງ,ຫົວໜ້າພະແນກ, ຮອງຫົວໜ້າກົມ, ຮອງຫົວໜ້າກອງບັນຊາການ ປກສ ແຂວງ,ພ້ອມດ້ວຍຄະນະກໍາມະການຄຸ້ມຄອງອິນເຕີເນັດ ຂັ້ນແຂວງ/ນະຄອນຫຼວງ ໃນຂອບເຂດທົ່ວປະເທດ ເຂົ້າ ຮ່ວມ.

ທ່ານ ແກ້ວວິສຸກ ໂສລະພົມ ໄດ້ກ່າວວ່າ: ປັດຈຸບັນສື່ສັງຄົມອອນລາຍໄດ້ເຕີບໃຫຍ່ຂະຫຍາຍຕົວຢ່າງໄວວາ ເຮັດໃຫ້ຜູ້ຊົມໃຊ້ຫຼາຍພັນລ້ານຄົນທົ່ວໂລກສາມາດເຊື່ອມຕໍ່,ແບ່ງປັນຂໍ້ມູນ ແລະ ພົວພັນກັນໄດ້ໃນເວລາຈິງ,ເຊິ່ງໄດ້ປ່ຽນແປງວິທີການສື່ສານ, ດຳເນີນທຸລະກິດ, ການດຳລົງຊີວິດໃນສັງຄົມມີການປ່ຽນແປງຢ່າງພື້ນຖານ,ການພັດທະ ນາທີ່ວ່ອງໄວນີ້ ບໍ່ພຽງແຕ່ເປັນແຮງກະຕຸ້ນທີ່ສຳຄັນສຳລັບການຫັນປ່ຽນດິຈິຕອນ ແລະ ນະວັດຕະກຳເທົ່ານັ້ນ ແຕ່ຍັງເພີ່ມຄວາມສ່ຽງທີ່ກ່ຽວຂ້ອງກັບຄວາມປອດໄພທາງໄຊເບີ, ຂໍ້ມູນທີ່ບໍ່ຖືກຕ້ອງ, ການໃສ່ຮ້າຍປ້າຍສີ, ສ້າງຂໍ້ມູນບິດ ເບືອນ,ການຫຼອກລວງທາງອອນລາຍ ແລະ ບັນຫາອື່ນໆ. ເຊິ່ງສ້າງຄວາມຈຳເປັນອັນຮີບດ່ວນ ເພື່ອປັບປຸງຂອດການຈັດຕັ້ງ ແລະ ຄວາມສາມາດໃນການຄຸ້ມຄອງລັດ ໃນຍຸກດິຈິຕອນນີ້.ສະນັ້ນ, ວຽກງານຄຸ້ມຄອງອິນເຕີເນັດ ກໍແມ່ນວຽກງານໜຶ່ງທີ່ຕັດຂາດບໍ່ໄດ້ໃນການພັດທະນາສ້າງສາປະ ເທດຊາດໃນລະບອບໃໝ່ ຂອງພວກເຮົາ,ເພາະອິນເຕີເນັດ ເປັນເຄື່ອງມື,ເປັນຫົນທາງ, ເປັນໂຄງລ່າງພື້ນຖານທີ່ສໍາຄັນ ຮອງຮັບໃຫ້ແກ່ວຽກງານການຫັນເປັນດິຈິຕ໋ອນ.

ດັ່ງນັ້ນ, ຄະນະກໍາມະການຄຸ້ມຄອງອິນເຕີເນັດແຫ່ງຊາດ (ຄຄອຊ) ຈຶ່ງໄດ້ເປີດຊຸດຝຶກອົບຮົມນີ້ຂຶ້ນ ເພືີ່ອສ້າງຄວາມເຂັ້ມແຂງໃນວຽກງານຄຸ້ມຄອງອິນເຕີເນັດຂັ້ນແຂວງທົ່ວປະເທດ ແລະ ວຽກງານການຫັນເປັນດິຈິຕອນ ຂອງຊາດ ເພື່ອໃຫ້ຍົກສູງສະຕິເປັນເຈົ້າໃນການ ສະກັດກັ້ນ, ຕອບຕ້ານ ແລະ ໃຫ້ຂໍ້ມູນທີ່ຖືກຕ້ອງແກ່ສັງຄົມ ເຊິ່ງຈະໄດ້ດຳ ເນີນການຝຶກອົບຮົມເປັນເວລາ 2 ວັນ, ຈະມີການແລກ ປ່ຽນກັນບົດຮຽນຊຶ່ງກັນແລະກັນ ໃນຫົວຂໍ້: ພາລະບົດ ບາດຂອງ ຄຄອຊ ແລະ ວຽກງານການຄຸ້ມຄອງຂໍ້ມູນຂ່າວ ສານຜ່ານອິນເຕີເນັດ (ສະເໜີໂດຍ: ສູນອິນເຕີນັດແຫ່ງ ຊາດ, ຫ້ອງການກອງເລຂາ ຄຄອຊ); ເນື້ອໃນຂ່າວ ແລະ ຂັ້ນຕອນຖະແຫຼງຂ່າວ (ສະເໜີໂດຍ: ກົມປະຊາສໍາພັນ, ຫສນຍ); ການຕອບຕ້ານກົນອຸບານຂອງກຸ່ມຄົນບໍ່ດີ (ສະ ເໜີໂດຍ: ກົມສື່ມວນຊົນ,ຄະນະໂຄສະນາອົບຮົມສູນກາງພັກ); ການໃຫ້ຄວາມຮູ້ກ່ຽວກັບການກວດສອບຂ່າວປອມ ແລະ ຂັ້ນຕອນການແຈ້ງຄວາມ (ສະເໜີໂດຍ: ກົມຕຳຫຼວດສືບສວນ-ສອບສວນ ກົມໃຫຍ່ຕໍາຫຼວດ ກະຊວງ ປກສ); ການຄົ້ນຫາຂໍ້ມູນ ແລະ ແກ້ໄຂບັນຫາທາງສື່ອອນລາຍ (ສະເໜີໂດຍ: ກົມຄວາມປອດໄພທາງໄຊເບີ ກະຊວງ ສຕ)

ສຳລັບຊຸດຝຶກອົບຮົມໃນມື້ນີ້, ເປົ້າໝາຍ ກໍເພື່ອສ້າງຄວາມເຂັ້ມແຂງໃນວຽກງານຄຸ້ມຄອງອິນເຕີເນັດ ກໍຄື ການຄຸ້ມຄອງຂໍ້ມູນຂ່າວສານຜ່ານອິນເຕີເນັດ ແລະ ອີກສິ່ງໜຶ່ງ ຂ້າພະເຈົ້າ ເຊື່ອວ່າ ຫຼັງຈາກບັນດາທ່ານໄດ້ຮັບຟັງການບັນ ຍາຍຂອງບັນດາທ່ານນັກວິທະຍາກອນ ແລະ ຜ່ານການແລກປ່ຽນຄຳຄິດຄຳເຫັນຕະຫຼອດມື້ນີ້, ບັນດາທ່ານຈະໄດ້ມີຄວາມຮັບຮູ້ເພີ່ມຫຼາຍຂຶ້ນ ແລະ ຈະຊ່ວຍເປັນກຳລັງແຮງ ໃນວຽກງານການຄຸ້ມຄອງອິນເຕີເນັດຂອງຊາດເຮົາ ໃຫ້ເຂັ້ມແຂງຂຶ້ນເປັນກ້າວໆ.


