03/03/2026 ~ 03/03/2026
ໃນຕອນເຊົ້າ ຂອງວັນທີ 26 ກຸມພາ 2026 ນີ້ ຢູ່ທີ່ຫ້ອງປະຊຸມ ພະແນກເຕັກໂນໂລຊີ ແລະ ການສື່ສານ ແຂວງໄຊຍະບູລີ, ໄດ້ຈັດກອງປະຊຸມປຶກສາຫາລື ວຽກງານຄຸ້ມຄອງການນຳໃຊ້ຄື້ນຄວາມຖີ່ວິທະຍຸສື່ສານ ໂດຍໃຫ້ກຽດເຂົ້າຮ່ວມເປັນປະທານ ຂອງທ່ານ ສອນສະຫວັນ ຈັນທະວົງ ຫົວໜ້າພະແນກເຕັກໂນໂລຊີ ແລະ ການສື່ສານແຂວງ , ມີຮອງຫົວໜ້າພະແນກ, ຫົວໜ້າຂະແໜງ, ຮອງຂະແໜງ ໄປສະນີ ແລະ ການສື່ສານ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມທັງໝົດ 16 ທ່ານ, ຍິງ 04 ທ່ານ.
ໃນກອງປະຊຸມທ່ານ ສອນສະຫວັນ ຈັນທະວົງ ຫົວໜ້າພະແນກເຕັກໂນໂລຊີ ແລະ ການສື່ສານ ໄດ້ກ່າວເປີດກອງປະຊຸມຢ່າງເປັນທາງການ. ຈາກນັ້ນ ທ່ານ ນາງ ດວງໄພວອນ ສີບຸບຜາ ຮອງຫົວໜ້າພະແນກເຕັກໂນໂລຊີ ແລະ ການສື່ສານແຂວງ ໄດ້ຂື້ນນຳສະເໜີຫົວຂໍ້: ຄື້ນຄວາມຖີ່ວິທະຍຸສື່ສານ (ກົດໝາຍວ່າດ້ວຍຄື້ນຄວາມຖີ່ ວິທະຍຸສື່ສານ ເລກທີ 17/ສພຊ) ແລະ ຂໍ້ຕົກລົງ ສະບັບເລກທີ 1831/ປທສ, ລົງວັນທີ 11 ກັນຍາ 2020, ການຢັ້ງຢືນຄື້ນຄວາມຖີ່ວິທະຍຸສື່ສານ ສຳລັບເຄື່ອງບິນບໍ່ມີຄົນຂັບ (ໂດຣນ) ແລະ ທ່ານ ພຸດທະລາ ພັນກ້າ ຫົວໜ້າຂະແໜງໄປສະນີ ແລະ ການສື່ສານ ຂື້ນຜ່ານບົດລາຍງານການຈັດຕັ້ງປະຕິບັດ ວຽກງານຄຸ້ມຄອງຄື້ນຄວາມຖີ່ວິທະຍຸສື່ສານ ໃນໄລຍະຜ່ານມາ ແລະ ວິທີການຈັດຕັ້ງປະຕິບັດໃນຕໍ່ໜ້າ. ປະທານກອງປະຊຸມໄດ້ມີຄຳເຫັນເຈາະຈີ້ມ ເພື່ອໃຫ້ແຕ່ລະພາກສ່ວນທີ່ເຂົ້າຮ່ວມກອງປະຊຸມໄດ້ປະກອບຄຳເຫັນ ແລະ ມີການສົນທະນາກັນກົງໄປກົງມາຢ່າງມີຂະບວນຟົດຟື້ນ. ຫຼັງຈາກນັ້ນ, ທ່ານ ສອນສະຫວັນ ຈັນທະວົງ ຫົວໜ້າພະແນກເຕັກໂນໂລຊີ ແລະ ການສື່ສານ ໄດ້ມີຄໍາເຫັນໂອ້ລົມຕໍ່ກອງປະຊຸມ ແລະ ໃຫ້ທິດຊີ້ນຳໃນການຈັດຕັ້ງປະຕິບັດຂັ້ນຕໍ່ໄປ. ກອງປະຊຸມໄດ້ປິດລົງໃນເວລາ 11 ໂມງ 30 ນາທີ ຂອງວັນດຽວກັນ.
ຂ່າວ+ພາບໂດຍ: ພະແນກເຕັກໂນໂລຊີ ແລະ ການສື່ສານ

