ກອງປະຊຸມສະຫຼຸບຕີລາຄາຜົນການຈັດຕັ້ງປະຕິບັດວຽກງານການສໍາຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສ ຄັ້ງທີ V ປີ 2025.
22/12/2025 ~ 22/12/2025

ຕອນບ່າຍວັນທີ 19 ທັນວາ 2025 ນີ້ ຢູ່ທີ່ຫ້ອງປະຊຸມຫ້ອງວ່າການແຂວງໄຊຍະບູລີ ໄດ້ຈັດກອງປະຊຸມສະຫຼຸບຕີລາຄາຜົນການຈັດຕັ້ງປະຕິບັດວຽກງານການສໍາຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສ ຄັ້ງທີ V ປີ 2025 ຂຶ້ນຢ່າງເປັນທາງການ ພາຍໃຕ້ການເປັນປະທານຂອງທ່ານ ດວງຕາ ໄຊວຸດ ຮອງເລຂາພັກແຂວງ ປະທານກໍາມະການປົກຄອງແຂວງໄຊຍະບູລີ, ມີບັນດາກໍາມະປະຈໍາພັກແຂວງ, ກໍາມະການພັກແຂວງ, ຫົວໜ້າ, ຮອງຫົວໜ້າພະແນກການ, ມີຄະນະນໍາຊີ້ນໍາ ພ້ອມດ້ວຍຫ້ອງການສໍາຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສ ຄັ້ງທີ V ປີ 2025 ຂອງແຂວງ, ເມືອງ 11 ເມືອງ ເຂົ້າຮ່ວມ ແບບເຊິ່ງໜ້າ ແລະ ທາງໄກ.
ໃນວາລະກອງປະຊຸມ ທ່ານ ຄໍາເຫຼັກ ແກ້ວວິໄລພອນ ກໍາມະການປະຈໍາພັກແຂວງ ຫົວໜ້າພະແນກການເງິນແຂວງ ທັງເປັນຮອງຫົວໜ້າຄະນະຊີ້ນໍາການສໍາຫຼວດຂັ້ນແຂວງ ໄດ້ລາຍງານສະຫຼຸບຕີລາຄາຜົນການຈັດຕັ້ງປະຕິບັດວຽກງານການສໍາຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສ ຄັ້ງທີ V ປີ 2025 ວ່າ: ການເດີນສໍາຫຼວດແມ່ນໄດ້ແບ່ງອອກເປັນ 3 ໄລຍະ ຄື: ໄລຍະທີ 1 ນັບແຕ່ ວັນທີ 29 ເມສາ 2025 - 30 ມິຖຸນາ 2025, ໄລຍະທີ 2 ວັນ ທີ 3 ພະຈິກ ຫາ 14 ທັນວາ 2025, ໄລຍະທີ 3 ແຕ່ເດືອນ ມັງກອນ ຫາ ເດືອນມິຖຸນາ ປີ 2026. ມາຮອດປະຈຸບັນໄດ້ເກັບກຳຂໍ້ມູນພາກສະໜາມສໍາເລັດທຸກ 11 ເມືອງ ແລະ ສາມາດສະຫຼຸບຕີລາຄາ ຜົນການຈັດຕັ້ງປະຕິບັດວຽກງານການສໍາຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສ ຄັ້ງທີ V ປີ 2025 ດ້ານບຸກຄະລາກອນ ແຂວງໄຊຍະບູລີປະກອບມີ ເຂດສໍາຫຼວດ ທັງໝົດ 458 ເຂດ ໃນນັ້ນ, ເມືອງ ໄຊຍະບູລີ 69 ເຂດ, ເມືອງຄອບ 25 ເຂດ, ເມືອງຫົງສາ 39 ເຂດ, ເມືອງເງິນ 20 ເຂດ, ເມືອງຊຽງຮ່ອນ 40 ເຂດ, ເມືອງພຽງ 87 ເຂດ, ເມືອງປາກລາຍ 73 ເຂດ, ເມືອງແກ່ນທ້າວ 51 ເຂດ, ເມືອງບໍ່ ແຕນ 28 ເຂດ, ເມືອງທົ່ງມີໄຊ 12 ເຂດ ແລະ ເມືອງໄຊສະຖານ 14 ເຂດ, ນໍາໃຊ້ບຸກຄະລາ ກອນທັງໝົດ 714 ທ່ານ ໃນນັ້ນ ນັກກວດກາ 130 ທ່ານ, ສາຮອງ 19 ທ່ານ ແລະ ນັກເດີນສໍາຫຼວດ 508 ທ່ານ, ສໍາຮອງ 57 ທ່ານ. ຜ່ານການປະຕິບັດຕົວຈິງໃນພາກສະໜາມແຕ່ວັນທີ 03 ພະຈິກ ຫາ 14 ທັນວາ 2025 ທົ່ວ ແຂວງໄຊຍະບູລີສາມາດສໍາເລັດເກັບກຳຂໍ້ມູນເບື້ອງຕົ້ນໄດ້ທີ່ຢູ່ອາໄສ ແຂວງໄຊຍະບູລີທັງໝົດມີ 163,284 ທີ່ຢູ່ອາໄສ ເຊິ່ງສາມາດເກັບກຳຂໍ້ມູນຕົວຈິງໃນພາກສະໜາມຈໍານວນທີ່ຢູ່ອາໄສທັງໝົດ ມີ 102,943 ທີ່ຢູ່ອາໄສ ກວມເອົາ 63.43% ແລະ ຈໍານວນທີ່ບໍ່ແມ່ນທີ່ຢູ່ອາໄສມີ ສ້າງສິນຄ້າ, ຄອກລົດ, ຖຽງໄຮ່ ຖຽງນາ ແລະ ຄ້າຍທະຫານ ແລະ ຄ້າຍຕຳຫຼວດທັງ ໝົດມີ 60,341 ທີ່ຢູ່ອາໄສ ກວມເອົາ 36.57%. ຈໍານວນທີ່ຢູ່ອາໄສທີ່ບໍ່ສາມາດຕິດຕໍ່ໄດ້ມີ 21 ທີ່ຢູ່ອາໄສ ເທົ່າກັບ 0.02% ສ່ວນຮ້ອຍ,ຄົວເຮືອນລວມໝູ່ ແລະ ຄົວເຮືອນສ່ວນບຸກຄົນ ທັງໝົດມີ 88,780 ຄົວເຮືອນ ເຮືອນສ່ວນບຸກຄົນທັງໝົດມີ 88,167 ຄົວເຮືອນ ແລະ ຄົວເຮືອນລວມໝູ່ທັງໝົດມີ 613 ຄົວເຮືອນ (ຄົວເຮືອນລວມໝູ່ມີ ວັດ, ແຄ້ມຄົນງານບໍລິສັດ, ຫ້ອງການສໍານັກງານ, ໂຮງງານ, ໂຮງຮຽນ ແລະ ອື່ນໆ ປະຊາກອນທີ່ມີໜ້າຕົວຈິງໃນຄົວເຮືອນທີ່ຖືກຈົດນັບໃນຄົວເຮືອນສ່ວນບຸກຄົນມີທັງໝົດ 385,786 ຄົນ, ເພດຊາຍ 196,033 ຄົນ ເທົ່າກັບ 50.81%, ເພດຍິງ 189,753 ຄົນ ເທົ່າກັບ 49. 19%, ເຊິ່ງໃນນັ້ນ ບໍ່ລວມບຸກຄົນທີ່ໄກເຮັດວຽກຕ່າງເມືອງ, ຕ່າງແຂວງ, ຕ່າງປະເທດ ແລະ ຢູ່ໃນ 2 ກົມກອງ (ປກຊ ແລະ ປກສ). ຈາກນັ້ນ ຕ່າງໜ້າຄະນະຊີ້ນໍາການສໍາຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສ ໄດ້ພ້ອມກັນປະກອບຄໍາຄິດຄໍາເຫັນຜົນການຈັດຕັ້ງປະຕິບັດວຽກງານການສໍາຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສ ຄັ້ງທີ V ປີ 2025 ຕື່ມອີກ.

ຂ່າວໂດຍ: News.XBL

