ງານສັບປະດາດິຈິຕອນລາວ ປະຈໍາປີ 2025 ຈະຈັດຂຶ້ນໃນຕົ້ນເດືອນ ເມສາ

17/02/2025 ~ 17/02/2025

ກະຊວງເຕັກໂນໂລຊີ ແລະ ການສື່ສານ ໄດ້ຈັດພິທີຖະແຫຼງຂ່າວການຈັດງານສັບປະດາດິຈິຕອນລາວ (Lao Digital Week) ປະຈໍາປີ 2025 ຂຶ້ນໃນຕອນບ່າຍຂອງວັນທີ 14 ກຸມພາ 2025, ທີ່ຫ້ອງປະຊຸມໃຫຍ່ ຊັ້ນ 5 ຂອງ ສະຖາບັນເຕັກໂນໂລຊີ ແລະ ການສື່ສານ, ໂດຍໃຫ້ກຽດຖະແຫຼງຂ່າວ ຂອງ ທ່ານ ບັນດິດ ສຈ. ບໍ່ວຽງຄຳ ວົງດາລາ, ລັດຖະມົນຕີ​​ກະຊວງ​ ເຕັກໂນໂລຊີ ແລະ ການ​ສື່​ສານ, ຊຶ່ງມີຮອງລັດຖະມົນຕີ, ບັນດາຫົວໜ້າກົມ ພາຍໃນກະຊວງ, ແຂກຖືກເຊີນຈາກພາຍໃນ ແລະ ຕ່າງປະເທດ ພ້ອມດ້ວຍບັນດາບໍລິສັດ, ຫ້າງຮ້ານ, ຫົວໜ່ວຍທຸລະກິດ ແລະ ສື່ມວນຊົນເຂົ້າຮ່ວມ.
.
ໂອກາດດັ່ງກ່າວ, ທ່ານລັດຖະມົນຕີ ໄດ້ກ່າວວ່າ: ໃນທ່າມກາງບັນຍາກາດ ທີ່ທົ່ວພັກ, ທົ່ວກອງທັບ ແລະ ທົ່ວປວງຊົນລາວທັງຊາດ ກໍາລັງຈັດຕັ້ງຜັນຂະຫຍາຍ ມະຕິຂອງກອງປະຊຸມໃຫ່ຍຄັ້ງທີ X​I ຂອງພັກ ແລະ ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ IX ຢ່າງເປັນຂະບວນຫ້າວຫັນຟົດຟື້ນ, ກະຊວງເຕັກໂນໂລຊີ ແລະ ການ​ສື່​ສານ ພາຍໃຕ້ ການຊີ້ນໍາ-ນໍາພາຂອງຄະນະລະດັບຊາດ ເພື່ອການຫັນເປັນດິຈິຕອນ ຂອງ ສປປ ລາວ ຈະໄດ້ຈັດງານ​​ສັບ​ປະ​ດາດິຈິຕອນ (Lao Digital Week) ປະ​ຈຳ​ປີ 2025 ແລະ ເພື່ອເປັນການຂໍ່ານັບຮັບຕ້ອນ 3 ວັນປະຫວັດສາດ ຂອງ ພັກ ແລະ ລັດ ຄື: ວັນສ້າງຕັ້ງພັກ ຄົບຮອບ 70 ປີ, ວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ ແລະ ວັນເກີດ ທ່ານ ປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ.
.
