ຫຼາຍພາກສ່ວນໄດ້ໃຫ້ການອຸປະຖຳໃນກອງປະຊຸມວຽກງານເຕັກໂນໂລຊີ ແລະ ການສື່ສານ
04/02/2026 ~ 04/02/2026






ໃນໂອກາດທີ່ພະແນກເຕັກໂນໂລຊີ ແລະ ການສື່ສານ ໄດ້ດຳເນີນກອງປະຊຸມປະຈຳປີຫຼາຍພາກສ່ວນໄດ້ໃຫ້ການສະໜັບສະໜູນເຮັດໃຫ້ກອງປະຊຸມໃນຄັ້ງນີ້ໄດ້ບັນລຸຕາມຄາດໝາຍເປັນຕົ້ນແມ່ນໄດ້ຮັບການສະໜັບສະໜູນຈາກກະຊວງເຕັກໂນໂລຊີ ແລະ ການສື່ສານ; ບໍລິສັດ ສະຕຼາໂທລະຄົມ ຈຳກັດ; ບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ; ບໍລິສັດ ອີທີແອລ ຈຳກັດ; ບໍລິສັດ ໄປສະນີລາວ ຈຳກັດ; ບັນດາຜູ້ປະກອບການບໍລິສັດຂົນສົ່ງ; ພະແນກການອ້ອມຂ້າງແຂວງ ແລະ ອື່ນໆ....ເຊີ່ງໃນພິທີປິດກອງປະຊຸມ ຫົວໜ້າພະແນກເຕັກໂນໂລຊີ ແລະ ການສື່ສານແຂວງ ກໍ່ໄດ້ກ່າວຂອບໃຈ ແລະ ມອບໃບສຳມະນາບຸນຄຸນໃຫ້ພາກສ່ວນຕ່າງໆ ແລະ ຫວັງວ່າຈະໄດ້ຮັບການສະໜັບສະໜູນຈາກບັນດາບໍລິສັດ ແລະ ພາກສ່ວນທຸລະກິດ ໃນແຕ່ລະປີຢ່າງຕໍ່ເນື່ອງ.

ຂ່າວສານ : ຕສ ແຂວງໄຊຍະບູລີ

