05/02/2026 ~ 05/02/2026
ໃນຕອນເຊົ້າ ຂອງວັນທີ 03 ກຸມພາ 2026 ນີ້ ຢູ່ທີ່ຫ້ອງປະຊຸມ ພະແນກເຕັກໂນໂລຊີ ແລະ ການສື່ສານ ແຂວງໄຊຍະບູລີ, ໄດ້ຈັດກອງປະຊຸມສະຫຼຸບເດືອນ ມັງກອນ ແລະ ທິດທາງແຜນການເດືອນ ກຸມພາ 2026 ຂື້ນ ໂດຍໃຫ້ກຽດເຂົ້າຮ່ວມເປັນປະທານ ຂອງທ່ານ ສອນສະຫວັນ ຈັນທະວົງ ຫົວໜ້າພະແນກເຕັກໂນໂລຊີ ແລະ ການສື່ສານແຂວງ , ມີບັນດາ ທ່ານຮອງຫົວໜ້າພະແນກ, ຫົວໜ້າຂະແໜງການ, ຮອງຂະແໜງ ພ້ອມດ້ວຍວິຊາການ ເຂົ້າຮ່ວມທັງໝົດ 25 ທ່ານ, ຍິງ 10 ທ່ານ.
ໃນກອງປະຊຸມ ທ່ານ ສອນສະຫວັນ ຈັນທະວົງ ຫົວໜ້າພະແນກເຕັກໂນໂລຊີ ແລະ ການສື່ສານ ໄດ້ກ່າວເປີດກອງປະຊຸມເປັນທາງການ ແລະ ທ່ານ ຄຳພັນ ສຸວັນນາລີ ຫົວໜ້າຂະແໜງບໍລິຫານ, ຈັດຕັ້ງ ແລະ ກວດກາ ໄດ້ຂື້ນຜ່ານ ບົດສະຫຼຸບວຽກງານເຕັກໂນໂລຊີ ແລະ ການສື່ສານ ເດືອນມັງກອນ ແລະ ທິດທາງແຜນການເດືອນ ກຸມພາ 2026. ຫຼັງຈາກນັ້ນ, ປະທານກອງປະຊຸມ ໄດ້ມີຄໍາເຫັນເຈາະຈີ້ມຕໍ່ບົດສະຫຼຸບ ແລະ ໃຫ້ບັນດາພະນັກງານທີ່ເຂົ້າຮ່ວມໄດ້ປະກອບຄໍາເຫັນຢ່າງກົງໄປກົງມາ, ຕອນທ້າຍປະທານກອງປະຊຸມຍັງໄດ້ເນັ້ນໜັກໃຫ້ບັນດາຂະແໜງການເອົາໃຈໃສ່ 05 ໜ້າວຽກຈຸດສຸມ ໃນເດືອນ ກຸມພາ 2026 ມີດັ່ງນີ້:
1. ປັບປຸງແຜນພັດທະນາວຽກງານ ເຕັກໂນໂລຊີ ແລະ ການສື່ສານ ແຂວງໄຊຍະບູລີ 05 ປີ (2026-2030) ໃຫ້ສຳເລັດຢ່າງສົມບູນ ແລະ ຈັດພິມອອກເປັນປື້ມ ເພື່ອແຈກຢາຍບັນດາພະແນກການ ແລະ ບັນດາເມືອງ ຈັດຕັ້ງຜັນຂະຫາຍ ຕາມທິດການຫັນເປັນດິຈິຕອນ ຂອງແຂວງໄຊຍະບູລີ;
2. ສະເໜີຫາກະຊວງເຕັກໂນໂລຊີ ແລະ ການສື່ສານ ເພື່ອຈັດຝຶກອົບຮົມສ້າງຄູຝຶກຂອງແຂວງ (TOT) ໃນການນຳໃຊ້ລະບົບໂປຼແກຼມຂອງພາກລັດ E-office, G-share/G-Drive ແລະ ສຶກສາຄວາມເປັນໄປໄດ້ໃນການສ້າງລະບົບແລກປ່ຽນຂໍ້ມູນພາກລັດ (Government Data Exchange) ການຂະຫຍາຍລະບົບເຄືອຂ່າຍພາກລັດ (G-Net);
3. ອອກແຈ້ງການ ຊຸກຍູ້ໃຫ້ບັນດາເມືອງ 11 ເມືອງ ຈັດຕັ້ງຜັນຂະຫຍາຍແຜນການ 05 ປີ ແລະ ອອກຂໍ້ຕົກລົງແຕ່ງຕັ້ງຄະນະກຳມະການຄຸ້ມຄອງອິນເຕີເນັດ ແລະ ເພື່ອການຫັນເປັນດິຈິຕອນ ຂັ້ນເມືອງ;
4. ວຽກໄປສະນີ ແລະ ການສື່ສານ ສຸມໃສ່ຕິດຕາມ, ກວດກາ ຊຸກຍູ້ການບໍລິການໄປສະນີ, ຕິດຕາມການນຳໃຊ້ຄື້ນຄວາມຖີ່ວິທະຍຸສື່ສານ(ໂຟນີ) ຮັບໃຊ້ໃນໄລຍະການປູກພືດລະດູແລ້ງ ຂອງບໍລິສັດຜູ້ປະກອບການ ຢູ່ບັນດາເມືອງ ໃຫ້ມາຂື້ນທະບຽນນຳໃຊ້ຖືກຕ້ອງຕາມລະບຽບກົດໝາຍຢ່າງເຂັ້ມງວດ;
5. ເຄື່ອນໄຫວເຂົ້າຮ່ວມຂະບວນການຕ່າງໆ ແລະ ເປັນເຈົ້າພາບທີ່ດີ ໃນງານມະຫາກຳບຸນຊ້າງປະຈຳປີ 2026.
ກອງປະຊຸມໄດ້ປິດລົງດ້ວຍຜົນສຳເລັດຢ່າງຈົບງາມ ໃນເວລາ 11 ໂມງ 45 ນາທີ ຂອງວັນດຽວກັນ.
ຂ່າວສານ: ພະແນກ ຕສ ແຂວງໄຊຍະບູລີ