ຈຸດປະສົງຂອງການຈັດງານສັບປະດາດິຈິຕອນ ຄັ້ງນີ້ແມ່ນ ເພື່ອໂຄສະນາເຜີຍແຜ່ ແລະ ສ້າງຈິດສໍານຶກໃຫ້ທົ່ວສັງຄົມ ມີຄວາມຮັບຮູ້ ແລະ ເຂົ້າໃຈ ກ່ຽວກັບການຫັນເປັນອຸດສາຫະກໍາທັນສະໄໝ ແລະ ພັດທະນາເສດຖະກິດ ແລະ ສັງຄົມ ດິຈິຕອນ ຂອງ ສປປ ລາວ; ເພື່ອຊຸກຍູ້ສົ່ງເສີມ​ການນໍາໃຊ້ນະ​ວັດ​ຕະ​ກຳ ທາງດ້ານເຕັກ​ໂນ​ໂລ​ຊີການ​ສື່​ສານຂໍ້​ມູນ​ຂ່າວ​ສານ, ໂທລະຄົມມະນາຄົມ ແລະ ດິຈິຕອນ ​ທີ່​​ທັນ​ສະ​ໄໝເຂົ້າ​ໃນ​ທຸກ​ຂະ​ແໜງ​ການພັດທະນາ ເສ​ດ​ຖະ​ກິດ-ສັງ​ຄົມ ແຕ່​ສູນ​ກາງລົງ​ຮອດ​ທ້ອງ​ຖິ່ນ, ເພື່ອ​ຊຸກ​ຍູ້​ຂະ​ບວນ​ການ​ຜະ​ລິດ​ສິນ​ຄ້າ, ການ​ບໍ​ລິ​ການ ​ໃຫ້​ກາຍ​ເປັນ​ຜະ​ລິດ​ຕະ​ພັນ​ທີ່​ມີ​ຄວາມຫຼາກຫຼາຍສ້າງມູນ​ຄ່າ​ເພີ່ມ, ສາ​ມາດ​ແຂ່ງ​ຂັນ ​ໃນ​ຕະຫຼາດ​ພາຍ​ໃນ ແລະ ຕ່າງ​ປະ​ເທດ; ເພື່ອຄັດເລືອກເອົາຜະລິດຕະພັນໄອຊີທີ ແລະ ດິຈິຕອນ ຂອງ ສປປ ລາວ ເຂົ້າຮ່ວມ ແຂ່ງຂັນໃນລະດັບເວທີ ອາຊຽນ ແລະ ສາກົນ ເປັນຕົ້ນແມ່ນ ງານແຂ່ງຂັນ ASEAN ICT Award 2025; ເພື່ອປະກອບສ່ວນເຂົ້າໃນການຈັດຕັ້ງຜັນຂະຫຍາຍແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ IX (2021-2025) ແລະ ແຜນພັດທະນາເສດຖະກິດ ດິຈິຕອນ ກໍຄື ຍຸດທະສາດການພັດທະນາ ເສດຖະກິດດິຈິຕອນ ໃຫ້ປາກົດຜົນເປັນຈິງ.
.
ງານສັບປະດາດິຈິຕອນ 2025 ຈະຈັດຂຶ້ນລະຫວ່າງ ວັນທີ 2-6 ເມສາ 2025, ທີ່ ຫໍປະຊຸມແຫ່ງຊາດ, ນະຄອນຫຼວງງວຽງຈັນ, ພາຍໃຕ້ ຄໍາຂວັນ “ພັດທະນາພື້ນຖານໂຄງລ່າງດີຈີຕອນ ຂອງ ສປປ ລາວ ໃຫ້ເຂັ້ມແຂງ ແລະ ຍືນຍົງ, Building Resillience and Sustainable Digital Infrastructure for Lao PDR”. ເປັນງານມະຫາກຳເຕັກໂນໂລຊີໄອຊີທີ ແລະ ດິຈິຕອນ ຊຶ່ງຈະປະກອບມີ ຫຼາຍກິດຈະກໍາ ຈັດຂຶ້ນພ້ອມກັນຢ່າງເປັນຂະບວນຟົດຟື້ນ ເຊັ່ນ: