04/02/2026 ~ 04/02/2026

ໃນລະຫວ່າງວັນທີ 28-30 ມັງກອນ 2026 ທ່ານ ແກ້ວວິສຸກ ໂສລະພົມ ຮອງລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ ພ້ອມດ້ວຍບັນດາຫົວໜ້າກົມ, ຫົວໜ້າສູນ-ຮອງຫົວໜ້າອົງການ ພ້ອມດ້ວຍທີມງານຈາກກະຊວງເຕັກໂນໂລຊີ ແລະ ການສື່ສານ ໄດ້ລົງເຄື່ອນໄຫວເຮັດວຽກຢູ່ແຂວງໄຊຍະບູລີ ຮັບຕ້ອນໂດຍ ທ່ານ ບຸດສະກອນ ອິນທະລັງສີ ຮອງປະທານຄະນະກຳມະການປົກຄອງແຂວງ ໄຊຍະບູລີ ແລະ ຫົວໜ້າເຕັກໂນໂລຊີ ແລະ ການສື່ສານ; ໃນການລົງຂອງເພີ່ນມາໃນຄັ້ງນີ້ແມ່ນເພີ່ນໄດ້ມາຊີ້ນຳກອງປະຊຸມສະຫຼຸບປະຈຳປີ 2025 ແລະ ວາງທິດທາງແຜນການ 2026 ສິ່ງສຳຄັນໃນກອງປະຊຸມປະຈຳປີໃນຄັ້ງນີ້ໄດ້ຮັບຮອງເອົາ ແຜນພັດທະນາວຽກງານ ເຕັກໂນໂລຊີ ແລະ ການສື່ສານແຂວງ ໄຊຍະບູລີ 05 ປີ; ຮັບຮອງເອົາແຜນດຳເນີນງານຂອງຄະນະກຳມະຄຸ້ມຄອງອິນເຕີເນັດ ແລະ ເພື່ອການຫັນເປັນດິຈິຕອນ ແຂວງໄຊຍະບູລີ (ປີ 2026-2030) ສະບັບເລກທີ 01/ຄປຂ.ຊຍ, ລົງວັນທີ 28 ມັງກອນ 2026; ສ້າງຄວາມເປັນເອກະພາບຕໍ່ກັບ ຄຳສັ່ງແນະນຳ ວ່າດ້ວຍການປົກປັກຮັກສາພື້ນຖານໂຄງລ່າງ ໂທລະຄົມມະນາຄົມ ຢູ່ແຂວງໄຊຍະບູລີ ສະບັບເລກທີ 20/ຄປຂ.ຊຍ, ລົງວັນທີ 28 ມັງກອນ 2026. ພ້ອມດຽວກັນນີ້ບັນດາທ່ານຫົວໜ້າກົມຕ່າງໆໄດ້ຂຶ້ນບັນຍາຍໃນຫົວຂໍ້ 1) ແນວທາງການຫັນເປັນດິຈິຕອນ; 2) ກົນໄກການຄຸ້ມຄອງອິນເຕີເນັດ ແລະ ສື່ສັງຄົມອອນລາຍ; 3) ທິດທາງການຂະຫຍານພື້ນຖານໂຄງລ່າງ ໂທລະຄົມມະນາຄົມ ໄປສູ່ເຂດຫ່າງໄກສອກຫຼີກຂອງລັດຖະບານ ແລະ ຕິດພັນກັບການຄຸ້ມຄອງການລົງທະບຽນເລກໝາຍໂທລະສັບ.





ພິເສດ ໃນຕອນເຊົ້າຂອງວັນທີ 30 ມັງກອນ 2026 ທ່ານຮອງລັດຖະມົນຕີຍັງໄດ້ພົບປະໂອ້ລົມດ້ານວິຊາການໃຫ້ພະນັກງານໃນຂົງເຂດ ຕສ ຢູ່ຫ້ອງເຮັດວຽກ ໄອຊີທີ ຂອງພະແນກບາງຕອນທ່ານໄດ້ໃຫ້ທິດຊີ້ນຳ ເພື່ອກະກຽມສ້າງສູນພັດທະນາດ້ານບຸກຄະລາກອນ ໄອຊີທີ ແກ່ແຂວງໄຊຍະບູລີ ເຊີ່ງຄາດກະສູນດັ່ງກ່າວໃຫ້ມີສາມາດບັນຈຸນັກສຳມະນາກອນບໍ່ລຸດ 80 ທ່ານ ພ້ອມດຽວກັນນັ້ນເພີ່ນຍັງໄດ້ເນັ້ນໜັກໃຫ້ ພະແນກ ກະກຽມຫຼັກສູດດ້ານຕ່າງໆ ໂດຍສະເພາະແມ່ນຫຼັກສູດ G-Chat, G-share/G-Drive ແລະ ລະບົບບໍລິຫານຫ້ອງການທັນສະໄໝ (E-Office) ລະບົບເວັບໄຊ ຂອງພາກລັດ (G-web platform) ເພື່ອເຜີຍແຜ່ໃຫ້ພະແນກການອ້ອມຂ້າງແຂວງ.
ສິ່ງສຳຄັນເພີ່ນໄດ້ຍ້ອງຍໍຊົມເຊີຍຕໍ່ກັບ ພະແນກເຕັກໂນໂລຊີ ແລະ ການສື່ສານ ເຫັນວ່າການລົງມາເທື່ອນີ້ ມີຫຼາຍດ້ານໄດ້ຮັບການພັດທະນາພື້ນຖານໂຄງລ່າງເພື່ອກະກຽມເປັນຫ້ອງການທັນສະໄໝຕາມແນວທາງນະໂຍບາຍສູນກາງໄດ້ກຳນົດ ໂດຍສະເພາະພວກສະຫາຍໄດ້ສ້າງຫ້ອງ ໄອຊີທີ, ຫ້ອງປະຊຸມທາງໄກ, ຫ້ອງຖະແຫຼງຂ່າວ ແລະ ຫ້ອງຖ່າຍທອດສົດ ທີ່ສາມາດເຊື່ອມໂຍງ ແລະ ຕອບໂຕ້ສື່ສັງຄົມອອນລາຍໄດ້ທັນເຫດການ.

ຂ່າວສານ : ຕສ ແຂວງໄຊຍະບູລີ

