ອາຊຽນ-ຍີ່ປຸ່ນ ຮ່ວມກັນຫາລື ຍົກລະດັບຄວາມປອດໄພ ຫຼຸດຜ່ອນອາຊະຍາກຳທາງໄຊເບີ ແລະ ປ້ອງກັນການໂຈມຕີທາງໄຊເບີຕ່າງໆ
26/02/2025 ~ 26/02/2025

ກົມຄວາມປອດໄພໄຊເບີ ບັນດາປະເທດອາຊຽນ ຮ່ວມກັບ ຍີ່ປຸ່ນ ໄດ້ຈັດກອງປະຊຸມດ້ານຄວາມປອດໄພໄຊເບີອາຊຽນ-ຍີ່ປຸ່ນ ຄັ້ງທີ 01 (1st ASEAN-Japan Cyber Security Working Group) ໃນລະຫວ່າງວັນທີ 18-19 ກຸມພາ 2025, ທີ່ ໂຮງແຮມຄຣາວພາຊາ, ນະຄອນຫຼວງວຽງຈັນ, ພາຍໃຕ້ການເປັນປະທານ ຂອງ ທ່ານ ຄຳຫຼ້າ ສູນນະລັດ ຫົວໜ້າກົມຄວາມປອດໄພໄຊເບີ, ກະຊວງເຕັກໂນໂລຊີ ແລະ ການສື່ສານ ສປປ ລາວ, ຊຶ່ງມີ ທ່ານ ຢຸນອີຈີ ຊາຊາກິ ທີ່ປຶກສາ ອົງການ NISC, ປະເທດ ຍີ່ປຸ່ນ, ມີຜູ້ຕາງໜ້າຈາກບັນດາປະເທດ ສະມາຊິກອາຊຽນ ແລະ ຍີ່ປຸ່ນ ທັງພາກລັດ, ເອກະຊົນ, ອົງການຈັດຕັ້ງສາກົນ ແລະ ຂະແໜງອຸດສາຫະກຳ ຂອງ ປະເທດ ຍີ່ປຸ່ນ ເຂົ້າຮ່ວມ.
ກອງປະຊຸມໃນຄັ້ງນີ້ ມີຈຸດປະສົງປຶກສາຫາລືເຖິງບັນດາໄພຄຸກຄາມທາງໄຊເບີທີ່ນັບມື້ນັບມີທ່າແຮງການຂະຫຍາຍຕົວ ແລະ ຄວາມສັບຊ້ອນເພີ່ມຂຶ້ນເລື້ອຍໆ ລວມໄປເຖິງບັນດາໄພຄຸກຄາມທີ່ເກີດຂຶ້ນໃໝ່ທີ່ມາພ້ອມກັບວິວັດທະນາການການພັດທະນາຂອງເຕັກໂນໂລຊີ, ພ້ອມນີ້ຍັງໄດ້ມີການແລກປ່ຽນຂໍ້ມູນຂ່າວສານ ກ່ຽວກັບ ບັນດາຂໍ້ລິເລີ່ມ ແລະ ແຜນການຮ່ວມມືຕ່າງໆທີ່ຈະເຮັດຮ່ວມກັນ ເພື່ອປັບປຸງ ແລະ ຍົກສູງໃຫ້ແກ່ການປົກປ້ອງຂໍ້ມູນຂ່າວສານໂຄງລ່າງພື້ນຖານທີ່ສໍາຄັນຂອງຊາດ. ແນ່ໃສ່ການສົ່ງເສີມການພັດທະນານະໂຍບາຍດ້ານຄວາມປອດໄພທາງໄຊເບີ ແລະ ຮ່ວມມືກັນໃນການແກ້ໄຂບັນດາສິ່ງທ້າທາຍຕ່າງໆ ເປັນຕົ້ນແມ່ນ ບັນຫາດ້ານອາຊະຍາກຳທາງໄຊເບີ ແລະ ການປ້ອງກັນການໂຈມຕີທາງໄຊເບີ ລວມເຖິງໄດ້ໂອ້ລົມ ແລະ ທົບທວນຄືນບັນດາຂະບວນການເຮັດວຽກ ທີ່ຕິດພັນເຖິງກົນໄກການປະຕິບັດງານໃນໜຶ່ງປີທີ່ຜ່ານມາ, ຊຶ່ງ ຍີ່ປຸ່ນ, ໄທ, ສິງກະໂປ ແລະ ກອງເລຂາອາຊຽນ ກໍໄດ້ລາຍງານຄວາມຄືບໜ້າຂອງບາງກິດຈະກຳທີ່ຕິດພັນ ແລະ ບັນດາໂຄງການທີ່ກຳລັງດໍາເນີນຢູ່ ພ້ອມທັງ ສະເໜີການຮ່ວມມືໃນຕໍ່ໜ້າຜ່ານໂຄງການຝຶກອົບຮົມ, ກອງປະຊຸມ ແລະ ເຮັດຟອມການແບ່ງປັນຂໍ້ມູນຂ່າວສານໄພຄຸກຄາມຕ່າງໆໂດຍສະເພາະໂຄງການ AJCCBC ແລະ ASCCE ເພື່ອຫາແນວທາງ ມາດຕະການໃນການແກ້ໄຂບັນຫາສິ່ງທ້າທາຍຮ່ວມກັນ, ການເປັນເຈົ້າພາບຮ່ວມຈັດກອງປະຊຸມໃນຄັ້ງນີ້ ສະແດງໃຫ້ເຫັນເຖິງບາດກ້າວທີ່ສໍາຄັນໃນຄວາມພະຍາຍາມຢ່າງຕໍ່ເນື່ອງ ຂອງ ສປປ ລາວ, ຍີ່ປຸ່ນ ແລະ ປະເທດສະມາຊິກອາຊຽນ ໃນການຊຸກຍູ້ ແລະ ເພີ່ມທະວີການຮ່ວມມືດ້ານວຽກງານຄວາມປອດໄພທາງໄຊເບີ ແລະ ແບ່ງປັນແນວທາງການປະຕິບັດທີ່ດີທີ່ສຸດທີ່ຈະຊ່ວຍປົກປ້ອງ ແລະ ສ້າງພື້ນທີ່ທາງອອນລາຍຂອງທຸກຄົນໃຫ້ມີຄວາມປອດໄພ. ກອງປະຊຸມດັ່ງກ່າວຍັງໄດ້ສົ່ງເສີມໃຫ້ບັນດາຂະແໜງການອຸດສາຫະກຳ ທັງພາກລັດ ແລະ ເອກະຊົນ ຂອງ ຍີ່ປຸ່ນ ໄດ້ມີສ່ວນຮ່ວມ ແລະ ສ້າງເວທິການແບ່ງປັນຂໍ້ມູນໄພຄຸກຄາມທາງໄຊເບີເຊິ່ງກັນ ແລະ ກັນ ຜ່ານການຈັດກອງປະຊຸມນອກຮອບ.
ນອກຈາກນີ້, ທີ່ປະຊຸມຍັງໄດ້ຮັບຊາບເຖິງການວາງແຜນແນວທາງການຮ່ວມມືກັນຂອງອາຊຽນ ແລະ ຍີ່ປຸ່ນ ດ້ານຄວາມປອດໄພທາງໄຊເບີ, ຊຶ່ງເປັນພື້ນຖານໃຫ້ແກ່ການລິເລີ່ມບັນດາກິດຈະກຳຕ່າງໆ. ຄະນະເຮັດວຽກດ້ານຄວາມປອດໄພທາງ ໄຊເບີ ອາຊຽນ-ຍີ່ປຸ່ນ ຍັງໄດ້ປະກອບຄຳຄິດເຫັນ ກ່ຽວກັບ ການໃຫ້ການສະໜັບສະໜູນ ແລະ ຊຸກຍູ້ໃນຂະບວນການດໍາເນີນການແກ້ໄຂ ແລະ ຕອບໂຕ້ກັບເຫດການສຸກເສີນທາງໄຊເບີ ເພື່ອຮັບມືກັບບັນດາສິ່ງທ້າທາຍຕ່າງໆທາງໄຊເບີ ໂດຍສະເພາະການເພີ່ມທະວີກົນໄກແລກປ່ຽນຂໍ້ມູນຂ່າວສານ, ການສ້າງຄວາມເຂັ້ມແຂງໃຫ້ບັນດາໂຄງການຝຶກອົບຮົມ ເພື່ອສ້າງໃຫ້ຜູ້ຊ່ຽວຊານດ້ານຄວາມປອດໄພໄຊເບີມີຄວາມຊຳນານດ້ານວິຊາການຂັ້ນສູງ ຄຽງຄູ່ກັບການປັບປຸງການຮ່ວມມືໃນພາກພື້ນຕໍ່ກັບການຮັບມື ແລະ ແກ້ໄຂເຫດການສຸກເສີນທາງໄຊເບີ ໂດຍຜ່ານການຝຶກຊ້ອມຢ່າງເປັນປະຈໍາ.