ກອງປະຊຸມລະດັບສູງ (High-Level Forum) ທີ່ໄດ້ເຊີນບັນດາການນໍາຂອງແຕ່ລະກະຊວງ ເພື່ອເຂົ້າຮ່ວມແລກປ່ຽນບົດຮຽນໃນການຫັນແຕ່ລະຂະແໜງການເປັນທັນສະໄໝ ແລະ ເພື່ອ ປືກສາຫາລື ແນວທາງການເຊື່ອມໂຍງ ແລະ ການເຮັດວຽກຮ່ວມກັນ ເພື່ອສ້າງລະບົບທັນສະໄໝຂອງແຕ່ລະຂະແໜງການ, ສ້າງສະພາບເວດລ້ອມໃນການອໍານວຍຄວາມສະດວກໃຫ້ປະຊາຊົນ ແລະ ຜູ້ປະກອບການ; ກອງປະຊຸມສຳມະນາ ກ່ຽວກັບ ການຫັນເປັນລັດຖະບານດິຈິຕອນ, ການນໍາໃຊ້ເຕັກໂນໂລຊີ ເຂົ້າໃນການສ້າງເສດຖະກິດດິຈິຕອນ, ສໍາມະນາອຸສາຫະກໍາ 4.0 ແລະ ເຕັກໂນໂລຊີອັດສະລິຍະ​, ເຕັກໂນໂລຊີກຸ່ມຂໍ້ມູນຜູກພັນ (Blockchain), ຖານຂໍ້ມູນຂະໜາດໃຫຍ່ (Big Data), ການປະມວນຜົນຜ່ານລະບົບຄລາວ (Cloud Computing), ປັນຍາປະດິດ (AI), ອິນເຕີເນັດຊັບພະສິ່ງ (IoT), ການພັດທະນາຊັບພະຍາກອນມະນຸດເພື່ອຮອງຮັບຕະຫຼາດແຮງງານໃນຍຸກດິຈິຕອນ ແລະ ອື່ນໆ; ງານວາງສະແດງ ແລະ ການສາທິດ ຜົນສໍາເລັດ ເຕັກໂນໂລຊີ ຂໍ້ມູນຂ່າວສານ, ໂທລະຄົມມະນາຄົມ, ການສື່ສານ ແລະ ນະວັດຕະກຳ ທີ່ເປັນຜົນງານການຄົ້ນຄວ້າ ແລະ ປະດິດສ້າງຂອງທຸລະກິດ startup ຈາກພາຍໃນ ແລະ ຕ່າງປະເທດ ຈຳນວນ 100 ກວ່າ ຮ້ານວາງສະແດງ (booth); ເວທີການພົບປະ (Networking), ສົນທະນາປຶກສາຫາລື ແລະ ແລກປ່ຽນ ຄໍາເຫັນກ່ຽວກັບການຄົ້ນຄວ້າ ແລະ ການລົງທຶນ ທາງດ້ານເຕັກໂນໂລຊີ ແລະ ການສື່ສານ ລະຫວ່າງພາກລັດ, ເອກະຊົນ, ສະຖາບັນຄົ້ນຄວ້າ, ມະຫາວິທະຍາໄລ, ນັກພັດທະນາ, ນັກຊ່ຽວຊານ, ແລະ ຜູ້ປະກອບການ ທັງພາຍໃນ ແລະ ຕ່າງປະເທດ;​ກິດຈະກໍາການແຂ່ງຂັນ Lao ICT Awards 2025, ການແຂ່ງຂັນຄວາມປອດໄພທາງໄຊເບີ, ການແຂ່ງຂັນຮຸ່ນຍົນ ROBOT competition, ການນໍາສະເໜີແນວຄວາມຄິດຂອງຜູ້ປະກອບການ Start-up ແລະ ນະວັດຕະກໍາ ຕ່າງໆ.
.
