24/03/2025 ~ 24/03/2025

ໃນວັນທີ 20 ມີນາ 2025 ນີ້ ຢູ່ທີ່ຫ້ອງປະຊຸມພະແນກເຕັກໂນໂລຊີ ແລະ ການສື່ສານແຂວງ ໄດ້ຈັດພິທີປາຖະກະຖາວັນໄປສະນີ ແລະ ໂທລະຄົມມະນາຄົມແຫ່ງຊາດ ຄົບຮອບ 60 ປີ (13 ມີນາ 1965-13 ມີນາ 2025) ແລະ ວັນແມ່ຍິງສາກົນ ຄົບຮອບ 115 ປີ (8 ມີນາ 1910 – 8 ມີນາ 2025) ໂດຍການເປັນກຽດເຂົ້າຮ່ວມຂອງທ່ານ ຄໍາເພັດ ພົມມະລາດ ກໍາມະການພັກແຂວງ ຫົວໜ້າພະແນກເຕັກໂນໂລຊີ ແລະ ການສື່ສານແຂວງ,ມີບັນດາຄະນະພະແນກ, ຫົວໜ້າ, ຮອງຫົວໜ້າຂະແໜງ, ຫົວໜ້າ, ຮອງຫົວໜ້າອໍານວຍການບໍລິສັດ ພ້ອມດ້ວຍພະນັກງານຂົງເຂດໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານເຂົ້າຮ່ວມ.
ໃນພິທີທ່ານ ຄໍາເພັດ ພົມມະລາດ ກໍາມະການພັກແຂວງ ຫົວໜ້າພະແນກເຕັກໂນໂລຊີ ແລະ ການສື່ສານແຂວງ ຂຶ້ນປາຖະກະຖາວັນໄປສະນີ ແລະ ໂທລະຄົມມານາຄົມແຫ່ງຊາດ ຄົບຮອບ 60 ປີ (13 ມີນາ 1965-13 ມີນາ 2025) ແລະ ວັນແມ່ຍິງສາກົນ ຄົບຮອບ 115 ປີ (8 ມີນາ 1910 – 8 ມີນາ 2025) ຊຶ່ງທ່ານກ່າວວ່າ: ວຽກງານໄປສະນີ ແລະ ໂທລະຄົມມະນາຄົມ ແມ່ນວຽກງານໜຶ່ງທີ່ມີຄວາມໝາຍຄວາມສໍາຄັນຂອງ ສປປ ລາວ ເຊິ່ງໄດ້ປະກອບສ່ວນເຂົ້າໃນພາລະກິດທັງໃນໄລຍະຕໍ່ສູ້ກູ້ຊາດ ແລະ ໄລຍະປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ເຊິ່ງໄດ້ປະກອບສ່ວນຢ່າງໃຫຍ່ຫຼວງເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ມາຢ່າງຕໍ່ເນື່ອງ ແລະ ແຂງແຮງທີ່ສຸດເຮັດໃຫ້ສັງຄົມມີຄວາມກ້າວໜ້າ ແລະ ຈະເລີນຮຸ່ງເຮືອງຂຶ້ນມາຢ່າງພົ້ນເດັ່ນ ໂດຍສະເພາະການຫັນເປັນເສດຖະກິດດີຈີຕ໋ອນຍິ່ງມີຄວາມຈໍາເປັນ ແລະ ສໍາຄັນທີ່ສຸດ. ດັ່ງນັ້ນ ພັກ ແລະ ລັດຖະບານແຫ່ງ ສປປ ລາວ ຈຶ່ງຖືສໍາຄັນ ໂດຍໄດ້ຮັບຮອງ ແລະ ປະກາດເອົາວັນທີ 13 ມີນາ ຂອງທຸກໆປີ ເປັນມື້ສະເຫຼີມສະຫຼອງວັນໄປສະນີແຫ່ງຊາດ ແລະ ວັນໂທລະຄົມມະນາຄົມແຫ່ງຊາດ. ພ້ອມດຽວກັນນີ້ ຍັງໄດ້ເລົ່າປະຫວັດຄວາມເປັນມາຂອງວັນແມ່ຍິງສາກົນ 8 ມີນາ, ຊຶ່ງໄດ້ຍົກໃຫ້ເຫັນຫຼາຍດ້ານເປັນເຫດການ ການເມືອງທີ່ສຳຄັນ, ເປັນຂີດໝາຍແຫ່ງໄຊຊະນະອັນສໍາຄັນໃນທ່າມກາງສະພາບເສດຖະກິດ ພວກສັກດີນາ ແລະ ນາຍທຶນ ຂະຫຍາຍຕົວ, ໂຮງຈັກ, ໂຮງງານອຸດສາຫະກຳຂອງນາຍທຶນຂະຫຍາຍຕົວ ໄດ້ສ້າງຄວາມຮັ່ງມີໃຫ້ແກ່ພວກນາຍທຶນ, ແຕ່ຊໍ້າພັດຍິ່ງເພີ່ມຄວາມທຸກຍາກໃຫ້ແກ່ຊາວຜູ້ອອກແຮງງານ ໂດຍສະເພາະແມ່ນ ກຳມະກອນຍິງຢູ່ພາຍໃຕ້ລະບອບສັກດີນາ, ນາຍທຶນ, ແມ່ຍິງຖືກກົດຂີ່ຂູດຮີດຢ່າງໜັກໜ່ວງ, ເຮັດວຽກຫຼາຍຊົ່ວໂມງແຕ່ໄດ້ຮັບຄ່າຈ້າງແຮງງານລາຄາຖືກ, ເຮັດວຽກບໍ່ມີການຮັບປະກັນ, ບໍ່ມີລະບົບຮັກສາສຸຂະພາບຂອງແມ່ຍິງ ແລະ ເດັກນ້ອຍ. ນອກຈາກນັ້ນ ແມ່ຍິງຍັງຖືກດູໝິ່ນປະໝາດ, ຖືເປັນສິນຄ້າ, ເປັນເຄື່ອງຫຼີ້ນ, ຖືກທຸບຕີ, ຖືກຂົ່ມຂືນທຳສຳເລົາ ແລະ ຖືກໄລ່ອອກຈາກວຽກໃນເວລາຖືພາ, ເວລາເກີດລູກ ຫຼື ເວລາເຈັບເປັນບໍ່ໄດ້ຮັບການປິ່ນປົວ. ຕໍ່ກັບສະພາບການ ແລະ ຄວາມທຸກທໍລະມານດັ່ງກ່າວ ກຳມະກອນແມ່ຍິງຮູ້ສຶກຄຽດແຄ້ນ, ຈຶ່ງໄດ້ສາມັກຄີກັນລຸກຂຶ້ນຕໍ່ສູ້, ທວງໃຫ້ພວກນາຍທຶນ, ເຈົ້າຂອງໂຮງຈັກ, ໂຮງງານ ແກ້ໄຂຊີວິດການເປັນຢູ່ເຂົາເຈົ້າ ຊຶ່ງເປັນພື້ນຖານຂອງຂະບວນການແມ່ຍິງສາກົນ, ໃນການຕໍ່ສູ້ທວງເອົາສິດ ແລະ ຜົນປະໂຫຍດອັນຊອບທຳໃຫ້ແກ່ແມ່ຍິງຊາວຜູ້ອອກແຮງງານໃນທົ່ວໂລກ. ຈາກນັ້ນ ຍັງໄດ້ສ້າງຂະບວນການແຂ່ງຂັນກິລາເພື່ອຄວາມສາມັກຄີຢູ່ທີ່ເດີ່ນດ້ວງເງິນ.