ງານສັບປະດາດິຈິຕອນຄັ້ງນີ້ ຈະເກີດຂຶ້ນໄດ້ກໍຍ້ອນໄດ້ຮັບການອຸປະຖໍາຈາກບັນດາຜູ້ປະກອບການ ແລະ ບໍລິສັດຫ້າງຮ້ານຕ່າງໆ ຊຶ່ງໄດ້ຈັດລະດັບການອຸປະຖໍາເປັນ 4 ລະດັບ ຄື: 1) Diamond, 2) Platinum, 3) Gold ແລະ 4) Silver, ແຕ່ລະປະເພດຈະໄດ້ຮັບຮ້ານວາງສະແດງ, ສິ່ງອໍານວຍຄວາມສະດວກ, ສື່ໂຄສະນາ, ມີ Logo ໃນແຜ່ນປ້າຍຂອງງານ ແລະ ສິດທິພິເສດອີກຫຼາກຫຼາຍໃນງານ. ນອກນັ້ນ, ບັນດາບໍລິສັດ ແລະ ຫ້າງຮ້ານຕ່າງໆ ຍັງສາມາດເຊົ່າຮ້ານວາງສະແດງ (Booth) ເພື່ອສະແດງສິນຄ້າ ຫຼື ຜະລິດຕະພັນຂອງຕົນໃນງານໄດ້. ສຳຫຼັບພາກລັດ, ສະຖາບັນການສືກສາແມ່ນຈະໄດ້ສິດໃນການໃຊ້ຮ້ານວາງສະແດງໂດຍບໍ່ໄດ້ຈ່າຍຄ່າ. ລາຍລະອຽດ ກ່ຽວກັບ ສິດທິພິເສດຂອງຜູ້ອຸປະຖໍາ ແລະ ຜູ້ເຂົ້າຮ່ວມງານນັ້ນ, ບັນດາ ທ່ານ ສາມາດຮັບເອົານໍາຄະນະຮັບຜິດຊອບ ຈັດງານຄັ້ງນີ້ ຫຼື ຮັບຜ່ານເວັບໄຊ ຂອງງານຄັ້ງນີ້.
.
​ຕອນທ້າຍ, ທ່ານຍັງໄດ້ເຊື້ອເຊີນບັນດາກະຊວງ, ຂະແໜງການພາກລັດ, ສະຖາບັນຄົ້ນຄວ້າ, ສະຖາບັນການສຶກສາ, ມະຫາວິທະຍາໄລ, ພາກທຸລະກິດ ເອກະຊົນ ແລະ ຜູ້ປະກອບການ ດ້ານໄອຊີທີ ແລະ ດິຈິຕອນ ທັງພາຍໃນ ແລະ ຕ່າງປະເທດ ແລະ ປະຊາຊົນລາວບັນດາເຜົາ ເຂົ້າຮ່ວມໃນງາ​ນດັ່ງກ່າວ ເພື່ອໂຄສະນາເຜີຍແຜ່ ແລະ ວາງສະແດງຜົນງານ ແລະ ຜະລີດຕະພັນ ຂອງຕົນ.
.
​ນະໂອກາດນີ້, ຂໍສະແດງຄວາມຮູ້ບຸນຄຸນ ມາຍັງບັນດາຜູ້ນຳພັກ-ລັດ, ແລະ ບັນດາ ພາກສ່ວນທີ່ຕ່າງໆ ທີ່ໄດ້ໃຫ້ການຊີ້ນຳ-ນຳພາ ແລະ ສະໜັບສະໜູນ ອຳນວຍຄວາມສະດວກໃຫ້ແກ່ການເຄື່ອນໄຫວວຽກງານ ເຕັກໂນໂລຊີ ແລະ ການ​ສື່​ສານ ກໍຄືການຈັດງານໃນຄັ້ງນີ້ໃຫ້ສຳເລັດເປັນຢ່າງດີ ແລະ ຂໍອວຍພອນໃຫ້ບັນດາທ່ານ ຜູ້ນຳພັກ-ລັດ ແຂກຜູ້ມີກຽດທຸກໆທ່ານ, ບັນດາສື່ມວນຊົນ, ນັກຂ່າວ ຈົ່ງມີສຸຂະພາບແຂງແຮງ, ປະສົບຜົນສຳເລັດໃນໜ້າທີ່ວຽກງານ ແລະ ມີຄວາມຜາສຸກໃນຄອບຄົວ.

 

ວາລະສານ ດ້ານໄອຊີທີ
ສະຖິຕິຂະແໜງ ເຕັກໂນໂລຊີ ແລະ ການສື່ສານ
ວີດີໂອແນະນໍາ ການຂຶ້ນທະບຽນເລກໝາຍໂທລະສັບ